ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ​ທາງ​ອາ​ກາດ​ ຂອງ ອິ​ສ​ຣາ​ແອລ ສັງ​ຫານຫຼາຍ​ສິບ​ຄົນ​ ໃນ​ເຂດ ຣາ​ຟາ


ປະ​ຊາ​ຊົນ​ຍ່າງ​ຜ່ານ​ຊາກ​ຫັກ​ພັງ​ຂອງ​ຕຶກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຈາກ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອລ ໃນ​ເຂດ ຣາ​ຟາ ທາງ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ, 11 ກຸມ​ພາ 2024.
ປະ​ຊາ​ຊົນ​ຍ່າງ​ຜ່ານ​ຊາກ​ຫັກ​ພັງ​ຂອງ​ຕຶກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ຈາກ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອລ ໃນ​ເຂດ ຣາ​ຟາ ທາງ​ພາກ​ໃຕ້​ຂອງ​ເຂດ​ກາ​ຊາ, 11 ກຸມ​ພາ 2024.

ການ​ໂຈມ​ຕີ​ທ​າງ​ອາ​ກາດ​ຂອງ ອິ​ສ​ຣາ​ແອ​ລ ໃນ​ວັນ​ຈັນ​ມື້ນີ້​ໄດ້​ຖືກ​ເມືອງ ຣາ​ຟາ ຢູ່​ທາງ​ພາກ​ໃຕ້ຂອງ​ເຂດ​ກາ​ຊາ​, ສັງ​ຫານ​ຢ່າງ​ໜ້ອຍ 37 ຄົນ, ບ່ອນ​ທີ່​ພົນ​ລະ​ເຮືອນ 1 ລ້ານ 4 ແສນ​ຄົນ ​ໄດ້​ໜີ​ອອກ​ໄປ​ເພື່ອຫຼົບ​ໜີ​ຈາກ​ສົງ​ຄາມ​ນັ້ນ.

ປະ​ຊ​າ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນ​ໄດ້​ອະ​ທິ​ບາຍ​ການ​ລະ​ເບີດ​ຢ່າງ​ໜັກ, ດ້ວຍ​ການ​ໂຈມ​ຕີຫຼາຍ​ຄັ້ງ​ຂອງ ອິ​ສ​ຣາ​ແອ​ລ ໄດ້​ຕົກ​ຖືກ​ເຮືອນ ແລະ​ ວັດ​ອິ​ສ​ລາມຫຼາຍຫຼັງ.

ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ​ ເຂົາ​ເຈົ້າ​ໄດ້​ໂຈມ​ຕີ "ເປົ້າ​ໝາຍ​ກໍ່​ການ​ຮ້າຍ​ຫຼາຍ​ແຫ່ງ​ໃນເຂດ ຊາ​ບູ​ຣາ,” ເຊິ່ງ​ແມ່ນ​ເຂດ​ນຶ່ງ​ຂອງ​ເມືອງ ຣາ​ຟາ.

ກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ຍັງ​ໄດ້​ປະ​ກາດ​ການ​ຊ່ວຍ​ເຫຼືອ​ຕົວ​ປະ​ກັນ ອິ​ສ​ຣາ​ແອ​ລ ສອງ​ຄົນ "ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ຂ້າມ​ຄືນ ​ໃນ​ເຂດ ຣາ​ຟາ,” ໂດຍ​ເວົ້າ​ວ່າ​ເຂົາ​ເຈົ້າ​ມີ​ອາ​ການ​ທາງ​ການ​ແພດ​ທີ່​ດີ.

ໃນ​ວັນ​ອາ​ທິດ​ວານນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້​ສັນ​ຍາ "ເສັ້ນ​ທາ​ງ​ທີ່​ປອດ​ໄພ" ສຳ​ລັບ​ຊາວ​ປາ​ແລັ​ສ​ໄຕ​ນ໌ ຫຼາຍ​ສິບ​ພັນ​ຄົນ​ທີ່​ເດີ​ນ​ທາງ​ອອກ​ຈາກ​ເມືອງ ຣາ​ຟາ ທີ່​ຕັ້ງ​ຢູ່​ພາກ​ໃຕ້​ສຸດ​ຂອງ​ເຂດ ກາ​ຊາ ກ່ອນ​ການ​ໂຈມ​ຕີ​ຢູ່​ພາກ​ພື້ນ​ດິນ​ທີ່​ວາງ​ແຜນ​ໄວ້​ຂອງ ອິ​ສ​ຣາ​ແອ​ລ ຕໍ່​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ.

ແນວ​ໃດ​ກໍ​ຕາມ, ມັນ​ຍັງ​ບໍ່​ກະ​ຈ່າງ​ແຈ້ງວ່າ ຊາວ​ປາ​ແລັ​ສ​ໄຕ​ນ໌ ທີ່ບໍ່​ມີ​ບ່ອນ​ຢູ່​ອາ​ໄສ​ນັ້ນ​ສາ​ມາດ​ໄປ​ໃສ​ແດ່.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ລົມ​ກັບ​ທ່ານ ເນ​ຕັນ​ຢາ​ຮູ

ທາງ​ໂທ​ລະ​ສັບ​ໃນ​ວັນ​ອາ​ທິດ​ວານນີ້ ແລະ ໄດ້​ບອກ​ທ່ານ​ວ່າ ອິ​ສ​ຣາ​ແອ​ລ ບໍ່​ຄວນ​ດຳ​ເນີນ​ໄປ​ໜ້າ​ກັບ​ການ​ປະ​ຕິ​ບັດ​ການ​ທາງ​ທະ​ຫານ​ໃນ​ເຂດ ຣາ​ຟາ ໂດຍ​ປາ​ສະ​ຈາກ "ແຜນ​ການ​ທີ່​ໜ້າ​ເຊື່ອ​ຖື​ໄດ້ ແລະ ປະ​ຕິ​ບັດ​ໄດ້​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ປະ​ຊາ​ຊົນຫຼາຍກວ່າ​ນຶ່ງ​ລ້ານ​ຄົນ​ທີ່​ລີ້​ໄພ​ຢູ່​ທີ່​ນັ້ນ,” ອີງ​ຕາມ​ຖະ​ແຫຼງ​ການ​ຂອງ​ທຳ​ນຽບ​ຂາວ.

ທ່ານ ເນ​ຕັນ​ຢາ​ຮູ, ໃນ​ການ​ສຳ​ພາດ​ທີ່ອອກ​ອາ​ກາດ​ໃນ​ລາຍ​ການ ​This Week ຂອງ​ໂທ​ລະ​ພາບ ABC ເມື່ອ​ວັນ​ອາ​ທິດ​ວານນີ້​ ໄດ້​ກ່າວ​ຢ້ຳ​ເຖິງ​ເຈ​ຕະ​ນາ​ຂອງ​ທ່ານ​ທີ່​ຈະ​ສັ່ງ​ໃຫ້​ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ໂຈມ​ຕີກອງ​ທັບ ຮາມ​າ​ສ ສີ່​ແຫ່ງ​ໃນ​ເຂດ ຣາ​ຟາ, ໂດຍ​ກ່າວ​ວ່າ​ການ​ເອົາ​ຊະ​ນະ​ພວກ​ຫົວ​ຮຸນ​ແຮງ​ຈະ​ບໍ່​ສາ​ມາດ​ບັນ​ລຸ​ໄດ້ ໂດຍ​ປາ​ສະ​ຈາ​ກ​ການ​ກຳ​ຈັດ​ພວກ​ເຂົາ​ອອກ​ຈາກ​ເມືອງ​ທີ່​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ ອີ​ຈິບ ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG