ອິສຣາແອລ ແລະ ກຸ່ມເຮັສບອລລາ ໄດ້ຍິງຕອບໂຕ້ກັນຂ້າມເຂດຊາຍແດນ ໃນວັນອາທິດວານນີ້ ອັນເປັນຂີດໝາຍການຍິງຕອບໂຕ້ກັນທີ່ໜັກທີ່ສຸດໃນຮອບ ຫຼາຍເດືອນ. ກອງທັບ ອິສຣາແອລ ຍັງໄດ້ໂຈມຕີເປົ້າໝາຍຂອງກຸ່ມ ຮາມາສ ໃນເຂດກາຊາ, ເຊິ່ງທັງໝົດນັ້ນເກີດຂຶ້ນກ່ອນການເຈລະຈາຢຸດຍິງໃນປະເທດ ອີຈິບ. ນັກຂ່າວວີໂອເອ ອາຣາສ ອາຣາບາຊາດີ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ອິສຣາແອລ ເວົ້າວ່າເຂົາເຈົ້າໄດ້ເປີດການໂຈມຕີທາງອາກາດທີ່ເປົ້າໃສ່ເຄື່ອງຍິງຈະຫຼວດຫຼາຍໜ່ວຍເພື່ອທຳລາຍສິ່ງທີ່ເຂົາເຈົ້າເອີ້ນວ່າການໂຈມຕີທີ່ຈະເກີດຂຶ້ນ ຈາກກຸ່ມຫົວຮຸນແຮງທີ່ໄດ້ຮັບການໜູນຫຼັງໂດຍ ອີຣ່ານ ຄືກຸ່ມເຮັສບອລລາ.
ໃນຂະນະດຽວກັນ, ກຸ່ມເຮັສບອລລາ ກ່າວວ່າພວກເຂົາໄດ້ຍິງຈະຫຼວດຫຼາຍຮ້ອຍລູກ ແລະ ສົ່ງໂດຣນໄປ ອິສຣາແອລ ດັ່ງກັບການແກ້ແຄ້ນສຳລັບການສັງຫານຜູ້ບັນຊາການລະດັບສູງໃນນະຄອນຫຼວງ ເບຣຸດ ຂອງເລບານອນ ໃນເດືອນທີ່ຜ່ານມາ. ການເພີ່ມຂຶ້ນໃນຄວາມຮຸນແຮງດັ່ງກ່າວເປັນຂີດໝາຍການຍິງປະທະກັນທີ່ໜັກທີ່ສຸດໃນຮອບຫຼາຍເດືອນ. ແລະ ອິສຣາແອລ ກ່າວວ່າຍັງຈະເກີດຂຶ້ນຕື່ມອີກຢູ່.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວວ່າ “ພວກເຮົາໄດ້ໂຈມຕີພວກເຮັສບອລລາ ເມື່ອສາມອາທິດທີ່ຜ່ານມາພວກເຮົາໄດ້ກຳຈັດເສນາທິການ ແລະ ມື້ນີ້ພວກເຮົາໄດ້ທຳລາຍແຜນການໂຈມຕີ. ທ້າວ ນາສຣາລລາ ໃນນະຄອນຫຼວງ ເບຣຸດ ແລະ ທ່ານ ຄາມານາຍ ໃນນະຄອນຫຼວງ ເຕຫະຣ່ານ ຄວນຮູ້ວ່ານີ້ແມ່ນອີກບາດກ້າວນຶ່ງທີ່ກຳລັງເກີດຂຶ້ນ ເພື່ອປ່ຽນແປງສະຖານະການໃນພາກເໜືອ… ແລະຂ້າພະເຈົ້າຂໍກ່າວຢໍ້າ, ນີ້ບໍ່ແມ່ນຕອນຈົບຂອງເລື່ອງເທື່ອ.”
ທ່ານ ເນຕັນຢາຮູ ໄດ້ເອີ້ນຊື່ຜູ້ນຳຂອງກຸ່ມເຮັສບອລລາ ແລະ ອີຣ່ານ ໃນຖະແຫຼງການຂອງທ່ານຕາມລຳດັບ.
ໃນຂະນະດຽວກັນ, ໃນວັນເສົາທີ່ຜ່ານມາ, ພະນັກງານຊ່ວຍເຫຼືອໃນທ້ອງຖິ່ນຢູ່ກາຊາ ໄດ້ກ່າວວ່າການໂຈມຕີທາງອາກາດຂອງ ອິສຣາແອລ ໄດ້ສັງຫານ ຊາວປາເລັສໄຕນ໌ ຢ່າງໜ້ອຍສາມສິບຄົນຢູ່ທີ່ນັ້ນ.
ກອງທັບອິສຣາແອລ ໄດ້ກ່າວວ່າເຂົາເຈົ້າກຳລັງເບິ່ງໃນລາຍງານທີ່ວ່ານັ້ນ.
ທັງໝົດນີ້ເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງກ່່ອນການເຈລະຈາຢຸດຍິງໃນນະຄອນຫຼວງ ໄຄໂຣ ຂອງປະເທດ ອີຈິບ.
ສະມາຊິກສະພາສູງສັງກັດຝ່າຍອິດສະຫຼະຂອງ ສະຫະລັດ ທ່ານ ເບີນີ ແຊນເດີສ໌ ກ່າວວ່າ “ພວກເຮົາມີສະຖານະ ການທີ່ບໍ່ແນ່ນອນໃນເຂດຕາເວັນອອກກາງ. ພວກເຮົາມີມັນເປັນເວລາດົນຫຼາຍແລ້ວໃນຕອນນີ້. ຂ່າວດີກໍແມ່ນວ່າ ມັນປາກົດວ່າທັງກຸ່ມເຮັສບອລລາ ແລະ ອິສຣາແອລ ແມ່ນກຳລັງພະຍາຍາມ ທີ່ຈະຫຼຸດຜ່ອນຄວາມຮຸນແຮງ. ຂ້າພະເຈົ້າຫວັງວ່າມັນຈະເກີດຂຶ້ນ, ແລະ ຂ້າພະເຈົ້າຫວັງວ່າພວກເຮົາຈະບັນລຸການຢຸດຍິງກັບ ອິສຣາແອລ ແລະ ກຸ່ມຮາມາສ ໄວເທົ່າທີ່ຈະໄວໄດ້.”
ໃນຂະນະທີ່ຄວາມຮຸນແຮງທີ່ເພີ່ມຂຶ້ນໄດ້ຢຸດຖ້ຽວບິນຈຳນວນນຶ່ງອອກຈາກສະໜາມບິນ ເບັນ ກູຣີອອນ ສາກົນ ຂອງອິສຣາແອລ ນັ້ນ, ຢ່າງໜ້ອຍສຳລັບຕອນນີ້, ມັນເບິ່ງຄືວ່າຈະບໍ່ກະຕຸ້ນໃຫ້ເກີດຄວາມຂັດແຍ້ງຂະໜາດໃຫຍ່ຢູ່ໃນພາກພື້ນດັ່ງກ່າວ.
ອ່ານລາຍງານນີ້ເປັນພາສາອັງກິດ
Israel says it launched airstrikes targeting thousands of rocket launchers to foil what it called an imminent attack from the Iranian-backed militant group, Hezbollah.
Hezbollah, meanwhile, says it fired hundreds of rockets and drones at Israel as payback for the killing of a top commander in Beirut last month.
The uptick in violence marks the heaviest exchanges in months.
And Israel says there’s more to come.
“We are hitting Hezbollah… Three weeks ago we eliminated (the) chief of staff, and today we foiled (the) offensive plan. Nasrallah in Beirut and Khamanei in Tehran should know this is another step on the way to changing the situation in the north… And I repeat, this is not the end of the story.”
Netanyahu respectively naming the leaders of Hezbollah and Iran in his statement.
Meanwhile, on Saturday, local aid workers in Gaza said Israeli airstrikes killed at least three dozen Palestinians there.
The Israeli military said it was looking into the reports.
All this just hours ahead of cease-fire talks in Egypt’s capital, Cairo.
“We have a very volatile situation in the Middle East. We’ve had that for a very long time now. The good news is it appears that both Hezbollah and Israel are trying to
deescalate. I hope that happens, and I hope we reach a cease-fire with Israel and Hamas as soon as possible.”
And while the violent uptick grounded some flights out of Israel’s Ben Gurion International Airport, for now at least, it seems not to have triggered a larger-scale conflict in the region.
ຟໍຣັມສະແດງຄວາມຄິດເຫັນ