ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເດັກນ້ອຍ ຂອງລັດອິສລາມ ຢູ່ຢ່າງໂດດດ່ຽວ ພາຍໃນກຸ່ມ ພວກນັກລົບ ຫົວຮຸນແຮງ ໃນສູນອົບພະຍົບ ໃນຊີເຣຍ


Isolated Among Extremists: Conditions Deteriorate for Children of Islamic State
please wait

No media source currently available

0:00 0:02:05 0:00

ພວກເດັກນ້ອຍ ໂດຍທົ່ວໄປ ກໍຈະພາກັນເຂົ້າໄປຫາພວກຊ່າງຖ່າຍຮູບ ໃນຂະນະທີ່
ເຂົາເຈົ້າ ກຳລັງຖ່າຍຮູບຢູ່ໃນສູນອົບພະຍົບຕ່າງໆ. ພວກເດັກນ້ອຍເຫຼົ່ານັ້ນ ກໍຈະເຮັດ
ໜ້າຕາຫຼອກລໍ້ ຍົກນິວມືເປັນສັນຍາລັກໂຕ ວີ ສຳລັບໄຊຊະນະ ແລະແຍ້ກັນເພື່ອທີ່ຈະ
ໄດ້ຢູ່ທາງໜ້າໝູ່ ຂອງຮູບຖ່າຍນັ້ນ.

ແຕ່ບໍ່ມີຫຍັງເລີຍທີ່ປົກກະຕິ ກ່ຽວກັບພວກເດັກນ້ອຍຂອງກຸ່ມຫົວຮຸນແຮງລັດອິສລາມ
ໃນຊີເຣຍ. ຢູ່ທີ່ສູນອົບພະຍົບ ໄອນ໌ ອິສຊາ (Ain Issa) ພວກເດັກນ້ອຍທີ່ເປັນນັກລົບ
ຂອງກຸ່ມລັດອິສລາມ ບາງສ່ວນ ແມ່ນຈະຫລີກລ່ຽງກ້ອງຖ່າຍຮູບ ໃນຂະນະດຽວກັນ
ພວກເດັກນ້ອຍຄົນອື່ນໆ ຍົກນິ້ວກາງໃສ່ ຫຼື ທຳທ່າຍິງໃສ່ຊ່າງກ້ອງ ດັ່ງກັບວ່າ ມືຂອງ
ພວກເຂົາເຈົ້າ ເປັນປືນ.

ພວກເຂົາເຈົ້າ ແມ່ນລວມຢູ່ໃນກຸ່ມພວກເດັກນ້ອຍຂອງກຸ່ມຫົວຮຸນແຮງ ຫຼາຍກວ່າ
50,000 ຄົນ ມາບັດນີ້ ຕົກຄ້າງຢູ່ໃນສູນຕ່າງໆ ຫຼັງຈາກທີ່ໝັ້ນແຫ່ງສຸດທ້າຍຂອງກຸ່ມ
ລັດອິສລາມ ໃນຊີເຣຍ ໄດ້ຖືກຕີແຕກໃນເດືອນມີນາປີນີ້. ໂດຍສ່ວນໃຫຍ່ແລ້ວ ພວກ
ເຂົາເຈົ້າຈະຢູ່ນຳແມ່ຂອງເຂົາເຈົ້າ ສ່ວນພັນລະຍາ ແລະ ແມ່ຍິງຄົນອື່ນໆ ທີ່ເປັນຍາດ
ພີ່ນ້ອງຂອງພວກນັກລົບ ທີ່ເອີ້ນກັນວ່າ “ຄາລີເພດ.” ພວກທີ່ເປັນພໍ່ຂອງເຂົາເຈົ້າ
ສ່ວນໃຫຍ່ແລ້ວ ແມ່ນໄດ້ຖືກຂ້າຕາຍເກືອບໝົດ ຫຼື ຖືກຂັງຄຸກ.

ສື່ມວນຊົນຂອງນາໆຊາດ ໄດ້ເອີນສູນອົບພະຍົບເຫຼົ່ານີ້ວ່າ “ບ່ອນເຜາະລ້ຽງ” ສຳລັບ
ການຟື້ນຄືນໃໝ່ຂອງລັດອິສລາມ. ແຕ່ອົງການຊ່ອຍເຫຼືອຕ່າງໆ ກ່າວວ່າ ເຖິງແມ່ນວ່າ
ພວກເຂົາເຈົ້າໄດ້ສຳພັດກັບຄວາມຮຸນແຮງ ແລະລັດຖິຫົວຮຸນແຮງມາແລ້ວກໍຕາມ
ພວກເດັກນ້ອງຢູ່ໃນສູນເຫຼົ່ານີ້ ສາມາດທີ່ຈະໄດ້ຮັບການຊ່ອຍເຫຼືອ ການບຳບັດ
ແລະການນຳເຂົ້າຄືນສູ່ສັງຄົມ ເຂົ້າໃນໂລກພາຍນອກ. ເຖິງຢ່າງໃດກໍຕາມ ພວກ
ອົງການໄດ້ກ່າວຕື່ມວ່າ ຕ້ອງໄດ້ເອົາມາດຕະການຢ່າງຮີບດ່ວນ ເພື່ອທີ່ຈະໃຫ້ມີ
ປະສິດທິພາບ ໃນຂະນະທີ່ ບາດແຜທາງຈິດໃຈທີ່ໄດ້ຮັບ ແມ່ນເລີກລົງໄປ ໃນແຕ່
ລະວັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG