ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີສຣາແອນໂຈມຕີເຮືອທີ່ ມຸ້ງໜ້າໄປຍັງເຂດກາຊາ


ກຳລັງ​ກອງທັບ​ເຮືອ​ຂອງ​ອີສຣາ​ແອນ ​ໄດ້​ບຸກທຳລາຍ​ຂະ​ບວນ​ເຮືອ 6 ລຳ ທ່ີ​ບັນທຸກ​ພວກ​ນັກ​ເຄື່ອນ​ໄຫວ

ທ່ີ​ນິຍົມ​ພວກ​ປາ​ເລ​ສ​ໄຕ​ນ໌ ​ທ່ີ​ກຳລັງ​ປະກອບ​ພາລະກິດ​ໃຫ້ການ​ຊ່ອຍ​ເຫລືອ​ໃນ​ເຂດ​ກາຊາ ຊຶ່ງ​ພວກ​ທະ

ຫານ​ໜ່ວຍ​ກ້າ​ຕາຍ​ຂອງ​ອີສຣາ​ແອນ​ໄດ້​ສັງຫານ​ພວກ​ນັກ​ເຄື່ອນ​ໄຫວ​ໃນ​ເຮືອ​ຢ່າງ​ນ້ອຍ 10 ຄົນ.

ກຳລັງ​ຂອງ​ອີສຣາ​ແອນ​ໄດ້​ລັດ​ທາງ​ຂອງ​ພວກ​ຝູງ​ເຮືອ​ເຫລົ່ານີ້​ໃນ​ມື້​ຄືນຜ່ານ​ມາ​ນີ້ ​ໂດຍ​ພາ​ກັນ​ບຸກ​ເຂົ້າ​ໄປ​ໃນ​ເຮືອ
ຈາກ​ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ ​ແລະ​ພາກັນ​ເປີດ​ສາກ​ຍິງ​ໃສ່​ເຮືອ​ລຳ​ນຶ່ງ​ເປັນ​ຢ່າງ​ນ້ອຍ. ບັນດາ​ນັກ​ເຄື່ອນ​ໄຫວ

ນິຍົມ​ປາ​ເລ​ສ​ໄຕ​ນ໌ ກ່າວ​ວ່າ ພວກ​ຢູ່ໃນ​ເຮືອ​ຢ່າງ​ນ້ອຍ30ຄົນ​ໄດ້​ຮັບ​ບາດ​ເຈັບ.

ກອງທັບ​ອີສຣາ​ແອນ​ກ່າວ​ວ່າ ພວກ​ໜ່ວຍ​ກ້າ​ຕາຍ​ຂອງ​ຕົນ​ໄດ້​ເປີດ​ສາກ​ຍິງ​ໃສ່​ເຮືອ​ຫລັງ​ຈາກ​ພວກ​ນັກ​ເຄື່ອນ​ໄຫວ

ໂຈມ​ຕີ​ເຂົາ​ເຈົ້າ​ດ້ວຍ​ມີດ ກ້ອນຫິນ ທໍ່​ເຫລັກ​ແລະ​ຍິງ​ປືນ​ໃສ່​ເຂົາ​ເຈົ້າ. ທະຫານ​ອີສຣາ​ແອນ​ກ່າວ​ວ່າການ​ຍິງ​ຕໍ່ສູ້​ກັນ
ໄດ້​ເພີ່ມ​ທະວີ​ຂຶ້ນ ຫລັງ​ຈາກ​ພວກ​ປະ​ທ້ວງ​ຍຶດອາວຸດ​ຈາກທະຫານຄົນ​ນຶ່ງ​ຂອງ​ຕົນ ​ແລະ​ທະຫານ​ຂອງ​ຕົນ​ຫລາຍ​ຄົນ
ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ຫລາຍ​ຄັ້ງ.

ຮອງ​ລັດຖະມຸນຕີ​ການ​ຕ່າງປະ​ເທດ​ອີສຣາ​ແອນ ທ່ານ Danny Ayalon ກ່າວ​ຫາ​ພວກ​ທີ່ຈັດ​ສົ່ງ​ຝູງ​ເຮືອ​ເຫລົ່າ​ນີ້​ວ່າ

ມີ​ຄວາມ​ຕັ້ງ​ໃຈ​ແບບຮຸນ​ແຮງ ​ແຕ່​ບັນດາ​ຜູ້ຕາງ​ໜ້າ​ຂອງ​ຂະ​ບວນການ​ອີດ​ສະລະ​ກາຊາ​ຫລືFree Gaza Movement

ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ພຽງ​ແຕ່​ພະຍາຍາມດຶງ​ດູມ​ຄວາມ​ສົນ​ໃຈ​ຕໍ່​ການ​ປິດ​ລ້ອມ​ເປັນ​ເວລາ3 ປີ​ຂອງ​ອີສຣາ​ແອນ​ໃນ

ເຂດ​ກາຊາ​ເທົ່າ​ນັ້ນ.

ປະທານາທິບໍດີ Mahmoud Abbas ​ແຫ່ງ​ປາ​ເລ​ສ​ໄຕ​ນ໌ ປະນາມ​ການ​ປະຕິ​ງານ​ຂອງ​ອີສຣາ​ແອນ​ນີ້ ​ໂດຍ​ເອີ້ນ​ວ່າ ​ເປັນ

ການ​ຂ້າ​ລ້າງຜານ​ຜູ້​ຄົນ​ເປັນ​ໝູ່. ກະຊວງ​ການ​ຕ່າງປະ​ເທດ​ເທີ​ກກີ ກ່າວ​ວ່າ ການ​ບຸກລຸກ​ໂຈມ​ຕີ​ຂອງ​ອີສຣາ​ແອນ​ນີ້​ເປັນ

ທີ່ຮັບ​ເອົາ​ບໍ່​ໄດ້ ​ແລະ​ເຕືອນ​ອີສຣາ​ແອນວ່າອີສຣາ​ແອນ​ຈະ​ປະ​ເຊີນ​ກັບ​ຜົນ​ສະທ້ອນ​ຕາມ​ພາຍຫລັງ.

XS
SM
MD
LG