ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່ເຂດ ກາ​ຊາ ຫຼັງ​ຈາກ​ສິ້ນ​ສຸດ ​ການ​ໂຈມ​ຕີ​ເຂດ ເວັ​ສ ແບັ້ງ


ຊາວ ປາ​ແລັ​ສ​ໄຕ​ນ໌ ຍ່າງ​ຜ່ານ​ຊາ​ກ​ຫັກ​ພັງ ຫຼັງ​ຈາກ​ການ​ຖອນ​ຕົວ​ຂອງກອງ​ທັບ​ບົກ ອິ​ສ​ຣາ​ແອ​ລ ອອກ​ຈາກ​ສູນ​ອົບ​ພະ​ຍົບ ເຈ​ນິນ ໃນ​ເຂດ​ ເວັ​ສ ແບັ້ງ ທີ່​ຖືກ​ຍຶດ​ຄອງ, 5 ກໍ​ລະ​ກົດ 2023.
ຊາວ ປາ​ແລັ​ສ​ໄຕ​ນ໌ ຍ່າງ​ຜ່ານ​ຊາ​ກ​ຫັກ​ພັງ ຫຼັງ​ຈາກ​ການ​ຖອນ​ຕົວ​ຂອງກອງ​ທັບ​ບົກ ອິ​ສ​ຣາ​ແອ​ລ ອອກ​ຈາກ​ສູນ​ອົບ​ພະ​ຍົບ ເຈ​ນິນ ໃນ​ເຂດ​ ເວັ​ສ ແບັ້ງ ທີ່​ຖືກ​ຍຶດ​ຄອງ, 5 ກໍ​ລະ​ກົດ 2023.

ກອ​ງ​ທັບ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ວັນ​ພຸດ​ມື້ນີ້​ວ່າ​ ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃນ​ເຂດ ກາ​ຊາ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ຍິງ​ຈະຫຼວດ, ໂດຍ​ແນ​ເປົ້າ​ໃສ່​ສະ​ຖານ​ທີ່​ຜະ​ລິດ​ອາ​ວຸດ ທີ່​ຖືກ​ໃຊ້​ໂດຍ​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ທີ່​ຕ້ອງ​ສົງ​ໄສ.

ກອ​ງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ກ່ອນ​ໜ້ານີ້​ວ່າ​ເຂົາ​ເຈົ້າ​ໄດ້​ຍິງ​ລູກ​ຈະຫຼວດ​ທັງ​ໝົດ 5 ລູກ​ຕົກ ທີ່​ຖືກ​ຍິງ​ເຂົ້າ​ໃສ່​ເຂດ​ແດນ​ຂອງ ອິ​ສ​ຣາ​ແອ​ລ.

ກອງ​ທະ​ຫານ ອິ​ສ​ຣາ​ແອ​ລ ໄດ້​ຖອນ​ຕົວ​ອອກ​ຈາກ​ສູນ​ອົບ​ພະ​ຍົບ​ໃນຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ ຫຼື ເວັ​ສ​ແບັ້ງ​ ເມື່ອ​ແລງວັນ​ອັງ​ຄານ​ວານນີ້ ຫຼັງ​ຈາ​ກ​ໄດ້​ດຳ​ເນີນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ເປັນ​ການ​ໂຈມ​ຕີ​ໃນ​ການ​ຊອກ​ຫາ​ພວກ​ສະ​ມາ​ຊິກ​ຂອງ​ກຸ່ມ​ຕິດ​ອາ​ວຸດ ປາ​ແລັ​ສ​ໄຕ​ນ໌ ແລະ ອາ​ວຸດ.

ການ​ປະ​ຕິ​ບັດ​ການ​ສອງວັນ​ດັ່ງ​ກ່າວ​ລວມ​ມີ​ທະ​ຫານ ອິ​ສ​ຣາ​ແອ​ລ ຫຼາຍກວ່າ 1,000 ຄົນ ແລະ ໄດ້​ສັງ​ຫານ​ຊາວ ປາ​ແລັ​ສ​ໄຕ​ນ໌ ຢ່າງ​ໜ້ອຍ 12 ຄົນ. ກຸ່ມ ຮາ​ມາ​ສ ໄດ້​ກ່າວ​ວ່າ​ນຶ່ງ​ໃນ​ສະ​ມາ​ຊິກ​ຂອງ​ພວກ​ເຂົາ​ໄດ້​ເສຍ​ຊີ​ວິດ, ໃນ​ຂະ​ນະ​ທີ່​ກຸ່ມ ຈີ​ຮາດ ອິ​ສ​ລາມ ​ໄດ້​ກ່າວ​ວ່າ​ສະ​ມາ​ຊິກ​ຂອງ​ພວກ​ເຂົາ 4 ຊົນ​ແມ່ນ​ລວມ​ຢູ່​ໃນ​ຜູ້​ທີ່​ເສຍ​ຊີ​ວິດ​ນັ້ນ. ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ​ທະ​ຂອງ​ເຂົາ​ເຈົ້າ​ຄົນ​ນຶ່ງ ​ຖືກ​ຂ້າ​ຕາຍ.

ການ​ລະ​ເບີດ ແລະ ຍິງ​ປືນ​ແມ່ນ​ສາ​ມາດ​ໄດ້​ຍິນ​ຢູ່​ໃກ້​ໂຮງ​ໝໍ ເຈ​ນິນ ໃນ​ຂະ​ນະ​ທີ່​ທະ​ຫານ ອິ​ສ​ຣາ​ແອ​ລ ໄດ້​ຖອນອອກ​ໄປ ແລະ ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ຜູ້​ທີ່​ໄດ້ຫຼົບ​ໜີຈາກການ​ຕໍ່​ສູ້​ໄດ້​ເລີ່ມ​ກັບ​ເຂົ້າ​ໄປ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG