ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມລັດອິສລາມ ເຂົ້າຍຶດເອົາ ໂຮງໝໍແຫ່ງນຶ່ງ ໃກ້ເມືອງ Jisr al-Shughour.


ຮູບພາບດັ່ງກ່າວນີ້ ແມ່ນສົ່ງຜ່ານທາງ Twitter ໂດຍກຸ່ມກະບົດ al-Nusra ທີ່ເປັນເຄືອຂ່າຍ ຂອງ al-AQaida.
ຮູບພາບດັ່ງກ່າວນີ້ ແມ່ນສົ່ງຜ່ານທາງ Twitter ໂດຍກຸ່ມກະບົດ al-Nusra ທີ່ເປັນເຄືອຂ່າຍ ຂອງ al-AQaida.

ພວກ​ກະບົດລັດ​ອິສລາມຍັງສືບຕໍ່ບຸກຄວາມຄືບ​ໜ້າຢູ່ໃນ​ພາກ​
ເໜືອ​ຂອງຊີ​ເຣຍໃນວັນ​ສຸກ​ມື້​ນີ້ ໂດຍໄດ້ເຂົ້າຄວບ​ຄຸມ​ເອົາ​ໂຮງ
ໝໍແຫ່ງນຶ່ງບ່ອນ​ກຳລັງ​ລັດຖະບານ ຖືກປິດລ້ອມມາເປັນ​ເວລາ
​ຫລາຍ​ອາທິດແລ້ວ.

ກຸ່ມ​ສີ້​ງຊອມ​ສິດ​ທິມະນຸດໃນຊີເຣຍ ກ່າວ​ວ່າ ກຸ່ມ al-Nusra ທີ່
ເປັນ​ເຄືອຂ່າຍ​ພວກກໍ່ການຮ້າຍ al-Qaida ​ໄດ້​ “​ເຂົ້າຄວບ​ຄຸມ
ທັງ​ໝົດ” ​ໂຮງ​ໝໍແຫ່ງນຶ່ງ ທີ່​ຕັ້ງຢູ່​ໃນເຂດຊານເມືອງ Jisr al-
Shughour.

US Lawmakers Debate Strategy After IS Gains
please wait

No media source currently available

0:00 0:02:06 0:00

ທະຫານ​ລັດຖະບານແລະກຸ່ມ​ອື່ນໆອີກຫຼາຍ​ສິບ​ຄົນ ​ຍັງພາກັນຕໍ່ສູ້​ຢູ່​ໃນ​ໂຮງໝໍນັບ​ຕັ້ງແຕ່
ທ້າຍ​ເດືອນ​ເມສາເປັນຕົ້ນມາ. ຊາຕາກຳ​ຂອງ​ເຂົາ​ເຈົ້າ ຍັງບໍ່ມີໃຜຮູ້ຈັກເທື່ອ ແຕ່ກຸມ al-
Nusra ​ໄດ້​ກ່າວ​ຜ່ານ​ທາງ Twitter ວ່າ ພວກ​ທະຫານເຫຼົ່ານີ້ກຳລັງ​ຖືກຕາມລ່າຫາໂຕຢູ່.

​ໃນເດືອນ​ແລ້ວ​ນີ້ ກຸ່ມ al-Nusra ​ໄດ້ເຂົ້າ​ຄວບ​ຄຸມ​ເມືອງ Jisr al-Shughour ຊຶ່ງເປັນ
​ເມືອງ​ສຳຄັນ​ ນຶ່ງໃນທີ່​ໝັ້ນ​ຈຳນວນສຸດທ້າຍຂອງ​ລັດຖະບານ ໃນ​ແຂວງ Idlib.

ພວກ​ນັກ​ລົບ​ຂອງປະທານາທິບໍດີ Bashar al-Assad ​ໄດ້​ຮັບ​ຄວາມ​ປະລາໄຊ ​ເປັນລຳ
ດັບ​ມາ ​ໃຫ້​ແກ່​ພວກ​ກະບົດ​ລັດ​ອິສລາມ ​ໃນບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມາ​ນີ້.

​ໃນ​ອາທິດ​ນີ້ ກຸ່ມລັດ​ອິສລາມ ​ໄດ້​ຂັບ​ໄລ່​ກຳລັງ​ລັດຖະບານ ​ອອກ​ຈາກເມືອງໂບຮານ
Palmyra ​ເຮັດ​ໃຫ້​ວັດ​ຖຸໂບຮານອາຍຸ 2000 ປີທີ່​ທົດ​ແທນ​ບໍ່​ໄດ້ດັ່ງກ່າວ ​ ​ຕົກ​ຢູ່​ໃນ​ຄວາມ
ສ່ຽງທີ່ຈະຖືກທຳລາຍ.​

ເມືອງ Palmyra ​ເປັນ​ສະຖານທີ່ມໍລະດົກ​ໂລກຂອງ​ອົງການ UNESCO ​ແລະ​ຫົວໜ້າ
ພະແນກການດັ່ງກ່າວຂອງສະຫະ​ປະຊາ​ຊາດທ່ານ​ນາງ Irina Bokova ຮ້ອງ​ວ່າ “​ເປັນ
ບ່ອນກຳເນີດ​ຄວາມສີວິ​ໄລ​ຂອງ​ມະນຸດ.” ຖ້າ​ຫາກ​ວ່າ ກຸ່ມລັດ​ອິສ ລາມ ທຳລາຍ​ວັດ​ຖຸ​ໂບຮານດັ່ງກ່າວ ທ່ານ​ນາງກ່າວ​ວ່າ ມັນ​ຈະ “​ເປັນ​ການ​ເສຍ ຫາຍຢ່າງ​ໃຫຍ່​ຫລວງແກ່​ມະນຸດຊາດ.”

Islamic State
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG