ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິສຣາແອລ ໄດ້ຖະຫລົ່ມເຂດກາຊາ ຂະນະທີ່ການໃຊ້ຄວາມຮຸນແຮງ ຍ່າງເຂົ້າອາທິດທີ 2


ຄວັນແລະແປວໄຟໄດ້ລຸກຂຶ້ນຢູ່ເທິງອາຄານຫລັງນຶ່ງຢູ່ໃນການໂຈມຕີທາງອາກາດຂອງອິສຣາແອລ ທ້າມກາງການຕໍ່ສູ້ກັນຮ້າຍແຮງຂຶ້ນລະຫວ່າງອິສຣາແອລ ແລະປາແລສໄຕນ໌ ໃນເມືອງ Gaza ໃນວັນທີ 17 ພຶດສະພາ 2021.
ຄວັນແລະແປວໄຟໄດ້ລຸກຂຶ້ນຢູ່ເທິງອາຄານຫລັງນຶ່ງຢູ່ໃນການໂຈມຕີທາງອາກາດຂອງອິສຣາແອລ ທ້າມກາງການຕໍ່ສູ້ກັນຮ້າຍແຮງຂຶ້ນລະຫວ່າງອິສຣາແອລ ແລະປາແລສໄຕນ໌ ໃນເມືອງ Gaza ໃນວັນທີ 17 ພຶດສະພາ 2021.

ອິສຣາແອລໄດ້ຖະຫລົ່ມເມືອງກາຊາ (Gaza) ໂດຍການໂຈມຕີທາງອາກາດຫຼາຍຄັ້ງ ແລະກຸ່ມນັກລົບຫົວຮຸນແຮງຂອງປາແລັສໄຕນ໌ ກໍໄດ້ທໍາການໂຈມຕີດ້ວຍຈະຫລວດຕໍ່ອິສຣາແອລອີກຄັ້ງໃໝ່ ໃນຂະນະທີ່ປະທານາທິບໍດີສະຫະລັດ, ທ່ານ ໂຈ ໄບເດັນ ໄດ້ໂອ້ລົມກັບນາຍົກລັດຖະມົນຕີອິສຣາແອລ, ທ່ານເບັນຈາມິນ ເນຕັນຢາຮູເປັນເທື່ອທີສາມນັບຕັ້ງແຕ່ມີຄວາມຮຸນແຮງເກີດຂຶ້ນໃນນຶ່ງອາທິດກ່ອນ ເປັນຕົ້ນມາ.

ຖະແຫຼງການຂອງທຳນຽບຂາວສະບັບນຶ່ງກ່າວວ່າ "ປະທານາທິບໍດີໄດ້ສະແດງການສະໜັບສະໜູນໃຫ້ມີການຢຸດຍິງ ແລະໄດ້ປຶກສາຫາລືກັນກ່ຽວກັບການເຮັດວຽກ ຂອງສະຫະລັດກັບອີຈິບ ແລະປະເທດພາຄີອື່ນໆເພື່ອກ້າວໄປສູ່ຈຸດນັ້ນ".

ນັບຕັ້ງແຕ່ມີການສູ້ລົບກັນເກີດຂຶ້ນໃນວັນທີ 10 ພຶດສະພາເປັນຕົ້ນມາ, ຢ່າງ ໜ້ອຍມີຊາວປາແລສໄຕນ໌ 200 ຄົນໄດ້ຖືກຂ້າຕາຍ, ລວມທັງເດັກນ້ອຍຢ່າງ ໜ້ອຍ 59 ຄົນ ແລະ ແມ່ຍິງ 35 ຄົນ. ມີຊາວອິສຣາແອລຢ່າງໜ້ອຍ 10 ຄົນໄດ້ຖືກຂ້າຕາຍໃນການໂຈມຕີດ້ວຍຈະຫລວດ, ໃນນັ້ນມີເດັກນ້ອຍອາຍຸ 6 ປີ ຜູ້ນຶ່ງ, ອີງຕາມກະຊວງສາທາລະນະສຸກຂອງເຂດກາຊາ.

ກອງທັບອິສຣາແອລກ່າວວ່າ ຕົນໄດ້ທຳລາຍອຸໂມງທີ່ຍາວ 15 ກິໂລແມັດ ໃນເຂດກາຊາ ທີ່ໃຊ້ໂດຍກຸ່ມຮາມາສ, ພ້ອມທັງອາຄານ 5 ຊັ້ນຫລັງນຶ່ງ ຂອງກະ ຊວງສາສະໜາທີ່ບໍລິຫານໂດຍກຸ່ມຮາມາສ, ແລະໄດ້ສັງຫານຜູ້ບັນຊາການກຸ່ມປະກອບອາວຸດຈີຮາດອິສລາມຢູ່ທາງທິດເໜືອຂອງເຂດກາຊາ (Gaza), ທ່ານ ຮຸສຊາມ ອາບູ ຮາບີດ (Hussam Abu Harbeed).

ເພື່ອເປັນການຕອບໂຕ້ກັບນັ້ນ ກຸ່ມຈີຮາດອິສລາມໄດ້ຍິງຈະຫຼວດໃສ່ເມືອງແອສດອດ (Ashdod) ທີ່ຕັ້ງຢູ່ແຄມຝັ່ງທະເລຂອງອິສຣາແອລ, ແລະພວກເຈົ້າໜ້າທີ່ກ່າວວ່າ 7 ຄົນໄດ້ຮັບບາດເຈັບ.

ທ່ານເນຕັນຢາຮູກ່າວໃນຄຳປາໄສໃນວັນຈັນວານນີ້ ຫລັງຈາກໄດ້ພົບປະກັບເຈົ້າ ໜ້າທີ່ປ້ອງກັນປະເທດຂັ້ນສູງວ່າ ອິສຣາແອລຈະ "ສືບຕໍ່ໂຈມຕີເປົ້າໝາຍກໍ່ການຮ້າຍ" ແລະ "ຈະດຳເນີນການຕໍ່ໄປອີກ ດົນເທົ່າທີ່ມີຄວາມຈຳເປັນ ເພື່ອນໍາເອົາຄວາມສະຫງົບສຸກ ແລະຄວາມປອດໄພ ກັບຄືນມາໃຫ້ພົນລະເມືອງອິສຣາແອລ ທຸກຄົນ."

ກຸ່ມປະກອບອາວຸດຂອງອົງການຮາມາສໄດ້ສັນຍາວ່າຈະຍິງຈະຫລວດຕື່ມອີກ.

ໂຄສົກອາບູ ຢູບາຍດີ (Abu Ubaida) ກ່າວວ່າ "ພວກລ່າເມືອງຂຶ້ນຢີວ ຫລື Zionist ທີ່ເປັນສັດຕູກໍ່ຊະຍາກໍາໄດ້ເພີ່ມທະວີການຖິ້ມລະເບີດໃສ່ເຮືອນຊານແລະອາພາດເມັນຂອງຜູ້ຢູ່ອາໄສ ໃນບໍ່ເທົ່າໃດຊົ່ວໂມງທີ່ຜ່ານມານີ້, ແລະເພາະສະ ນັ້ນ, ພວກເຮົາເຕືອນສັດຕູວ່າ ຖ້າມັນບໍ່ຢຸດເຊົາເຮັດແນວນັ້ນໃນທັນທີ, ພວກເຮົາຈະສືບຕໍ່ຍິງຈະຫລວດໃສ່ນະຄອນແທລອາວີບ (Tel Aviv)".

ພ້ອມກັນນັ້ນ ໃນວັນຈັນວານນີ້, ຜູ້ຊາຍຊາວອິສຣາແອລຄົນນຶ່ງໄດ້ເສຍຊີວິດໄປຍ້ອນບາດແຜຂອງລາວ ຫຼັງຈາກຖືກໂຈມຕີໃນອາທິດແລ້ວນີ້ ໂດຍກຸ່ມພົນລະ ເມືອງອາຣັບຢູ່ໃນເມືອງຫລອດ (Lod) ຢູ່ເຂດໃຈກາງຂອງປະເທດ, ຊຶ່ງເປັນເຂດຂອງຊຸມຊົນຊາວຢິວ ແລະອາຣັບຢູ່ປົນກັນ ທີ່ໄດ້ກາຍມາເປັນເຂດຈຸດສຸມໃນໄລຍະທີ່ມີການຕໍ່ສູ້ກັນຄັ້ງຫຼ້າສຸດນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG