ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu
ກ່າວວ່າ ກຳລັງຂອງປະເທດຂອງທ່ານ ຈະທຳລາຍຕາໜ່າງອຸບ
ໂມງໃຕ້ດິນ ທີ່ພວກຫົວຕໍ່ສູ້ຮາມັສ ສ້າງຂາມຊາຍແດນມານັ້ນ
ເຖິງແມ່ນຈະມີຫລືບໍ່ມີ ການຢຸດຍິງກໍຕາມ.
ແລະທ່ານ Netanyahu ໄດ້ຖະແຫລງ ຢູ່ໃນກອງປະຊຸມຄະນະ
ລັດຖະບານ ໃນວັນພະຫັດມື້ນີ້ ວ່າທ່ານຈະບໍ່ຍອມຮັບເອົາຂໍ້ຕົກ
ລົງໃດໆ ທີ່ຈະຂັດຂວາງອິສ ຣາແອລ ບໍ່ໃຫ້ເຮັດສຳເລັດໃນສິ່ງທີ່
ຕົນໄດ້ກ່າວວ່າ ເປັນຈຸດສຸມຫລັກຂອງການປະຕິບັດງານຂອງ
ຕົນໃນເຂດກາຊານັ້ນ.
ເຈົ້າໜ້າທີ່ດ້ານການປ້ອງກັນທ່ານນຶ່ງຂອງອິສຣາແອລ ໄດ້ກ່າວເມື່ອວັນພຸດວານນີ້ວ່າຍັງອີກບໍ່ເທົ່າໃດມື້ ກຳລັງຂອງອິສຣາແອລກໍຈະທຳລາຍອຸບໂມງ ທີ່ພວກຮາມັສນຳໃຊ້ນັ້ນ ໄດ້ໝົດແລ້ວ.
ພ້ອມດຽວກັນນີ້ ກອງທັບອິສຣາແອລ ໄດ້ເອີ້ນທະຫານສຳລອງຫລາຍເຖິງ 16,000 ຄົນ ເຂົ້າມາຊ່ວຍປະຕິບັດງານທາງທະຫານ ຕ້ານ ກຸ່ມ Hamas ຢູ່ໃນເຂດກາຊາ ທີ່ໄດ້ດຳເນີນມາເປັນເວລາ 24 ມື້ ໃນວັນພະຫັດມື້ນີ້ ພ້ອມກັບການເພີ້ມທະວີຂຶ້ນ ໃນການໂຈມຕີທາງອາກາດ ແລະຍິງຖະຫລົ່ມຈາກລົດຖັງ.
ອິສຣາແອລໄດ້ເປີດສາກທຳການບຸກໂຈມຕີ ເມື່ອວັນທີ 8 ເດືອນກໍລະກົດ ເພື່ອຕອບໂຕ້ຕໍ່ການຍິງຈະຫລວດມາໃສ່ຕົນ ຈາກເຂດກາຊາຂອງພວກຮາມັສ. ນັບແຕ່ມື້ນັ້ນມາ ການຕໍ່ສູ້ກັນໄດ້ເຮັດໃຫ້ຫລາຍກ່ວາ 1300 ຄົນເສຍຊີວິດ ໃນດິນແດນຂອງຝ່າຍປາແລສໄຕນ໌ ແລະທະຫານອິສຣາແອລ 56 ຄົນກໍໄດ້ເສຍຊີວິດ.
ອິສຣາແອລ ໄດ້ສົ່ງຄະນະທູດພິເສດໄປ ອີຈິບ ເພື່ອສົນທະນາເລື້ອງການຢຸດຍິງທີ່ອາດເປັນໄປໄດ້. ເທົ່າທີ່ຜ່ານມາ ຄວາມພະຍາຍາມຂອງນາໆຊາດເພື່ອຍຸດຕິ ການສູ້ລົບນັ້ນບໍ່ເປັນທີ່ສຳເລັດ ຮວມທັງແຜນການກ່ອນໜ້ານີ້ຂອງອີຈິບ ທີ່ບໍ່ ໄດ້ຖືກນຳມາຈັດຕັ້ງປະຕິບັດ.
ໃນຂະນະທີ່ຄວາມຮຸນແຮງສືບ ຕໍ່ມາໃນວັນພະຫັດມື້ນີ້ ສະຫະປະຊາຊາດລາຍງານວ່າ ຊາວປາແລສໄຕນ໌ຕື່ມອີກ 15,000 ຄົນກຳລັງຊອກຫາບ່ອນລີ້ໄພ ຢູ່ໃນເຂດກາຊາ ຊຶ່ງເປັນການເພີ້ມຈຳນວນທັງໝົດຂຶ້ນເປັນ 220,000 ຄົນ ຊຶ່ງແມ່ນ ປະມານ ສີ່ເທົ່າ ຂອງຈຳນວນທີ່ ສະຫະປະຊາຊາດ ໄດ້ຄາດຄະເນໄວ້ຈາກວິກິດການນີ້.