ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ຈະສ້າງເຮືອນ 1,200 ຫລັງ ຢູ່​ເຂດຄອບຄອງ (ວີດິໂອ)


ກໍາມະກອນຜູ້ນຶ່ງຢືນຢູ່ໃກ້ລົດດຸດ ໃນຄຸ້ມທີ່ຊາວຢີວຕັ້ງບ້ານເຮືອນ ຢູ່ໃນເຂດ West Bank ຫລື​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ ​ແມ່​ນໍ້າ Jordan ໃນວັນທີ 18 ກໍລະກົດ 2013
ກໍາມະກອນຜູ້ນຶ່ງຢືນຢູ່ໃກ້ລົດດຸດ ໃນຄຸ້ມທີ່ຊາວຢີວຕັ້ງບ້ານເຮືອນ ຢູ່ໃນເຂດ West Bank ຫລື​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ ​ແມ່​ນໍ້າ Jordan ໃນວັນທີ 18 ກໍລະກົດ 2013
ອິສຣາແອລ ກໍາລັງເຊີນບໍລິສັດຮັບເໝົາກໍ່ສ້າງ ​ໃຫ້​ປະມູນ​
ສ້າງເຮືອນໃໝ່ 1200 ຫລັງ ຢູ່​ໃນ​ເຂດ​ຄອບຄອງ ​ທີ່​ຝ່າຍ
ປາແລສຕາຍນ໌ອ້າງວ່າ ​ເປັນ​ດິນ​ຂອງ​ຕົນນັ້ນ.

ການເຄື່ອນໄຫວທີ່ເປັນການໂຕ້ແຍ້ງກັນນີ້ ມີຂຶ້ນສາມວັນ
ກ່ອນໜ້າການເຈລະຈາສັນຕິພາບ ລະຫວ່າງອິສຣາແອລ
ແລະປາແລສຕາຍນ໌ ທີ່ກໍານົດວ່າຈະຈັດຂຶ້ນ ຢູ່​ນະຄອນ
Jerusalem.

ທ່ານ Uri Ariel ລັດຖະມົນຕີກະຊວງ​ເຄຫາ​ສະຖານ​ຂອງ​
ອິສຣາ​ແອ​ລ ໄດ້ໃຫ້ຄໍາອະນຸມັດຂັ້ນສຸດທ້າຍ ​ແກ່ການປຸກ
ເຮືອນໃໝ່ ໃນວັນອາທິດວານນີ້. ທ່ານກໍາລັງຊອກຫາການປະມູນສ້າງອາພາດເມັນ
ປະມານ 800 ຊຸດ ຢູ່ໃນຄຸ້ມ ຊາວຢີວ ​ໃນ​ເຂດ Jerusalem ຕາເວັນອອກ ແລະອີກ
400 ຊຸດ ຢູ່ໃນ 4 ຄຸ້ມບ້ານ​ຂອງ​ຊາວ​ຍິວ ໃນເຂດ West Bank ຫລື​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງແມ່​ນໍ້າ Jordan.

ເຈົ້າໜ້າທີ່ປາແລັສຕາຍ​ນ໌ ຕໍາໜິການປະກາດດັ່ງກ່າວ ​ແລະກ່າວຫາອິສຣາແອລວ່າ ມີ​
ເຈດ​ຕະນາ​ທີ່​ບໍ່​ດີ ລ່ວງໜ້າກອງປະຊຸມ ທີ່ມີແຜນທີ່ຈະຈັດຂຶ້ນໃນວັນພຸດຈະມາເຖິງນີ້ ລະຫວ່າງ​ຄະນະເຈລະຈາສັນຕິພາບຂອງ​ອິສຣາ​ແອ​ລກັບປາ​ແລັສຕາຍ​ນ໌ ຢູ່ Jerusalem
ນັ້ນ. ອິສຣາແອລ ໄດ້ອະນຸມັດ​ໃຫ້ປ່ອຍນັກໂທດ 26 ຄົນໃນວັນອາທິດວານນີ້ ກ່ອນໜ້າ
ການເຈລະຈາກັນ.

ຊາວປາແລັສຕາຍນ໌ ໄດ້ອ້າງເອົາກໍາມະສິດ​ໃນ​ເຂດ Jerusalem ຕາ​ເວັນ​ອອກ ແລະ
ຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດນ ເພື່ອຈະ​ສ້າງ​ຕັ້ງລັດເອກະລາດຂຶ້ນ​ໃນ​ອະນາຄົດ. ພວກເຂົາເຈົ້າເວົ້າວ່າ ການຂະຫຍາຍການຕັ້ງບ້ານເຮືອນຂອງ​ອິສຣາ​ແອ​ລ ຈະເຮັດໃຫ້
ມັນຍາກຂຶ້ນ​ອີກ ສໍາລັບເຂົາເຈົ້າທີ່ຈະບັນລຸການເປັນປະເທດໄດ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ວີດິໂອ-ອິສຣາແອລ ແລະປາແລັສຕາຍນ໌
please wait

No media source currently available

0:00 0:00:53 0:00
XS
SM
MD
LG