ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິສຣາແອລ ໂຈມຕີ ເຂດກາຊາ ຂອງປາແລສໄຕນ໌ (ເບິ່ງວີດີໂອ)


ເດັກຍິງປາແລສໄຕນ໌ຄົນນຶ່ງ ຍ່າງຜ່ານເຮືອນທີ່ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີທາງອາກາດຂອງອິສຣາ ແອລໃນຄືນແລ້ວນີ້ ທີ່ເຮັດໃຫ້ເດັກຊາຍຄົນນຶ່ງເສຍຊີວິດທີ່ເມືອງກາຊາ (19 ສິງຫາ 2011)
ເດັກຍິງປາແລສໄຕນ໌ຄົນນຶ່ງ ຍ່າງຜ່ານເຮືອນທີ່ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີທາງອາກາດຂອງອິສຣາ ແອລໃນຄືນແລ້ວນີ້ ທີ່ເຮັດໃຫ້ເດັກຊາຍຄົນນຶ່ງເສຍຊີວິດທີ່ເມືອງກາຊາ (19 ສິງຫາ 2011)

ພວກຫົວຮຸນແຮງໃນເຂດກາຊາໄດ້ຍິງຈະຫຼວດໄປໃສ່ອິສຣາແອລ ຫຼັງຈາກເຮືອບິນລົບຂອງ
ອິສຣາແອລໂຈມຕີເຂດກາຊາເພື່ອເປັນການຕອບໂຕ້ຕໍ່ການໂຈມຕີຫຼາຍໆຄັ້ງ ໃສ່ພາກໃຕ້
ອິສຣາແອລ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 8 ຄົນນັ້ນ.

ເຈົ້າໜ້າທີ່ອິສຣາແອລກ່າວວ່າ ພວກຫົວຮຸນແຮງໄດ້ຍິງຈະຫຼວດຢ່າງນ້ອຍ 10 ລູກໄປໃສ່ອິສ
ຣາແອລ ໃນວັນສຸກມື້ນີ້ ຊຶ່ງໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ໂຮງຮຽນວັດຂອງສາສະໜາຢິວ
ແຫ່ງນຶ່ງທີ່ເມືອງ Ashdod ໃນພາກໃຕ້ຂອງອິສຣາແອລ ທີ່ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຈຳ
ນວນນຶ່ງ.

ການຍິງຈະຫຼວດໂຈມຕີມີຂຶ້ນລຸນຫຼັງການໂຈມຕີທາງອາກາດໃນຕອນກາງຄືນຕໍ່ເຂດກາຊາ ທີ່ໄດ້ສັງຫານເດັກຊາຍຄົນນຶ່ງ. ອິສຣາແອລ ໄດ້ທຳການໂຈມຕີທາງອາກາດ ຫຼັງຈາກໄດ້ມີ
ການບຸກໂຈມຕີ ໃນວັນພະຫັດວານນີ ້ຕາມບໍລິເວນຊາຍແດນອິສຣາແອລ ທີ່ຕິດກັບອີຈິບ. ກອງທັບອິສຣາແອລກ່າວວ່າພວກມືປືນໄດ້ເຂົ້າໄປໃນອິສຣາແອລຈາກເຂດກາຊາໂດຍຜ່ານ ທາງແຫຼມໄຊນາຍຂອງອີຈິບ.

ກຳລັງອິສຣາແອລໄດ້ສັງຫານພວກໂຈມຕີຢ່າງນ້ອຍ 5 ຄົນຢູ່ຕາມບໍລິເວນຊາຍແດນແລະຕໍ່ ມາກໍໄດ້ສັງຫານສະມາຊິກອີກ 4 ຄົນຂອງກຳລັງປະກອບອາວຸດ ປາແລສໄຕນ໌ທີ່ມີຊື່ວ່າຄະ ນະກຳມະການຕໍ່ຕ້ານຂອງມະຫາຊົນຫຼັງຈາກໄດ້ມີການຖິ້ມໂທດໃສ່ກຸ່ມດັ່ງກ່າວວ່າເປັນຜູ້ຮັບ
ຜິດຊອບໃນການໂຈມຕີແລະກຸ່ມກໍ່ການຮ້າຍຈຸນີ້ກໍປະກາດວ່າຈະທຳການແກ້ແຄ້ນຕໍ່ການສັງ
ຫານໃນຄັ້ງນີ້ຊຶ່ງມີລາຍງານວ່າ ພວກທີ່ເສຍຊີວິດແມ່ນຮວມທັງຜູ້ນຳຂອງກຸ່ມນຳດ້ວຍ.

ຂະນະດຽວກັນ ກຸ່ມຫົວຮຸນແຮງຮາມັສ ຊຶ່ງເປັນຜູ້ຄວບຄຸມເຂດກາຊານັ້ນ ໄດ້ປະຕິເສດວ່າ
ຕົນບໍ່ມີສ່ວນພົວພັນໃດໆໃນການໂຈມຕີຕໍ່ຊາວອິສຣາແອລ.

XS
SM
MD
LG