ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຫົວຮຸນແຮງ ປາກິສຖານ ເລີ້ມເດີນຂະບວນ ໄປນະຄອນຫຼວງ ເພື່ອປະທ້ວງ 'ຮູບກາຕູນ ໝິ່ນປະໝາດ ສາສະໜາ'


ພວກສະໜັບສະໜຸນ ພັກ ເຕຣີກ-ອີ-ລາບບາອິກຂອງປາກິສຖານ ຫຼື TLP ທີ່ເປັນພັກການເມືອງຫົວຮຸນແຮງ ໄດ້ພາກັນຍົກມືຂອງພວກເຂົາເຈົ້າຂຶ້ນ ໃນຂະນະຟັງການກ່າວຄຳປາໄສ ຂອງຜູ້ນຳຂອງພວກເຂົາເຈົ້າ ໃນລະຫວ່າງການເດີນຂະບວນປະທ້ວງ ເພື່ອປະນາມ ການແຂ່ງຂັນແຕ້ມກາຕູນ ຢູ່ໃນປະເທດເນເທີແລນ, ຢູ່ທີ່ເມືອງ ລາຮໍ ຂອງປາກິສຖານ, ວັນທີ 29 ສິງຫາ 2018.
ພວກສະໜັບສະໜຸນ ພັກ ເຕຣີກ-ອີ-ລາບບາອິກຂອງປາກິສຖານ ຫຼື TLP ທີ່ເປັນພັກການເມືອງຫົວຮຸນແຮງ ໄດ້ພາກັນຍົກມືຂອງພວກເຂົາເຈົ້າຂຶ້ນ ໃນຂະນະຟັງການກ່າວຄຳປາໄສ ຂອງຜູ້ນຳຂອງພວກເຂົາເຈົ້າ ໃນລະຫວ່າງການເດີນຂະບວນປະທ້ວງ ເພື່ອປະນາມ ການແຂ່ງຂັນແຕ້ມກາຕູນ ຢູ່ໃນປະເທດເນເທີແລນ, ຢູ່ທີ່ເມືອງ ລາຮໍ ຂອງປາກິສຖານ, ວັນທີ 29 ສິງຫາ 2018.

ພວກປະທ້ວງຫຼາຍພັນຄົນ ຈາກພັກ ເຕຣີກ-ອີ-ລາບບາອິກຂອງປາກິສຖານ ຫຼື TLP
ເຊິ່ງເປັນກຸ່ມສາສະໜາຫົວຮຸນແຮງ ທີ່ໄດ້ຫັນປ່ຽນມາ ເປັນພັກການເມືອງ ໄດ້ເລີ້ມເດີນ
ຂະບວນປະທ້ວງ ຈາກນະຄອນລາຮໍ ຢູ່ທາງພາກຕາເວັນອອກ ຂອງປະເທດ ມຸ້ງໜ້າໄປ
ສູ່ນະຄອນຫຼວງ ອິສລາມາບັດ ໃນວັນພຸດວານນີ້ ເພື່ອຮຽກຮ້ອງ ຕໍ່ລັດຖະບານທີ່ຫາກໍ
ຖືກເລືອກ ໃຫ້ຕັດສາຍສຳພັນທາງການທູດ ກັບປະເທດເນເທີແລນ ແລະ ໃຫ້ຂັບໄລ່
ເອກອັກຄະລັດຖະທູດ ຂອງປະເທດດັ່ງກ່າວ ອອກໄປໃນທັນທີທັນໃດ.

ການປະທ້ວງ ເກີດຂຶ້ນພາຍຫຼັງຈາກທີ່ມີການປະກາດ ການແຂ່ງຂັນແຕ້ມກາຕູນ ພະ
ສາດສະດາ ມູຮາມມັດ ຂອງສາສາໜາອິສລາມ ໂດຍສະມາຊິກສະພາຂອງປະເທດ
ດັ່ງກ່າວ. ການແຂ່ງຂັນດັ່ງກ່າວ ມີລາຍງານວ່າ ໄດ້ຖືກກຳນົດ ທີ່ຈະຈັດຂຶ້ນ ໃນທ້າຍປີນີ້.

ພັກ TLP ໄດ້ມີບົດບາດຂຶ້ນມາ ເມື່ອປີກາຍນີ້ ແລະ ເປັນຝ່າຍສະໜັບສະໜຸນຢ່າງແຂງ
ຂັນ ຕໍ່ກົດໝາຍວ່າດ້ວຍການໝິ່ນປະໝາດສາສະໜາ ທີ່ເປັນເລື້ອງນອງນັນຂອງປະເທດ.
ພັກ TLP ແລະຜູ້ນຳຂອງຕົນ ເຫັນພ້ອມຢ່າງເປີດເຜີຍວ່າ ການໃຊ້ຄວາມຮຸນແຮງແມ່ນ
ເປັນທຳແລ້ວ ໃນການປົກປ້ອງກຽດສັກສີ ຂອງພະສາດສະດາ ມູຮາມມັດ ແລະ ຮຽກຮ້ອງ
ໃຫ້ມີໂທດປະຫານຊີວິດ ແກ່ພວກທີ່ໄດ້ກະທຳການໝິ່ນປະໝາດ ສາສະໜານັ້ນ.


