ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ດຳເນີນ ການໂຈມຕີ ຢ່າງຮຸນແຮງຕໍ່ ອີຣ່ານ ແລະ ຊີເຣຍ


ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ, ກາງ, ນັ່ງໃກ້ກັບ ເລຂາຄະນະລັດຖະມົນຕີທ່ານ ຊາຈີ ເບຣເວີແມນ "Tzachi Braverman", ຂວາ, ແລະ ລັດຖະມົນຕີສືບລັບ ແລະ ການຂົນສົ່ງ ທ່ານ ອິສຣແອລ ຄັດສ "Israel Katz," ທີ່ຕອນເລີ່ມຕົ້ນຂອງກອງປະຊຸມຄະນະລັດ
ຖະມົນຕີປະຈຳສັບປະດາ ໃນນະຄອນ ເຈຣູຊາແລັມ. 11 ກຸມພາ, 2018.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ, ກາງ, ນັ່ງໃກ້ກັບ ເລຂາຄະນະລັດຖະມົນຕີທ່ານ ຊາຈີ ເບຣເວີແມນ "Tzachi Braverman", ຂວາ, ແລະ ລັດຖະມົນຕີສືບລັບ ແລະ ການຂົນສົ່ງ ທ່ານ ອິສຣແອລ ຄັດສ "Israel Katz," ທີ່ຕອນເລີ່ມຕົ້ນຂອງກອງປະຊຸມຄະນະລັດ ຖະມົນຕີປະຈຳສັບປະດາ ໃນນະຄອນ ເຈຣູຊາແລັມ. 11 ກຸມພາ, 2018.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໄດ້ກ່າວໃນວັນອາທິດ
ວານນີ້ວ່າ ປະເທດຂອງທ່ານ ໄດ້ຮັບມືກັບ “ການໂຈມຕີ ທີ່ຮຸນແຮງ” ຕໍ່ກອງກຳລັງ
ອີຣ່ານ ແລະ ຊີເຣຍ ໃນປະເທດ ຊີເຣຍ ແລະ ຈະສືບຕໍ່ ເພື່ອສູ້ ກັບທຸກໆການຮຸກຮານ
ໃນຄັ້ງຕໍ່ໄປ.

ທ່ານ ເນຕັນຢາຮູ ໄດ້ກ່າວໃນຕອນເລີ່ມຕົ້ນຂອງກອງປະຊຸມຄະນະລັດຖະມົນຕີວ່າ
“ພວກເຮົາໄດ້ກ່າວຢ່າງຊັດເຈນຕໍ່ທຸກຄົນວ່າ ກົດລະບຽບໃນການພົວພັນ ຂອງພວກ
ເຮົາ ຈະບໍ່ມີການປ່ຽນແປງ ໃນທິດທາງໃດໆ. ພວກເຮົາຈະສືບຕໍ່ທຳຮ້າຍທຸກຄົນ ຜູ້ທີ່
ພະຍາຍາມຈະທຳຮ້າຍພວກເຮົາ. ນີ້ແມ່ນນະໂຍບາຍຂອງພວກເຮົາ ແລະ ຍັງຄົງຈະ
ເປັນນະໂຍບາຍຂອງພວກເຮົາຕໍ່ໄປ.”

ການໂຈມຕີໃນວັນເສົາທີ່ຜ່ານມາ ໄດ້ເກີດຂຶ້ນຫຼັງຈາກລະບົບປ້ອງກັນອາກາດຂອງ
ຊີເຣຍ ໄດ້ຍິງເຮືອບິນຮົບ F-16 ຂອງ ອິສຣາແອລ ຕົກ ດ້ວຍປືນຕໍ່ຕ້ານເຮືອບິນ, ເປັນ
ຄັ້ງທຳອິດທີ່ ອິສຣາແອລ ໄດ້ສູນເສຍເຮືອບິນຮົບ ນັບຕັ້ງແຕ່ການຕໍ່ສູ້ໃນປີ 1982 ເປັນ
ຕົ້ນມາ.

ຄົນຂັບເຮືອບິນ ອິສຣາແອລ ສາມາດທີ່ຈະດີດຕົວອອກຈາກເຮືິອບິນຂອງເຂົາເຈົ້າໄດ້,
ເຊິ່ງໄດ້ຕົກລົງໃນປະເທດ ອິສຣາແອລ, ອີງຕາມການກ່າວຂອງກອງທັບ ອິສຣາແອລ.
ອິສຣາແອລ ກ່າວວ່າ ນຶ່ງໃນບັນດາຄົນຂັບເຮືອບິນນັ້ນ “ໄດ້ຮັບບາດເຈັບສາຫັດ” ໃນ
ການ “ອົບພະຍົບສຸກເສີນ,” ໃນຂະນະທີ່ອີກຄົນນຶ່ງ ແມ່ນໄດ້ຮັບບາດເຈັບ ເລັກນ້ອຍ.

ອິສຣາແອລ ກ່າວວ່າ ເຂົາເຈົ້າໄດ້ຍິງໃສ່ອີຣ່ານ ແລະ ຊີເຣຍ ທີ່ເປັນ ເປົ້າໝາຍ ຫຼາຍ
ກວ່າ 10 ແຫ່ງໃນປະເທດ ຊີເຣຍ, ລວມທັງສູນບັນຊາການ ແລະ ລະບົບປ້ອງກັນລູກ
ສອນໄຟ. ອິສຣາແອລ ໄດ້ດຳເນີນການໂຈມຕີທາງອາກາດ ຫຼັງຈາກປືນຕໍ່ຕ້ານເຮືອບິນ
ໄດ້ຍິງເຮືອບິນຮົບຂອງ ອິສຣາແອລ ຕົກ ຫຼັງຈາກໄດ້ເດີນທາງກັບຈາກການໂຈມຕີໃສ່
ທີ່ໝັ້ນ ທີ່ ອີຣ່ານ ໜູນຫຼັງໃນປະເທດ ຊີເຣຍ. ກ່ອນໜ້ານັ້ນ, ອິສຣາແອລ ໄດ້ກ່າວວ່າ
ເຂົາເຈົ້າໄດ້ຍິງເຮືອບິນບໍ່ມີຄົນຂັບຂອງ ອີຣ່ານ ຕົກ ເຊິ່ງມັນໄດ້ບິນຂຶ້ນຈາກປະເທດ
ຊີເຣຍ ຫຼັງຈາກມັນໄດ້ບິນເຂົ້າເຂດແດນ ອິສຣາແອລ ໃນຕອນແລງຂອງວັນສຸກທີ່
ຜ່ານມາ.

ບັນດາເຈົ້າໜ້າທີ່ ອິສຣາແອລ ຫຼາຍຄົນໄດ້ກ່າວວ່າ ເຂົາເຈົ້າໄດ້ປະຕິເສດທີ່ຈະຍອມ
ຮັບການມີໜ້າຂອງກອງທັບ ອີຣ່ານ ໃນປະເທດ ຊີເຣຍ ເຊິ່ງລັດຖະບານ ເຕຫະຣ່ານ
ໄດ້ປະຕິເສດວ່າບໍ່ມີ.

ທ່ານ ເດວິດ ເລຊ໌ "David Lesch" ອາຈານສອນປະຫວັດສາດ ແລະ ນັກວິເຄາະໃນ
ພາກພື້ນ ຈາກມະຫາວິທະຍາໄລ ທຣິນິຕີ "Trinity" ໄດ້ກ່າວຕໍ່ວີໂອເອວ່າ “ຈາກທຸກ
ຢ່າງທີ່ຂ້າພະເຈົ້າຮູ້ ແລະ ທຸກຢ່າງທີ່ຂ້າພະເຈົ້າໄດ້ອ່ານ ແລະ ສິ່ງທີ່ຄົນຢູ່ອ້ອມຂ້າງ
ໄດ້ບອກຂ້າພະເຈົ້ານັ້ນ, ອີຣ່ານ ມີເຈົ້າໜ້າທີ່ກອງທັບຫຼາຍພັນຄົນໃນປະເທດ ຊີເຣຍ.
ເຂົາເຈົ້າໄດ້ປະກອບສ່ວນຢ່າງຫຼວງຫຼາຍ ໃນດ້ານການເງິນ ຕໍ່ລະບອບການປົກຄອງນັ້ນ
ເພື່ອເຮັດໃຫ້ເສດຖະກິດຂອງເຂົາເຈົ້າບໍ່ຫຼົ້ມຈົມ. ຈາກທຸກໆອຳນາດທີ່ໄດ້ສະໜັບສະໜູນ
ລະບອບການປົກຄອງ ຊີເຣຍ ລວມທັງ ຣັດເຊຍ ນັ້ນ, ຂ້າພະເຈົ້າຢາກເວົ້າວ່າ ອີຣ່ານ
ແມ່ນຜູ້ທີ່ໄດ້ມີສ່ວນຮ່ວມຫຼາຍທີ່ສຸດ, ເປັນຜູ້ທີ່ໄດ້ໃຊ້ແຫຼ່ງຊັບພະຍາກອນຫຼາຍທີ່ສຸດ
ເພື່ອຮັກສາທ່ານ ບາຊາ ອາລ ອາຊາດ ໃຫ້ຄົງຢູ່ໃນອຳນາດ, ແລະ ເປັນຜູ້ທີ່ຈະໄດ້ຮັບ
ຄວາມເສຍຫາຍຫຼາຍທີ່ສຸດ ຖ້າຕົກຈາກອຳນາດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG