ສື່ມວນຊົນຂອງລັດຖະບານຊີເຣຍກ່າວໃນວັນອັງຄານມື້ນີ້ວ່າ ລູກສອນໄຟຂອງ ອິສຣາ
ແອລສອງລູກ ໄດ້ຖືກເປົ້າໝາຍ ໃກ້ສະໜາມບິນສາກົນ ໃນນະຄອນດາມາສກັສ.
ລາຍງານຂອງອົງການຂ່າວຊານາ ບໍ່ໄດ້ກ່າວເຖິງການເສຍຫາຍໃດໆ ຫຼືການບາດເຈັບ
ໃນຂະນະທີ່ກ່າວວ່າ ອິສຣາແອລໄດ້ທຳການຕອບໂຕ້ ຕໍ່ການສູນເສຍຫວ່າງມໍ່ໆມານີ້
ໂດຍພວກນັກລົບກະບົດ ຢູ່ທາງພາກໃຕ້ຊີເຣຍ.
ອົງການສິ້ງຊອມສິດທິມະນຸດຢູ່ໃນຊີເຣຍ ທີ່ມີຫ້ອງການຕັ້ງຢູ່ອັງກິດກ່າວວ່າ ລູກສອນ
ໄຟ ໄດ້ຕົກຖືກບ່ອນທີ່ສົງໄສວ່າເປັນສາງອາວຸດຂອງພວກທະຫານບ້ານ ທີ່ສະໜັບ
ສະໜູນລັດຖະບານ.
ອິສຣາແອລໄດ້ປະຕິບັດງານໂຈມຕີທາງອາກາດຫຼາຍຄັ້ງໃນລະຫວ່າງບັນຫາຂັດແຍ້ງ
ຢູ່ໃນຊີເຣຍ ໂດຍປົກກະຕິແລ້ວ ຈະແນເປົ້າໝາຍ ໃສ່ການສະກັດກັ້ນໃນການຫຼ່ັງໄຫຼ
ຂອງອາວຸດ ທີ່ສົງໄປໃຫ້ກຸ່ມຫົວຮຸນແຮງເຮສໂບລາ ທີ່ຣ່ານໜູນຫຼັງ ຢູ່ໃນເລບານອນ ຫຼື
ເພື່ອປ້ອງກັນບໍ່ໃຫ້ອີຣ່ານ ສ້າງຕັ້ງການມີໜ້າຢູ່ໃນຊີເຣຍ ທີ່ອິສຣາແອລເຫັນວ່າເປັນໄພ
ຂົ່ມຂູ່ນັ້ນ.
ກອງທັບອິສຣາແອລ ບໍ່ມັກເວົ້າເຖິງ ການໂຈມຕີຂອງຕົນ.