ທ່ານ ອີຈັສ ອາຊຣາຟີ ໂຄສົກຂອງພັກ TLP ໄດ້ກ່າວບອກວີໂອເອວ່າ “ລັດຖະບານ ມີ
ພຽງສອງທາງເລືອກເທົ່ານັ້ນ. ຕັດສາຍສຳພັນທາງການທູດ ກັບເນເທີແລນ ປິດ
ສະຖານທູດຂອງຕົນ ຢູ່ໃນປາກິສຖານ ແລະ ຂັບໄລ່ເອກອັກຄະລັດຖະທູດ ເນເທີແລນ
ອອກຈາກປະເທດ ຫຼືວ່າ ຂ້າພວກເຮົາ ແລະສົ່ງສົບຂອງພວກເຮົາໄປຍັງນະຄອນລາຮໍ.”

ທ່ານ ອາຊຣາຟີ ເວົ້າຕື່ມວ່າ “ຖ້າລັດຖະບານ ຈະປະຕິບັດຕາມຄວາມຮຽກຮ້ອງ ຂອງ
ພວກເຮົາ ພວກເຮົາສາມາດພິຈາລະນາ ຍຸຕິການເດີນຂະບວນປະທ້ວງນີ້. ຖ້າບໍ່ດັ່ງນັ້ນ
ແລ້ວ ພວກເຮົາແມ່ນພ້ອມແລ້ວ ທີ່ຈະຍອມຕາຍ ຢູ່ໃນນະຄອນຫຼວງ ອິສລາມາບັດ
ເພື່ອເຫດຜົນອັນນີ້ ແລະ ກໍໄດ້ຂຽນພິໄນກຳ ຂອງພວກເຮົາໄວ້ແລ້ວ.”

ໃນຂະນະດຽວກັນ ຄະນະຜູ້ແທນຊຸດນຶ່ງ ນຳພາໂດຍທ່ານ ນູຣ-ອູລ-ຮັກ ຄາດຣີ ລັດຖະ
ມົນຕີຮັບຜິດຊອບດ້ານສາສະໜາ ແລະ ຄວາມສະຫງົບສຸກໃນແຕ່ລະສາສະໜາ ໄດ້ໃຫ້
ການຄ້ຳປະກັນ ຕໍ່ຜູ້ນຳຂອງພັກ TLP ວ່າ ລັດຖະບານ ກຳລັງພິຈາລະນາເລື້ອງນີ້ ຢ່າງ
ເອົາຈິງເອົາຈັງ.

ທ່ານ ນູຣ-ອູລ-ຮັກ ຄາດຣີ ກ່າວຕໍ່ວີໂອເອ ວ່າ “ລັດຖະບານ ຮັບຮູ້ເຖິງສະຖານະການນີ້
ແລະກຳລັງທຳຄວາມພະຍາຍາມຫຼາຍປະການ. ລັດຖະມົນຕີວ່າການ ຕ່າງປະເທດ
ຂອງພວກເຮົາ ກໍໄດ້ໂອ້ລົມກັບຄູ່ຕຳແໜ່ງຂອງທ່ານຈາກເນເທີແລນ ເພື່ອປຶກສາຫາລື
ບັນຫາການແຕ້ມກາຕູນ ທີ່ໝິ່ນປະໝາດສາສະໜານັ້ນ. ພວກເຮົາຍັງຈະພະຍາຍາມ
ຈັດກອງປະຊຸມສຸກເສີນ ກ່ຽວກັບເລື້ອງ ອົງການຈັດຕັ້ງ ຂອງການຮ່ວມມືອິສລາມ ຫຼື
OIC.”

ທ່ານ ໂມຮາມມັດ ໄຟຊາລ ໂຄສົກຂອງກະຊວງການຕ່າງປະເທດປາກິສຖານ ຍັງໄດ້
ຂຽນລົງທວີດເຕີ ໃນວັນພຸດວານນີ້ ກ່ຽວກັບບັນຫາດັ່ງກ່າວ ແລະໄດ້ກ່າວວ່າ ລັດຖະບານ
ກຳລັງປຶກສາຫາລືກັບ ບັນດາເຈົ້າໜ້າທີ່ຂອງເນເທີແລນຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG