ກອງທັບອິສຣາແອລລາຍງານວ່າ ຕົນໄດ້ທໍາການຍິງລູກສອນໄຟຂີປະນາວຸດ ແລະ ໂດຣນ ທີ່ຍິງຂຶ້ນຈາກ ເຢເມນ ໃນວັນສຸກມື້ນີ້, ເຊິ່ງເປັນການໂຈມຕີຫຼ້າສຸດຈາກປະເທດທີ່ກໍາລັງແນເປົ້າໝາຍໃສ່ ອິສຣາແອລ ໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາ.
ກອງທັບໄດ້ອອກມາເຜີດເຜີຍໃນຖະແຫຼງການສະບັບນຶ່ງທີ່ໂພສລົງໃນຊ່ອງ Telegram ຂອງຕົນວ່າ ລູກສອນໄຟທີ່ຍິງຈາກ ເຢເມນ ແລະຂ້າມເຂົ້າໄປໃນດິນແດນ ອິສຣາແອລ, ຖືກຍິງສະກັດກັ້ນໄວ້ໄດ້.”
“ມີລາຍງານກ່ຽວກັບເສດລູກປືນຈາກການຍິງສະກັດ ຕົກລົງຢູ່ໃນພື້ນທີ່ ໂມດີອິນ (Modi'in) ທີ່ຕັ້ງຢູ່ໃນພາກກາງຂອງ ອິສຣາແອລ, ແລະຂະນີ້ ກໍກໍາລັງກວດກາກ່ຽວກັບລາຍລະອຽດຢູ່.”
ໜ່ວຍງານ ເມເກັນ ເດວິດ ອະດອມ (Magen David Adom) ເຊິ່ງເປັນຜູ້ໃຫ້ບໍລິການສຸກເສີນຂອງອິສຣາແອລລາຍງານວ່າ ຕົນໄດ້ທໍາການປິ່ນປົວຜູ້ບາດເຈັບຈໍານວນນຶ່ງ ຫຼື ຜູ້ປະສົບກັບຄວາມຢ້ານກົວຢ່າງຮຸນແຮງຈາກການໂຈມຕີໃນເສັ້ນທາງຂອງພວກເຂົາເຈົ້າໄປຍັງບ່ອນລີ້ໄພ ລຸນຫຼັງມີສຽງສັນຍານເຕືອນໄພທາງອາກາດດັງຂຶ້ນຢູ່ໃນສູນ ແລະບໍລິເວນພາກໃຕ້ຂອງປະເທດ.
ໃນບໍ່ເທົ່າໃດຊົ່ວໂມງຕໍ່ມາ, ທະຫານອອກມາປະກາດວ່າ ຕົນຍັງໄດ້ຍິງໂດຣນທີ່ຍິງຂຶ້ນຈາກ ເຢເມນ ນໍາອີກດ້ວຍ.
ພວກເຂົາເຈົ້າກ່າວຕື່ມວ່າ ໂດຣນລຳນີ້ຖືກສະກັດກັ້ນໄວ້ກ່ອນທີ່ມັນຈະບິນເຂົ້າໄປໃນ ອິສຣາແອລ.
ໃນວັນອັງຄານທີ່ຜ່ານມາ, ອິສຣາແອລ ຍັງກ່າວວ່າ ຕົນໄດ້ສະກັດກັ້ນລູກສອນໄຟຂີປະນາວຸດທີ່ຍິງຂຶ້ນຈາກ ເຢເມນ.
ສ່ວນໃຫຍ່ຂອງ ເຢເມນ ແມ່ນຖືກຄວບຄຸມໂດຍກຸ່ມກະບົດ ຮູຕີ ທີ່ໜູນຫຼັງໂດຍ ອີຣ່ານ, ຜູ້ທີ່ໄດ້ຍິງລູກສອນໄຟ ແລະ ໂດຣນ ເຂົ້າໃສ່ ອິສຣາແອລ, ເຊັ່ນດຽວກັບກໍາປັ່ນຫຼາຍລໍາຢູ່ໃນຂົງເຂດທະເລແດງ ແລະອ່າວ ເອເດັນ (Aden) ໃນສິ່ງທີ່ພວກເຂົາກ່າວວ່າ ເປັນຄວາມສາມັກຄີກັບຊາວປາແລັສໄຕນ໌ ເນື່ອງຈາກສົງຄາມໃນຂົງເຂດກາຊາລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ.
ກຸ່ມກະບົດຮູຕີ ໄດ້ເພີ່ມບາດກ້າວໃນການໂຈມຕີຂອງພວກເຂົາ ນັບຕັ້ງແຕ່ການຢຸດຍິງລະຫວ່າງ ອິສຣາແອລ ແລະ ກຸ່ມ ເຮັສໂບລລາ ທີ່ໜູນຫຼັງໂດຍ ອີຣ່ານ ຢູ່ ເລບານອນ ໃນຊ່ວງເດືອນພະຈິກທີ່ຜ່ານມາ.
ອິສຣາແອລ ຍັງໄດ້ທໍາການໂຈມຕີ ເຢເມນ, ລວມທັງການໂຈມຕີທີ່ແນເປົ້າໝາຍໃສ່ສະໜາມບິນສາກົນຂອງເມືອງຊານາ (Sanaa) ໃນຊ່ວງໄລຍະທ້າຍເດືອນທັນວາທີ່ຜ່ານມານີ້.
ຟໍຣັມສະແດງຄວາມຄິດເຫັນ