ອິສຣາແອລ ກ່າວວ່າ ຕົນໄດ້ຢຶດເອົາ ດິນແດນຂອງຊາວ
ປາແລສໄຕນ໌ ກ້ວາງ 400 ເຮັກຕາ ໃນເຂດຝັ່ງຕາເວັນຕົກ
ຂອງແມ່ນ້ຳຈໍແດນ ຫຼື West Bank ທີ່ຄອບຄອງໂດຍ
ອິສຣາແອລນັ້ນ ຊຶ່ງເປັນນຶ່ງໃນການຢຶດເອົາດິນຄັ້ງໃຫຍ່
ທີ່ສຸດ ໂດຍລັດຂອງຊາວຍິວ ໃນຮອບຫຼາຍສິບປີ.
ດິນແດນດັ່ງກ່າວ ແມ່ນຢູ່ໃນເຂດ Etzion ໃກ້ໆກັບນະຄອນ
Bethlehem ແລະອາດຈະຖືກນຳໃຊ້ເປັນບ່ອນຕັ້ງຖິ່ນຖານ
ແຫ່ງໃໝ່ຂອງຊາວຍິວ ແລະເປັນເມືອງໃໝ່ຂອງອິສຣາແອລ
ທີ່ຈະເອີ້ນວ່າ ເມືອງ Gevaot.
ກອງທັບອິສຣາແອລ ກ່າວວ່າ ຕົນໄດ້ປະກາດໃຫ້ດິນຕອນນັ້ນ ເປັນ “ຂອງລັດ” ພາຍໃຕ້
ຄຳສັ່ງຈາກບັນດາຜູ້ນຳການເມືອງ. ການເຄື່ອນໄຫວດັ່ງກ່າວແມ່ນເປັນປະຕິກິລິຍາຕອບ
ໂຕ້ ຕໍ່ການລັກເອົາຕົວແລະສັງຫານ ເຍົາວະຊົນອິສຣາແອລ 3 ຄົນ ໃກ້ໆກັບ Bethle-
hem ໃນເດືອນມິຖຸນາຜ່ານມາ.
ອິສຣາແອລໄດ້ລະບຸຊື່ ຊາວປາແລສໄຕດ໌ 3 ຄົນ ທີ່ເປັນຜູ້ຕ້ອງສົງໄສ. ການສັງຫານຊາວ
ຍິວດັ່ງກ່າວ ແລະ ການຂ້າລ້າງແຄ້ນ ເດັກນ້ອຍຊາວປາແລສໄຕນ໌ຄົນນຶ່ງ ໂດຍອິສຣາແອລ
ໄດ້ເປັນຈຸດຂະນວນ ໃຫ້ເກີດການສູ້ລົບກັນໃນປັດຈຸບັນ ລະຫວ່າງອິສຣາແອລ ແລະກຸ່ມຮາ
ມັສ ຢູ່ໃນເຂດກາຊາ.
ກະຊວງການຕ່າງປະເທດສະຫະລັດ ກ່າວເຖິງການຢຶດເອົາດິນຂອງອິສຣາແອລນັ້ນ ວ່າ
“ຕ້ານກັບຜົນປະໂຫຍດ” ໃນຄວາມພະຍາຍາມສ້າງສັນຕິພາບ ແລະຂໍຮ້ອງໃຫ້ ອິສຣາ
ແອລ ໄຕ່ຕອງຄືນ.
ຫົວໜ້າເຈລະຈາປາແລສໄຕນ໌ ທ່ານ Saeb Erekat ປະນາມການເຄື່ອນໄຫວດັ່ງກ່າວວ່າ
ເປັນສ່ວນນຶ່ງຂອງອັນທີ່ທ່ານເອີ້ນວ່າ ການກໍ່ອາຊະຍາກຳຂອງອິສຣາແອລ ຕໍ່ພົນລະເມືອງ ຊາວປາແລສໄຕນ໌ ແລະ ດິນແດນຂອງພວກເຂົາເຈົ້າ ທີ່ຖືກຄອບຄອງ.