ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ຫ້າມບໍ່ໃຫ້ ພວກນັກທ່ອງທ່ຽວ ຈາກອິນໂດເນເຊຍ ເຂົ້າປະເທດ


ພວກປະທ້ວງພາກັນຈູດເຜົາທຸງຊາດ ອິສຣາແອລ ໃນການໂຮມ
ຊຸມນຸມກັນ ຢູ່ທີ່ຂ້າງນອກສະຖານທູດອາເມຣິກັນ ໃນຈາກາຕາ ປະນາມການຕັດສິນໃຈ ຂອງສະຫະລັດ ທີ່ຮັບຮູ້ ນະຄອນ ເຈຣູຊາແລັມ ເປັນເມືອງຫຼວງ ຂອງອິສຣາແອລ, ຈາກາຕາ, ອິນໂດເນເຊຍ, 15 ທັນວາ 2017.
ພວກປະທ້ວງພາກັນຈູດເຜົາທຸງຊາດ ອິສຣາແອລ ໃນການໂຮມ ຊຸມນຸມກັນ ຢູ່ທີ່ຂ້າງນອກສະຖານທູດອາເມຣິກັນ ໃນຈາກາຕາ ປະນາມການຕັດສິນໃຈ ຂອງສະຫະລັດ ທີ່ຮັບຮູ້ ນະຄອນ ເຈຣູຊາແລັມ ເປັນເມືອງຫຼວງ ຂອງອິສຣາແອລ, ຈາກາຕາ, ອິນໂດເນເຊຍ, 15 ທັນວາ 2017.

ອິສຣາແອລ ໄດ້ຫ້າມບໍ່ໃຫ້ພວກນັກທ່ອງທ່ຽວ ແລະພວກສະແຫວງບຸນ ຈາກອິນໂດ
ເນເຊຍ ເຂົ້າປະເທດ ເພື່ອເປັນການຕອບໂຕ້ ຕໍ່ອັນທີ່ອິສຣາແອລກ່າວວ່າ ເປັນການ
ຫ້າມຕໍ່ຊາວອິສຣາແອລ ໂດຍຈາກາຕາ ນັ້ນ.

ຊາວມຸສລິມ ອິນໂດເນເຊຍ ຫຼາຍສິບພັນຄົນ ໄດ້ເດີນທາງໄປຢ້ຽມຢາມ ອິສຣາແອລ
ໃນແຕ່ລະປີ ອັນເປັນສ່ວນນຶ່ງ ຂອງການທ່ອງທ່ຽວທີ່ກວ້າງຂວາງ ຢູ່ພາກຕາເວັນ
ອອກກາງ.

ບັນດາເຈົ້າໜ້າທີ່ ຂອງອິນໂດເນເຊຍ ຍັງບໍ່ໄດ້ຢືນຢັນຕໍ່ການກ່າວອ້າງ ຂອງອິສຣາ
ແອລ ທີ່ວ່າ ພວກເຂົາເຈົ້າ ໄດ້ຍົກເລີກການອອກວີຊາ ໃຫ້ແກ່ພວກນັກທ່ອງທ່ຽວ
ຊາວອິສຣາແອລ. ທັງສອງປະເທດ ບໍ່ມີສາຍສຳພັນທາງການທູດ ລະຫວ່າງກັນ.

ແຕ່ ພວກຊາວອິນໂດເນເຊຍ ໄດ້ພາກັນປະທ້ວງ ຕໍ່ສິ່ງທີ່ພວກເຂົາເຈົ້າກ່າວວ່າ
ເປັນການກະທຳທີ່ໂຫດຮ້າຍຕໍ່ຊາວປາແລສໄຕນ໌ ໂດຍອິສຣາແອລ. ເມື່ອຕົ້ນ
ເດືອນນີ້ ພວກປະທ້ວງອິນໂດເນເຊຍ ໄດ້ຈູດທຸງຊາດຂອງ ສະຫະລັດ ແລະ
ອິສຣາແອລ ຢູ່ນອກສະຖານທູດສະຫະລັດ ປະຈຳນະຄອນຫຼວງຈາກາຕາ ເພື່ອ
ປະທ້ວງຕໍ່ ການຍ້າຍສະຖານທູດສະຫະລັດ ປະຈຳອິສຣາແອລ ຈາກນະຄອນ
ແທລ ອາວີບ ໄປຍັງນະຄອນ ເຈຣູຊາແລັມ.

ການຫ້າມພວກນັກທ່ອງທ່ຽວດັ່ງກ່າວ ມີຂຶ້ນທ່າມກາງ ຂອງສັນຍານຕ່າງໆໃນສາຍ
ສຳພັນ ລະຫວ່າງປະເທດຂອງຊາວຢິວ ແລະປະເທດທີ່ມີປະຊາຊົນຊາວ ມຸສລິມ
ອາໄສຢູ່ຫຼາຍທີ່ສຸດຂອງໂລກ ໄດ້ປາກົດວ່າ ກຳລັງອົບອຸ່ນຂຶ້ນຢູ່ນັ້ນ.

ສ່ວນການຄ້າ ລະຫວ່າງ ອິສຣາແອລ ແລະ ອິນໂດເນເຊຍ ກໍໄດ້ຂະຫຍາຍຕົວ
ແລະ ນາຍົກລັດຖະມົນຕີຂອງອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ກໍໄດ້
ຮຽກຮ້ອງ ໃຫ້ມີການສ້າງຕັ້ງສາຍສຳພັນທາງການທູດ ກັບອິນໂດເນເຊຍ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG