ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ໂຈມຕີເປົ້າໝາຍ ຂອງອີຣ່ານ ໃນຊີເຣຍ


ພາບຈາກ ອົງການຂ່າວຊານາ (SANA) ວນທີ 9 ພຶດສະພາ 2018, ທີ່ກ່າວເຖິງການໂຈມຕີໃນຊີເຣຍ ທີ່ເມືອງຄິສວີ, ທາງໃຕ້ຂອງດາມັສກັສ, ປະເທດຊີເຣຍ
ພາບຈາກ ອົງການຂ່າວຊານາ (SANA) ວນທີ 9 ພຶດສະພາ 2018, ທີ່ກ່າວເຖິງການໂຈມຕີໃນຊີເຣຍ ທີ່ເມືອງຄິສວີ, ທາງໃຕ້ຂອງດາມັສກັສ, ປະເທດຊີເຣຍ

ອິສຣາແອລກ່າວໃນວັນພະຫັດມື້ນີ້ວ່າ ເຮືອບິນລົບຂອງຕົນ ໄດ້ໂຈມຕີທີ່ີຕັ້ງທາງ
ທະຫານ ຂອງອີຣ່ານ ຫລາຍສິບແຫ່ງ ຢູ່ໃນປະເທດຊີເຣຍ ເມື່ອຄືນແລ້ວນີ້ເພື່ອ
ເປັນການຕອບໂຕ້ຕໍ່ການໂຈມຕີດ້ວຍຈະຫຼວດຂອງອີຣ່ານ ໃສ່ເຂດພູພຽງໂກລານ
ທີ່ອິສຣາແອລຍຶດຄອງຢູ່ນັ້ນ.

ກອງທັບອິສຣາແອລກ່າວວ່າ ການໂຈມຕີຂອງຕົນ ແມ່ນແນໃສ່ສະຖານທີ່ສືບລັບ
ຄັງອາວຸດ ແລະສູນກາງພະລາທິການ ແລະເຮືອບິນລົບຂອງຕົນ ຍັງໄດ້ທຳລາຍ
ລະບົບຕໍ່ຕ້ານທາງອາກາດຂອງຊີເຣຍຫຼາຍໆແຫ່ງ.

ນອກນັ້ນ ກອງທັບອິສຣາແອລຍັງໄດ້ເຕືອນວ່າ ຈົນຈະບໍ່ອະນຸຍາດໃຫ້ການຂົ່ມຂູ່
ຂອງອີຣ່ານມີການຈັດຕັ້ງຂຶ້ນຢູ່ໃນຊີເຣຍ ແລະເວົ້າວ່າ ລັດຖະບານຊີເຣຍຈະເປັນ
ຜູ້ຮັບຜິດຊອບ ກ່ຽວກັບ “ທຸກໆຢ່າງທີ່ໄດ້ເກີດຂຶ້ນ ຢູ່ໃນດິນແດນຂອງຕົນ.”

ລັດຖະມົນຕີກະຊວງປ້ອງກັນປະເທດຂອງອິສຣາແອລ ທ່ານອາວິກດໍ ລີເບີແມນ ກ່າວຕໍ່ກອງປະຊຸມຄວາມໝັ້ນຄົງວ່າ “ອິສຣາແອລໄດ້ທຳການໂຈມຕີ ຕໍ່ໂຄງລາງ
ພື້ນຖານເກືອບທັງໝົດຂອງອີຣ່ານ ຢູ່ໃນຊີເຣຍ.”
ທ່ານກ່າວຕື່ມວ່າ “ຂ້າພະເຈົ້າ
ຫວັງວ່າ ນັ້ນຄົງຈະເຮັດໃຫ້ບົດຕອນນີ້ສິ້ນສຸດລົງ ແລະທຸກໆຄົນຄົງເຂົ້າໃຈ.”

ພາບຂອງການຍິງລູກສອນໄຟ ທີ່ເມືອງ ດາຣາ, ຊີເຣຍ, 10 ພຶດສະພາ 2018.
ພາບຂອງການຍິງລູກສອນໄຟ ທີ່ເມືອງ ດາຣາ, ຊີເຣຍ, 10 ພຶດສະພາ 2018.

ອີຣ່ານ ແມ່ນພັນທະມິດຂອງຊີເຣຍ ແລະກຳລັງທະຫານອີຣ່ານແມ່ນເພື່ອສະໜັບ
ສະໜຸນປະທານາທິບໍດີບາຊາ ອາລ-ອາຊາດ.

ຣັດເຊຍ ຊຶ່ງເປັນຜູ້ໃຫ້ການສະໜັບສະໜູນອີກປະເທດນຶ່ງ ຕໍ່ທ່ານອາຊາດ ໄດ້ຮຽກ
ຮ້ອງໃຫ້ ທັງອິສຣາແອລ ແລະອີຣ່ານ ໃຊ້ຄວາມຢັບຢັ້ງ ໃນຂະນະທີ່ປະທານາທິບໍດີ
ຝຣັ່ງ ທ່ານເອັມ ມານູແອລ ມາກຣົງ ໄດ້ຮຽກຮ້ອງໃຫ້ທັງສອງຝ່າຍຫຼຸດຜ່ອນຄວາມ
ເຄັ່ງຕຶງລົງ.

ອົງການຂ່າວຊານາ (SANA) ຂອງທາງການຊີເຣຍ ລາຍງານວ່າ ມີການໂຈມຕີຂອງ ອິສຣາແອລໃສ່ທີ່ຕັ້ງຂອງລະບົບຕໍ່ຕ້ານທາງອາກາດ ສະຖານີເຣດ້າ ແລະຄັງອາວຸດ ໃນຂະນະທີ່ກ່າວວ່າ ລະບົບຕໍ່ຕ້ານທາງອາກາດຂອງຕົນ ສາມາດຍິງທຳລາຍລູກ ສອນໄຟຂອງອິສຣາແອລຫຼາຍສິບລູກ.

ອິສຣາແອລໄດ້ຖິ້ມໂທດໃສ່ໜ່ວຍອາລກຸຸດ (Al Quds) ຂອງອີຣ່່ານ ເປັນຜູ້ຍິງລູກສອນ ໄຟໃສ່ທີ່ຕັ້ງທາງທະຫານຂອງອິສຣາແອລໃນເຂດພູພຽງໂກລານ ແລະກ່າວວ່າ ບໍ່ມີ
ລາຍ ງານກ່ຽວກັບຄວາມເສຍຫາຍ ຫຼືການບາດເຈັບລົ້ມຕາຍເກີດຂຶ້ນແຕ່ປະການໃດ.

ໃນໄລຍະຜ່ານມາອິສຣາແອລບໍ່ຄ່ອຍໃຫ້ຄວາມເຫັນໃດໆກ່ຽວກັບການປະຕິບັດງານ
ທາງທະຫານໃນຊີເຣຍ ບ່ອນທີ່ເຊື່ອກັນວ່າ ອິສຣາແອລໄດ້ທຳການໂຈມຕີທາງອາກາດ
ຫຼາຍໆຄັ້ງມາແລ້ວ ໃສ່ກຳລັງຂອງອີຣ່ານ.

ອ່ານພາສາອັງກິດ ກ່ຽວກັບຂ່າວເລື່ອງນີ້

XS
SM
MD
LG