ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໔ ກຸມພາ ໒໐໒໕

ອິສຣາແອລ ສືບຕໍ່ໂຈມຕີ ເບຣຸດ ພ້ອມເຕືອນຊາວເລບານອນ ໃຫ້ອົບພະຍົບອອກຈາກພາກໃຕ້


ພາບຖ່າຍນີ້ເຜີຍແຜ່ໂດຍກອງທັບບົກອິສຣາແອລ ໃນວັນທີ 3 ຕຸລາ 2024, ສະແດງໃຫ້ເຫັນພວກທະຫານຂອງອິສຣາແອລ ກຳລັງປະຕິບັດການທາງພາກພື້ນດິນ ໃນເຂດກາຊາ ທ່າມກາງການສົງຄາມລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ຍັງສືບຕໍ່ໄປ.
ພາບຖ່າຍນີ້ເຜີຍແຜ່ໂດຍກອງທັບບົກອິສຣາແອລ ໃນວັນທີ 3 ຕຸລາ 2024, ສະແດງໃຫ້ເຫັນພວກທະຫານຂອງອິສຣາແອລ ກຳລັງປະຕິບັດການທາງພາກພື້ນດິນ ໃນເຂດກາຊາ ທ່າມກາງການສົງຄາມລະຫວ່າງ ອິສຣາແອລ ແລະກຸ່ມຮາມາສ ຍັງສືບຕໍ່ໄປ.

ເຈົ້າໜ້າທີ່ສາທາລະສຸກເລບານອນ ເປີດເຜີຍ ໃນວັນພະຫັດວານນີ້ ວ່າ ການໂຈມຕີທາງອາກາດຂອງອິສຣາແອລ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 6 ຄົນ ແລະບາດເຈັບ 7 ກວ່າຄົນຢູ່ທີ່ຕຶກອະພາດເມັນແຫ່ງນຶ່ງໃນນະຄອນຫຼວງເບຣຸດ.

ໃນຂະນະດຽວກັນ ກອງທັບອິສຣາແອລ ໄດ້ຢືນຢັນການເດີນໜ້າປະຕິບັດການຂອງຕົນ ຕໍ່ໄປທີ່ແນເປົ້າໃສ່ເມືອງຫຼວງຂອງເລບານອນ ເພື່ອກຳຈັດກຸ່ມຕິດອາວຸດເຮສໂບລາ ພ້ອມກັນນັ້ນ ຍັງຂໍຮ້ອງໃຫ້ປະຊາຊົນຊາວເລບານອນຢູ່ໃນພື້ນທີ່ 60 ກວ່າຫົວເມືອງທາງພາກໃຕ້ຂອງປະເທດ ໃຫ້ອົບພະຍົບອອກໄປຈາກເຮືອນຊານຂອງເຂົາເຈົ້າໃນທັນທີ ນຳດ້ວຍ.

ອິສຣາແອລ ໄດ້ລາຍງານວ່າ ໃນວັນພະຫັດວານນີ້ ກອງທັບໄດ້ດຳເນີນການໂຈມຕີທາງອາກາດເຂົ້າໃສ່ເປົ້າໝາຍຂອງກຸ່ມເຮສໂບລາ ປະມານ 200 ແຫ່ງທົ່ວເລບານອນ ທີ່ກຸ່ມຕິດອາວຸດ ໃຊ້ເປັນສະຖານທີ່ເກັບມຽນອາວຸດ ແລະໄດ້ສັງຫານນັກລົບຂອງກຸ່ມດັ່ງກ່າວ ໄດ້ປະມານ 15 ຄົນ.

ຢູ່ນະຄອນນິວຢອກ ຄະນະສະພາຄວາມໝັ້ນຄົງສະຫະປະຊາຊາດກໍໄດ້ເປີດກອງປະຊຸມສຸກເສີນ ເມື່ອວັນພຸດຜ່ານມາ ເພື່ອປຶກສາຫາລືປະເດັນສະຖານະການທີ່ຮ້າຍແຮງຂຶ້ນຢ່າງຕໍ່ເນື່ອງໃນເຂດຕາເວັນອອກກາງ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣສ ກ່າວຕໍ່ກອງປະຊຸມວ່າ “ໄຟທີ່ລຸກເຜົາຜານໃນເຂດຕາເວັນອອກກາງນັ້ນ ກຳລັງກາຍມາເປັນໄຟນະຮົກຢ່າງໄວວາແລ້ວ” ແລະກ່າວເນັ້ນຢ້ຳຄຳຮຽກຮ້ອງໃຫ້ມີການຢຸດຍິງຢູ່ເຂດກາຊາ ໃນທັນທີ ລວມທັງໃຫ້ປ່ອຍໂຕປະກັນທັງໝົດ ແລະມີການຢຸດຍິງໃນເລບານອນ ນຳດ້ວຍ.

ສະຫະປະຊາຊາດໄດ້ສົ່ງເຈົ້າໜ້າທີ່ຮັກສາສັນຕິພາບເກືອບ 10,000 ຄົນ ໄປຍັງພື້ນທີ່ພາກໃຕ້ຂອງເລບານອນ ເພື່ອສັງເກດສະຖານະການບໍລິເວນຊາຍແດນທີ່ຕິດກັບອິສຣາແອລແລ້ວ ແລະທ່ານກູເຕເຣສ ກ່າວອີກວ່າ ພວກເຂົາເຈົ້າທັງໝົດຈະປະຈຳການຢູ່ໃນພື້ນທີ່ຕໍ່ໄປ ເຖິງແມ່ນວ່າ ອິສຣາແອລ ຈະຂໍໃຫ້ຍ້າຍເຈົ້າໜ້າທີ່ຊຸດດັ່ງກ່າວ ໄປຢູ່ທີ່ແຫ່ງອື່ນກໍຕາມ.

ຄະນະຜູ້ແທນຂອງເລບານອນປະຈຳສະຫະປະຊາຊາດ ກ່າວວ່າ ຄຳກ່າວອ້າງຂຮອງອິສຣາແອລທີ່ວ່າ ການໂຈມຕີຂອງກອງທັບຕົນເຂົ້າໄປໃນເລບານອນ ນັ້ນ ເປັນໄປຢ່າງຈຳກັດ ແລະເປັນຄວາມເທັດ.

ທ່ານຮາດິ ຮາເຊມ ກ່າວແຈ້ງຕໍ່ທີ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດວ່າ “ຄວາມເສຍຫາຍຕໍ່ພົນລະເຮືອນ ແລະໂຄງສ້າງພື້ນຖານດ້ານສາທລະນຸປະໂພກນັ້ນ ແມ່ນຫຼວງຫຼາຍ.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG