ອິສຣາແອລໄດ້ສັ່ງໃຫ້ປິດດ່ານຂ້າມຊາຍແດນ 2 ບ່ອນ ໄປຍັງ
ເຂດກາຊາ.
ກອງທັບອິສຣາແອລກ່າວວ່າ ຕົນໄດ້ປິດດ່ານຂ້າມຊາຍແດນ
Karem Shalom ແລະ Erez ໃນວັນອາທິດມື້ນີ້ ຫລັງຈາກມີ
ການຍິງຈະຫຼວດ ລູກນຶ່ງຈາກເຂດປາແລສໄຕນ໌ ເຂົ້າໄປໃນ
ອິສຣາແອລ ໂດຍບໍ່ໄດ້ສ້າງ ຄວາມເສຍຫາຍ ຫຼື ພາໃຫ້ມີຜູ້
ບາດເຈັບລົ້ມຕາຍແຕ່ປະການໃດ. ອິສຣາ ແອລກ່າວວ່າ ຕົນ
ຈະອະນຸຍາດໃຫ້ ສົ່ງການຊ່ອຍເຫຼືອ ທາງດ້ານມະນຸດສະທຳ
ຜ່ານທາງດ່ານ Erez ໄດ້.
ອິສຣາແອລກ່າວວ່າ ການຍິງຈະຫຼວດໃນຄັ້ງນີ້ ແມ່ນເປັນການໂຈມຕີ ຄັ້ງທີສອງ ນັບແຕ່
ສົງຄາມເປັນເວລາ 50 ມື້ຂອງອິສຣາແອລ ເພື່ອໂຈມຕີ ພວກຫົວຮຸນແຮງ ໃນເຂດກາຊາ
ສິ້ນສຸດລົງ.
ໃນເຫດການອີກດ້ານນຶ່ງນັ້ນ ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu
ກ່າວຕໍ່ບັນດາສະມາຊິກສະພາວ່າ ໃຫ້ສະແດງ “ຄວາມຮັບຜິດຊອບ ແລະ ຢັບຢັ້ງ”
ໃນຄວາມເຄັ່ງຕຶງ ລະຫວ່າງ ຊາວຢິວ ແລະຊາວມຸສລິມ ກ່ຽວກັບເລື້ອງວັດ Temple Mount ນັ້ນ.
ຊາວອິສຣາແອລບາງຄົນຢ້ານກົວວ່າ ຊາວປາແລສໄຕນ໌ ຈະໃຊ້ສະຖາ ນະການນີ້ ເພື່ອເລີ້ມ ການລຸກຮືຂຶ້ນຄັ້ງໃໝ່. ທ່ານ Netanyahu ກ່າວວ່າ ທ່ານຢາກຈະຫລີກເວັ້ນ ບໍ່ໃຫ້ທັງສອງຝ່າຍ ສວຍໃຊ້ສະຖານະການດັ່ງກ່າວ ເປັນຂໍ້ອ້າງໃນການສະແດງ ປະຕິກິລິຍາ ຕອບໂຕ້
ດ້ວຍຄວາມຮຸນແຮງ.
ວັດ Temple Mount ຊຶ່ງເປັນສະຖານທີ່ສັກສິດ ໃນນະຄອນເຈຣູຊາແລັມ ທີ່ຊາວມຸສລິມ
ເອີ້ນກັນວ່າ ວັດຫຼືມັສຍິດ al-Aqsa ແມ່ນເປັນທີ່ເຄົາລົບນັບຖືຂອງພວກເຫລື້ອມໃສ ໃນ
ທັງສອງສາສະໜາ. ພາຍໃຕ້ຂໍ້ຕົກລົງກັນເປັນເວລານານມາແລ້ວ ຈໍແດັນເປັນຜູ້ຄຸ້ມຄອງ
ສະຖານທີ່ສັກສິດດັ່ງກ່າວ. ທັງຊາວຢິວ ແລະ ຊາວມຸສລິມແມ່ນໄດ້ຮັບອະນຸຍາດໃຫ້ໄປ
ຢ້ຽມຢາມໄດ້ ແຕ່ຫາກວ່າ ມີແຕ່ຊາວມຸສລິມເທົ່ານັ້ນ ໄດ້ຮັບອະນຸຍາດໃຫ້ເຂົ້າໄປສູດມົນ ພາວະນານົບໄຫວ້ໄດ້.
ບັນດານັກເຄື່ອນໄຫວຊາວຢິວ ກຳລັງກົດດັນໃຫ້ມີການປ່ຽນແປງ ໃນກົດລະບຽບດັ່ງກ່າວ
ເພື່ອໃຫ້ສິດເຂົາເຈົ້າ ໄດ້ເຂົ້າໄປນົບໄຫວ້ສະຖານທີ່ສັກສິດແຫ່ງນີ້.