ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິສຣາແອລ ບຸກຄືບໜ້າ ເຂົ້າໄປທຳລາຍ ເປົ້າໝາຍ ຂອງ ກຸ່ມຮາມັສ ໃນ ເຂດກາຊາ (ສະໄລດ໌/ວີດີໂອ)


ຊາວບ້ານພາກັນຍ່າງຜ່ານ ຊາກຫັກພັງຂອງເຮືອນຊານ ທີ່ Bert Lahya ໃນພາກເໜືອຂອງແຫລມກາຊາ
ຊາວບ້ານພາກັນຍ່າງຜ່ານ ຊາກຫັກພັງຂອງເຮືອນຊານ ທີ່ Bert Lahya ໃນພາກເໜືອຂອງແຫລມກາຊາ

ການ​ປະຕິບັດງານ​ທາງ​ພາກ​ພື້ນ​ດິນ​ຂອງອິສຣາ​ແອລ ໃນ
​ແຫລມ​ກາຊາ ​ໄດ້​ດຳ​ເນີນໄປ ​ເປັນ​ມື້​ທີ​ສາມ ​ໃນວັນ​ເສົາ​ມື້​ນີ້.

ອິສຣາ​ແອ​ລ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ພາກ​ພື້ນ​ດິນ ​ແມ່​ນແນ
ໃສ່ ເພື່ອ​ທຳລາຍ​ບັນດາອຸ​ໂມງ ທີ່​ໃຊ້ໂດຍພວກ​ນັກ​ລົບ ຂອງ
ກຸ່ມຫົວ​ຮຸນ​ແຮງ Hamas.

ກອງທັບອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ໂຈ​ມຕີ​ເປົ້າ​ໝາຍ​ ຂອງ
ພວກ​ກໍ່​ການ​ຮ້າຍ 200 ​ແຫ່ງນັບ​ແຕ່​ການ​ປະຕິບັດງານ​ໄດ້​ເລີ້ມ​
ຂື້ນໃນ​ຕອນ​ແລງ​ຂອງ​ວັນພະຫັດ ຮວມ​ທັງ​ອຸ​ໂມງອີກ 20ກວ່າ
ແຫ່ງ ທີ່​ໃຊ້​ໃນການແຊກ​ຊຶ​ມ​ ລັກລອບ​ອາວຸດ​ແລະ​ດິນລະ​ເບີດ
ເຂົ້າໄປໃນ ອິສຣາ​ແອ​ລ ແລະທາງ​ກອງທັບ​ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ຫລາຍ​ກວ່າ 20
ຄົນ​ໄດ້​ຖືກ​ສັງຫານ​ ໃນກາບຸກ​ໂຈມ​ຕີດັ່ງກ່າວ.

​ໃນ​ລະຫວ່າງທີ່ມີ​ການ​ບຸກ​ໂຈມ​ຕີນັ້ນ ພວກ​ຫົວ​ຮຸນ​ແຮງປາ​ແລ​ສ​ໄຕນ໌ ​ຍັງສືບຕໍ່ຍິງ​ລູກ​ຈະ​
ຫລວດ ​ເຂົ້າ​ໃສ່ອິສຣາ​ແອ​ລ. ລູກ​ຈະ​ຫລວດ​ຫຼາຍ​ລູກ ​ໄດ້​ຖືກ​ຍິງ​ຕົກ​ໂດຍ ລະບົບຕໍ່ຕ້ານ
ລູກສອນໄຟ Iron Dome ຂອງ​ອິສຣາ​ແອ​ລ.

ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະ​ຊາ​ຊາດ ​ໄດ້ເປີດ ​ປະຊຸມ​ສຸກ​
ເສີນ ​ເພື່ອ​ປຶ​ກສາ​ຫາລື ກ່ຽວກັບ​ວິ​ກິ​ດການ​ ໃນ​ເຂດ​ກາຊາ.

ທູດ​ພິ​ເສດປາ​ແລ​ສ​ໄຕ​ນ໌ ທ່ານ Riyad Mansour ກ່າວ​ວ່າ ອິສຣາ​ແອ​ລ ກຳ ລັງ​ກໍ່ອາ​ດຊະ
​ຍາກຳ​ສົງຄາມ ​ແລະ​ລ່ວງລະເມີດ​ສິດທິ​ມະນຸດຂອງ​ປະຊາຊົນ​ປາ​ແລ​ສ​ໄຕ​ນ໌. ​ເອກ​ອັກຄະ​
ລັດຖະທູດອິສຣາ​ແອ​ລ ປະ​ຈຳສະຫະ​ປະຊາ​ຊາດ ທ່ານ Ron Prosor ກ່າວ​ວ່າ ອິສຣາ​ແອ​ລ
​ແມ່ນ​ບໍ່​ມີ​ທາງ​ເລືອກ ​ນອກເໜືອໄປຈາກ ​ບຸກ​ໂຈມຕີເຂົ້າ​ໄປ​ໃນ​ເຂດ​ກາຊາ ​ໂດຍ​ກ່າວ​ວ່າ ຈຸດ
ໝາຍ​ກໍເພື່ອ​ຫຼຸດຜ່ອນ​ຄວາມ​ ສາມາດ​ໃນການກໍ່ການຮ້າຍຂອງກຸ່ມ Hamas ລົງ. ທ່ານ​ເວົ້າ​
ວ່າ ກຸ່ມ Hamas ​ໄດ້ ​“ປະຕິ​ເສດ​ຕໍ່ການນຳສະເໜີທຸກໆ​ຢ່າງ ທີ່​ຈະ​ຟື້ນຟູຄວາມ​ສະຫງົບ.”

​ທ່ານ Jeff Felman ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ ກ່າວ​ວ່າ​ ​ເລຂາທິການ​ໃຫຍ່ ທ່ານ Ban
Ki-moon ຈະ​ເດີນທາງ​ໄປ​ຍັງພາກຕາ​ເວັນ​ອອກ​ກາງ ​ໃນ​ວັນ​ເສົາ​ມື້​ນີ້ ​ເພື່ອຊ່ວຍ​ໄກ່​ເກ່ຍບັນ
ຫາ​ຂັດ​ແຍ້​ງ ລ​ະຫວ່າງອິສຣາ​ແອ​ລ ​ແລະ​ກຸ່່​ມ Hamas ທີ່​ຄວບ​ຄຸມ​ແຫລມກາຊາ. ​ເຈົ້າ​ໜ້າ​
ທີ່ຄົນນີ້​ບໍ່​ໄດ້ກ່າວຢ່າງ​ເຈາະ​ຈົງວ່າ ທ່ານ Ban ຈະ​ເດີນທາງໄປໃສແທ້.

ISRAEL PALESTINIANS CNPK
please wait

No media source currently available

0:00 0:01:36 0:00

XS
SM
MD
LG