ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ອິສຣາແອລ ດຳເນີນການໂຈມຕີທາງອາກາດ ໃນອີຣ່ານ ສື່ມວນຊົນຂອງສະຫະລັດ ກ່າວໂດຍອ້າງເຖິງເຈົ້າໜ້າທີ່ອິສຣາແອລ ແລະ ສະຫະລັດ


ແຜນທີ່ ສະແດງໃຫ້ເຫັນ ປະເທດອີຣ່ານ
ແຜນທີ່ ສະແດງໃຫ້ເຫັນ ປະເທດອີຣ່ານ

ອິສຣາແອລ ໄດ້ທຳການໂຈມຕີທາງອາກາດຕອນຂ້ອນຊິແຈ້ງ ຢູ່ ອີຣ່ານ ໃນວັນສຸກມື້ນີ້, ຕາມເວລາທ້ອງຖິ່ນ, ອີງຕາມສື່ມວນຊົນສະຫະລັດທີ່ລາຍງານ ໂດຍອ້າງເຖິງເຈົ້າໜ້າທີ່ ອິສຣາແອລ ແລະ ສະຫະລັດ ທີ່ບໍ່ໄດ້ເປີດເຜີຍຊື່.

ໜັງສືພິມ New York Times ແລະ Washington Post ທີ່ອ້າງເຖິງເຈົ້າໜ້າທີ່ອິສຣາແອລ, ໂດຍກ່າວວ່າ ອິສຣາແອລ ໄດ້ທຳການໂຈມຕີທາງອາກາດໃນອີຣ່ານ. ອົງການຂ່າວຫຼາຍແຫ່ງໄດ້ອ້າງເຖິງເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ວ່າ ນີ້ເປັນ​ການ​ໂຈມ​ຕີດ້ວຍ​ລູກ​ສອນ​ໄຟ.

ສະຖານທີ່ ຫຼື ເປົ້າໝາຍທີ່ແຈ່ມແຈ້ງກ່ຽວກັບການໂຈມຕີຂອງອິສຣາແອລ ບໍ່ໄດ້ຖືກລະບຸໃນທັນທີ.

ປະມານນຶ່ງຊົ່ວໂມງຫຼັງຈາກລາຍງານດັ່ງກ່າວ ໄດ້ປາກົດອອກມາ, ໂຄສົກຂອງກອງທັບອິສຣາແອລ ທີ່ໄດ້ຮັບການຕິດຕໍ່ຫາໂດຍວີໂອເອກ່າວວ່າ ທ່ານບໍ່ມີຄໍາເຫັນໃຫ້ “ໃນຕອນນີ້.”

ນອກຈາກ​ນີ້, ກໍຍັງ​ບໍ່​ທັນ​ມີ​ຄວາມ​ເຫັນ​ໃດໆຕໍ່ສາທາລະນະໃນທັນທີ ​ຈາກ​ລັດ​ຖະ​ບານ ​ທ່ານ ໄບເດັນ ກ່ຽວ​ກັບ​ເຫດ​ການດັ່ງກ່າວຢູ່ໃນ ​ອີ​ຣ່ານ.

ອົງການ​ຂ່າວ​ທາງການຂອງອີຣ່ານ ຫຼື IRNA ​ແລະ Fars ກ່າວ​ວ່າ ການ​ປ້ອງ​ກັນ​ທາງ​ອາກາດ​ຂອງ​ສາທາລະນະ​ລັດ ​ອິສ​ລາມ ​ໄດ້​ຖືກເປີດໃຊ້ງານແລ້ວ ​ໃກ້​ກັບ​ເມືອງ ອິສຟາຮານ (Isfahan) ທາງຕອນກາງ ​ເພື່ອ​ຕອບ​ໂຕ້​ຕໍ່ການຍິງຂອງລູກ​ສອນ​ໄຟ. ນອກນັ້ນ ພວກເຂົາເຈົ້າຍັງໄດ້ລາຍງານອີກວ່າ ໄດ້ຍິນສຽງລະເບີດຢູ່ໃນເຂດຊານເມືອງໄປທາງຕາເວັນອອກຂອງເມືອງດັ່ງກ່າວ, ແຕ່ບໍ່ໄດ້ລະບຸວ່າ ສຽງລະເບີດດັ່ງກ່າວ ເກີດຈາກການສະກັດກັ້ນ ຫຼື ການກະທົບໃສ່ພື້ນດິນ.

ຜູ້​ອຳ​ນວຍ​ການ​ອົງ​ການ​ອະ​ວະ​ກາດ​ຂອງ​ອີ​ຣ່ານກ່າວ​ວ່າ ກອງ​ກຳ​ລັງ​ປ້ອງ​ກັນ​ທາງ​ອາ​ກາດ ໄດ້​ຍິງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫລາຍ​ລຳ​ ຕົກ.

ສື່​ມວນ​ຊົນ​ຂອງທາງການ​ອິຣ່ານ ​ໄດ້​ພະຍາຍາມ​ຫຼຸດຄວາມຮຸນແຮງຂອງ​ເຫດການ​ດັ່ງກ່າວ​ຢ່າງວ່ອງໄວ ໂດຍກ່າວ​ວ່າ ໂຮງງານນິວເຄລຍຂອງ ອິສຟາຮານ (Isfahan) ​ແມ່ນ​ປອດ​ໄພ. ພວກເຂົາຍັງກ່າວອີກວ່າ ການປະຕິບັດງານຢູ່ສະຫນາມບິນສາກົນ ອິໝ່າມ ໂຄໄມນີ (Imam Khomeini) ແລະສະຫນາມບິນພາຍໃນປະເທດ ເມຣາບັດ (Mehrabad) ຂອງເຕຫະຣ່ານ ໄດ້ກັບຄືນສູ່ສະພາບປົກກະຕິແລ້ວ ໃນວັນສຸກມື້ນີ້, ຫຼາຍຊົ່ວໂມງ ຫຼັງຈາກຖ້ຽວບິນຕ່າງໆຖືກໂຈະ ເພື່ອເປັນການຕອບໂຕ້ຢ່າງຈະແຈ້ງ ຕໍ່ການໂຈມຕີທາງອາກາດຂອງ ອິສຣາແອລ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG