ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ກ່າວ​ວ່າ ອຸ​ໂມງ​ປ້ອງ​ກັນ​ທີ່​ຖືກ​ສ້າງ​ໂດຍ​ກຸ່ມ​ຮາ​ມາ​ສ ຖືກ​ຄົ້ນ​ພົບ​ ຢູ່​ໃຕ້​ໂຮງ​ໝໍ ຊີ​ຟາ


ປາກ​ອຸ​ໂມງ​ທີ່​ຖືກ​ໃຊ້​ໂດຍ​ພວ​ກ​ຫົວ​ຮຸນ​ແຮງ ປາ​ແລ​ັ​ສ​ໄຕ​ນ໌ ຢູ່​ໃຕ້​ໂຮງ​ໝໍ ຊີ​ຟາ ໃນ​ເຂດ​ກາ​ຊາ, ພາບ​ຈາກວິ​ດີ​ໂອ​ທີ່​ຖືກ​ເປີດ​ເຜີຍ​ໂດຍກອງ​ກຳ​ລ​ັງ​ປ້ອງ​ກັນ ອິ​ສ​ຣາ​ແອ​ລ, 19 ພະ​ຈິກ 2023.
ປາກ​ອຸ​ໂມງ​ທີ່​ຖືກ​ໃຊ້​ໂດຍ​ພວ​ກ​ຫົວ​ຮຸນ​ແຮງ ປາ​ແລ​ັ​ສ​ໄຕ​ນ໌ ຢູ່​ໃຕ້​ໂຮງ​ໝໍ ຊີ​ຟາ ໃນ​ເຂດ​ກາ​ຊາ, ພາບ​ຈາກວິ​ດີ​ໂອ​ທີ່​ຖືກ​ເປີດ​ເຜີຍ​ໂດຍກອງ​ກຳ​ລ​ັງ​ປ້ອງ​ກັນ ອິ​ສ​ຣາ​ແອ​ລ, 19 ພະ​ຈິກ 2023.

ອິ​ສ​ຣາ​ແອ​ລ ໄດ້​ເຜີຍ​ແຜ່ວິ​ດີ​ໂອ​ໃນ​ວັນອາ​ທິດ​ວານນີ້ ກ່ຽວ​ກັບ ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ ​ເປັນ​ອຸ​ໂມງ​ທີ່​ຖືກ​ຂຸດ​ໂດຍ​ພວກ​ຫົວ​ຮຸນ​ແຮງ ປາ​ແລັ​ສ​ໄຕ​ນ໌ ຢູ່​ໃຕ້​ໂຮງ​ໝໍ ຊີ​ຟາ ຂອງ​ເຂດ​ກາ​ຊາ, ເຊິ່ງ​ເປັນ​ຈຸດ​ເພັ່ງ​ເລັງ ​ຂອງ​ພາ​ລະ​ກິດ​ການ​ຄົ້ນ​ຫາ ແລະ ທຳ​ລາຍ​ຂອງ​ເຂົາ​ເຈົ້າ​ຕໍ່​ພວ​ກ​ຫົວ​ຮຸນ​ແຮງ​ຮາ​ມາ​ສ.

ໃນ​ຂະ​ນະ​ທີ່​ໄດ້​ຍອມ​ຮັບ​ວ່າ​ມັນ​ມີ​ເຄືອ​ຂ່າຍ​ອຸ​ໂມງ​ລັບ​, ຂຸມ​ລີ້​ໄພ ແລະ ທາງ​ຍ່າງທີ່​ຍາວຫຼາຍ​ຮ້ອຍ​ກິ​ໂລ​ແມັດ ​ໃນ​ທົ່ວດິນ​ແດນ ປາ​ແລັ​ສ​ໄຕ​ນ໌ ທີ່​ຖືກ​ປິດ​ລ້ອມນັ້ນ, ກຸ່ມຮາ​ມາ​ສ​ ໄດ້​ປະ​ຕິ​ເສດ​ວ່ານີ້​ມັນ​ແມ່​ນ​ພື້ນ​ຖານ​ໂຄງ​ລ່າງ​ພົນ​ລະ​ເຮືອນ​ຄືໂຮ​ງ​ໝໍ.

ໃນ​ຂ່າວ​ຄວາມ​ຄືບ​ໜ້າ ກ່ຽວ​ກັບ ການ​ປະ​ຕິ​ບັດ​ການ​ຢູ່​ໂຮງ​ໝໍ​ ຊີ​ຟາ ໃນ​ວັນ​ອາ​ທິດ​ວານນີ້, ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ​ນັກ​ວິ​ສະ​ວະ​ກອນ​ຂອງ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ອຸ​ໂມງ​ເລິກ 10 ແມັດ ແລະ ຍາວ 55 ແມັດ​ໄປ​ຫາ​ປະ​ຕູ​ທີ່​ກັນ​ລະ​ເບີດ.

ຖະ​ແຫຼງ​ການ​ຂອງກອງ​ທັບ​ພ້ອມ​ດ້ວຍ​ວິ​ດີ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນ​ທາງ​ຜ່ານ​ທີ່​ແຄບ ກັບ​ຫຼັງ​ຄາ​ຄອນກ​ຣີດ​ໂຄ້ງ, ສຸດ​ຢູ່​ປະ​ຕູ​ສີ​ເທົາ​ວ່າ “ປະ​ຕູ​ຊະ​ນິດນີ້ ​ຖືກ​ໃຊ້​ໂດຍ​ອົງ​ການ​ກໍ່​ການ​ຮ້າຍ​ຮາ​ມາ​ສ ເພື່ອ​ກີດ​ກັ້ນ​ກອງ​ກຳ​ລັງ ອິ​ສ​ຣາ​ແອ​ລ ບໍ່​ໃຫ້​ເຂົ້າ​ໄປ​ຫາ​ສູນ​ບັນ​ຊາ​ການ ແລະ ຊັບ​ສິນ​ຂອງ​ກຸ່ມ​ຮາ​ມາ​ສ ​ຢູ່​ໃຕ້​ດິນ.”

ຄົນ​ໄຂ້​ທີ່​ເຈັບ​ປ່ວຍ​ແຮງຢ່າງ​ໜ້ອຍ 31 ຄົນ ແລະ ເດັກ​ນ້ອຍ​ເກີດ​ກ່ອນ​ກຳ​ນົດ​ ໄດ້​ຮັບ​ການ​ຍົກ​ຍ້າຍ​ອອກ​ຈາກ​ໂຮງ​ໝໍ ຊີ​ຟາ ແລະ ຈະ​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ໃນ​ປະ​ເທດ ອີ​ຈິບ, ອີງ​ຕາມ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ ​ໃນ​ວັນ​ອາ​ທິດ​ວານນີ້.

ໃນ​ຂະ​ນະ​ດຽວ​ກັນ, ຊາວປາ​ແລັ​ສ​ໄຕ​ນ໌ 2 ຄົນ​ໄດ້​ເສຍ​ຊີ​ວິດ​ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ​ໃນ​ການ​ບຸກ​ໂຈມ​ຕີ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເຂດ​ເວັ​ສ​ແບັ້ງ ​ທີ່​ຖືກ​ຢຶດຄອງ.

ໃນ​ແນວ​ໜ້າ​ດ້ານ​ການ​ທູດ, ທ່ານ ໄມ​ເກິ​ລ ເຮີ​ຊອກ, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິ​ສ​ຣາ​ແອ​ລ ປະ​ຈຳ ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ລາຍ​ການ This Week ຂອງ​ໂທ​ລະ​ພາບ ABC ວ່າ ອິ​ສ​ຣາ​ແອ​ລ ແມ່ນ “ມີ​ຄວາມ​ຫວັງ​ວ່າ ​ພວກ​ເຮົາ​ຈະ​ສາ​ມາດ​ປ່ອຍ​ຕົວ​ປະ​ກັນ​ທີ່​ຖືກ​ຈັບ​ໄປ​ໂດຍ​ພວກ​ຮາ​ມາ​ສ​ຈຳ​ນວນຫຼາຍ​ອອກ​ມາ​ໃນ​ສອງ​ສາມ​ວັນ​ຂ້າງ​ໜ້າ,” ພ້ອມ​ກັບ​ການ​ຢຸດ​ຕໍ່​ສູ້​ໄລ​ຍະ​ສັ້ນ, ເຊິ່ງ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ແກ່​ຍາວ​ເຖິງ 5 ວັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG