ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ຍັງ​ສືບ​ຕໍ່​ທຳ​ການ​ໂຈມ​ຕີ ຢູ່​ເຂດ​ກາ​ຊາ ແລະ​ທາງກອງ​ທັບ​ກ່າວ​ວ່າ ເສຍ​ໃຈ ທີ່​ມີພົນ​ລະ​ເຮືອນ​ບາດ​ເຈັບ​ລົ້ມ​ຕາຍ


ຊາວ​ປາ​ແລ​ັ​ສ​ໄຕ​ນ໌​ຄົນ​ນຶ່ງ ຮ້ອງ​ໄຫ້ ຢູ່ທີ່​ສົບ​ຂອງ​ຍາດ​ພີ່​ນ້ອງ​ທີ່​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ ຢູ່​ໂຮງ​ໝໍ​ນາ​ສ​ເຊີ ໃນ​ເມືອງ​ຄານ​ຢູ​ນິ​ສ ທາງ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ ເມື່ອ​ວັນ​ທີ 28 ທັນ​ວາ 2023.
ຊາວ​ປາ​ແລ​ັ​ສ​ໄຕ​ນ໌​ຄົນ​ນຶ່ງ ຮ້ອງ​ໄຫ້ ຢູ່ທີ່​ສົບ​ຂອງ​ຍາດ​ພີ່​ນ້ອງ​ທີ່​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ ຢູ່​ໂຮງ​ໝໍ​ນາ​ສ​ເຊີ ໃນ​ເມືອງ​ຄານ​ຢູ​ນິ​ສ ທາງ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ ເມື່ອ​ວັນ​ທີ 28 ທັນ​ວາ 2023.

ກອງ​ທັບ​ອິ​ສ​ຣາ​ແອ​ລ ​ຍັງ​ສືບ​ຕໍ່​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ ແລະ​ປະ​ຕິ​ບັດ​ງານ​ ທາງ​ພາກພື້ນ​ດິນ ທີ່​ແນ​ໃສ່​ກຸ່ມ​ຮາ​ມາ​ສ ໃນ​ພາກ​ເໜືອ ພາກ​ກາງ ແລະ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ ໃນ​ວັນ​ພະ​ຫັດ​ວານນີ້ ໃນ​ຂະ​ນະ​ທີ່​ທາງກອງ​ທັບ​ ໄດ້​ສະ​ແດງ​ຄວາມ​ເສຍ​ໃຈຫຼັງ​ຈາກ​ພົນ​ລະ​ເຮືອນ​ຈຳ​ນວນ​ນຶ່ງ​ໄດ້​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ​ສູນ​ອົບ​ພະ​ຍົບ​ໃນ​ວັນ​ອາ​ທິດ​ແລ້ວນີ້.

ການ​ສູ້​ລົບ​ກັນ​ຢ່າງ​ໜັກ​ຈຳ​ນວນ​ນຶ່ງ ມີ​ລາຍ​ງານ​ວ່າ ໄດ້​ເກີດ​ຂຶ້ນ​ທີ່​ເມືອງ​ຄານ​ຢູ​ນິ​ສ ທີ່​ຕັ້ງ​ຢູ່​ທາງ​ພາກ​ໃຕ້. ການ​ຖິ້ມ​ລະ​ເບີດ​ຂອງ​ອິ​ສ​ຣາ​ແອ​ລ​ ໃນຕອນ​ກາ​ງ​ຄືນວັນ​ພະ​ຫັດ ໄດ້​ຕົກ​ໃສ່​ເຮືອນ​ຫຼັງ​ນຶ່ງ ເຮັດ​ໃຫ້​ຊາວ​ປາ​ແລັ​ສ​ໄຕ​ນ໌ 8 ຄົນ​ເສຍ​ຊີ​ວິດ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ ຂອງ​ເຂດ​ກາ​ຊາ​ກ່າວ. ສ່ວນ​ຢູ່​ທາງ​ເໜືອ​ຂຶ້ນ​ໄປ ທີ່​ສູນ​ອົບ​ພະ​ຍົບໃນ​ເມືອງ​ມາ​ກາ​ຊີ ຊຶ່ງ​ຕັ້ງ​ຢູ່​ໃນ​ເຂດ​ພາກ​ກາງ​ຂອງ​ກາ​ຊາ ມີ​ຊາວ​ປາ​ແລັ​ສ​ໄຕ​ນ໌ 3 ຄົນ​ເສຍ​ຊີ​ວິດ ແລະ 6 ຄົນ​ບາດ​ເຈັບ ໃນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ໃສ່​ເຮືອນ​ຫຼັງ​ນຶ່ງ ອົງ​ການ​ກາ​ແດງ​ຂອງ​ປາ​ແລັ​ສ​ໄຕ​ນ໌​ກ່າວ.

ຂະ​ນະ​ດຽວ​ກັນ ລົດ​ຖັງ​ຂອງ​ອິ​ສ​ຣາ​ແອ​ລ​ກໍ​ໄດ້​ປາ​ກົດ​ຕົວ​ທີ່​ເມືອງ​ບູ​ເຣ​ສ. ວີ​ດີ​ໂອ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກຸ່ມ​ຮາ​ມາ​ສ​ ກ່າວ​ວ່າ ກຳ​ລັງ​ຂອງ​ຕົນ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ລົດ​ຖັງ​ອິ​ສ​ຣາ​ແອ​ລ ແລະ​ພວກ​ທະ​ຫານ​ໃນ​ເມືອງ​ບູ​ເຣ​ສ ທີ່​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ. ອົງ​ການ​ຂ່າວ​ຣອຍ​ເຕີ້​ເວົ້າ​ວ່າ​ຕົນ​ບໍ່​ສາ​ມາດ​ໃຫ້​ການ​ຢືນ​ຢັນ​ໄດ້​ກ່ຽວ​ກັບ​ວິ​ດີ​ໂອ​ດັ່ງ​ກ່າວ.

ອົງ​ການ​ມະ​ນຸດ​ສະ​ທຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຕືອນ​ວ່າ ການ​ສູ້​ລົບ​ກັນທີ່​ໄດ້​ເພີ້ມ​ທະ​ວີ​ຂຶ້ນ​ໃນ​ເຂດ​ກາ​ຊາ ແມ່ນ​ໄດ້​ລົບ​ກວນ​ການ​ສື່​ສານ​ຄົມ​ມະ​ນາ​ຄົມ​ຢູ່​ເລື້ອຍໆ ມີ​ການ​ອັດ​ຖະ​ໜົນ​ຫົນ​ທາງແລະ​ການ​ຂາດ​ແຄນ​ເຊື້ອ​ໄຟ ພວມ​ເປັນ “ບັນ​ຫາ​ທ້າ​ທາຍ​ທີ່​ສຳ​ຄັນ​ຕໍ່​ການ​ປະ​ຕິ​ບັດ​ງານ​ທາງ​ດ້ານ​ມະ​ນຸດ​ສະ​ທຳ.”

ກອງ​ທັບ​ອິ​ສ​ຣາ​ແອ​ລ​ໃນ​ວັນ​ພະ​ຫັດ​ວານນີ້​ກ່າວ​ວ່​າ ຕົນ “ຮູ້​ສຶກ​ເສຍ​ໃຈ​ຕໍ່​ການ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ ​ຂອງ​ພົນ​ລະ​ເຮືອນ​ ທີ່​ບໍ່​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ” ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ທີ່​ຖືກ​ສູນ​ອົບ​ພະ​ຍົບ​ມາ​ກາ​ຊີ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ກຸ່ມ​ຮາ​ມາ​ສ​ກ່າວ​ວ່າ ມີ​ຢ່າງ​ໜ້ອຍ 70 ຄົນ​ເສຍ​ຊີ​ວິດ.

ຖະ​ແຫຼງ​ການ​ຂອງກອງ​ທັບ​ກ່າວ​ວ່າ ເຮືອ​ບິນ​ຂອງ​ອິ​ສ​ຣາ​ແອ​ລ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ 2 ແຫ່ງ “​ທີ່ໃກ້ໆ​ກັບ​ບ່ອນ​ປະ​ຕິ​ບັດ​ງານ​ຂອງ​ກຸ່ມ​ຮາ​ມາ​ສ” ແລະ​ການ​ສືບ​ສວນ​ໃນ​ຂັ້ນ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ຕຶກ​ທີ່​ຢູ່​ໃກ້​ຄຽງ​ກໍ​ຖືກ​ໂຈມ​ຕີ ຊຶ່ງ​ໄດ້​ສ້າງ “​ຄວາມ​ເສຍ​ຫາຍທີ່​ບໍ່​ໄດ້​ຕັ້ງ​ໃຈ​ຕໍ່​ພົນ​ລະ​ເຮືອນ​ທີ່​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ.”

ໃນ​ຂະ​ນະ​ທີ່​ອິ​ສ​ຣາ​ແອ​ລ​ຍັງ​ສືບ​ຕໍ່​ເພັ່ງ​ເລັງການ​ໂຈມ​ຕີ​ຂອງ​ຕົນ​ເພື່ອ​ກຳ​ຈັດ​ກຸ່ມ​ຫົວ​ຮຸນ​ແຮງ ທີ່​ຖືກ​ລະ​ບຸ​ວ່າ​ເປັນ​ອົງ​ການ​ກໍ່​ການ​ຮ້າຍ​ໂດຍ​ສະ​ຫະ​ລັດ ແລະ​ປະ​ເທດ​ອື່ນໆ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາ​ກ​ຣົງ ໄດ້​ຮຽກ​ຮ້ອງ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈະ​ມິນ ເນ​ຕັນ​ຢາ​ຮູ ໂດຍ​ຂໍ​ຮ້ອງ​ໃຫ້​ທ່ານ​ເຮັດ​ວຽກ​ເພື່ອ​ກ້າວ​ໄປ​ສູ່​ການ​ຢຸດ​ຍິງ​ຢ່າງ​ຖາ​ວອນ ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ບັນ​ດາ​ປະ​ເທດ​ພາ​ຄີ​ ທັງ​ຢູ່​ໃນ​ພູ​ມີ​ພາກ ​ແລະ​ລ​ະ​ຫວ່າງ​ປະ​ເທດ.

ເມື່ອ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ ກຸ່ມ​ຫົວ​ຮຸນ​ແຮງ​ຮາ​ມາ​ສ ໄດ້​ບຸກຂ້າມ​ຊາຍ​ແດນ ​ເຂົ້າ​ໄປໂຈມ​ຕີ​ຊຸມ​ຊົນ​ຕ່າງໆ​ ໃນ​ພາກ​ໃຕ້​ຂອງ​ອິ​ສ​ຣາ​ແອ​ລ ໂດຍ​ໄດ້​ສັງ​ຫານ 1,200 ຄົນ ອີງ​ຕາມ​ລາຍ​ງານ​ຂອງອິ​ສ​ຣາ​ແອ​ລ. ກຸ່ມ​ຮາ​ມາ​ສ​ຍັງ​ໄດ້​ຈັບ​ເອົາ​ຕົວ​ປະ​ກັນ ​ອີກປະ​ມານ 240 ຄົນ​ໄປ ຊຶ່ງ 120 ຄົນ​ ຂອງ​ຕົວ​ປະ​ກັນ​ເຫຼົ່າ​ນີ້ ຍັງ​ຢູ່​ໃນ​ເຂດ​ກາ​ຊາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG