ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກຫົວຮຸນແຮງ ລັດອິສລາມ ອ້າງເອົາ ຄວາມຮັບຜິດຊອບ ຕໍ່ການໂຈມຕີ ໃນອີຣັກ


ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຈາກຖັງເກັບນ້ຳມັນ ຫຼັງຈາກ
ທີ່ມີການໂຈມຕີດ້ວຍລະເບີດ ຕໍ່ໂຮງງານຜະລິດແກັສ
ຄົວກິນຂອງລັດ ໃນເມືອງ Taji ຢູ່ທາງພາກເໜືອ ຊານ
ເມືອງຂອງ Baghdad, ວັນທີ 15 ພຶດສະພາ 2016.
ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຈາກຖັງເກັບນ້ຳມັນ ຫຼັງຈາກ ທີ່ມີການໂຈມຕີດ້ວຍລະເບີດ ຕໍ່ໂຮງງານຜະລິດແກັສ ຄົວກິນຂອງລັດ ໃນເມືອງ Taji ຢູ່ທາງພາກເໜືອ ຊານ ເມືອງຂອງ Baghdad, ວັນທີ 15 ພຶດສະພາ 2016.

ພວກຫົວຮຸນແຮງຈັດ ລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບ ການໂຈມຕີ ດ້ວຍລະເບີດສະຫລະຊີບ ຕໍ່ສະຖານທີ່ຜະລິດນ້ຳມັນ ຂອງລັດ ຢູ່ທາງພາກເໜືອ ຂອງ ນະຄອນ Baghdad ທີ່ເຮັດໃຫ້ມີ ຜູ້ເສຍຊີວິດ 11 ຄົນ ແລະ ອີກ 21 ຄົນ ໄດ້ຮັບບາດເຈັບ ໃນວັນອາທິດມື້ນີ້.

ມືລະເບີດສະຫລະຊີບ ໄດ້ລະເບີດລົດຄັນນຶ່ງ ຢູ່ໃກ້ໆ ໜ້າປະຕູທາງເຂົ້າສະຖານທີ່ ຜະລິດນ້ຳມັນ ຕອນປະມານ 6 ໂມງເຊົ້າ ຂອງເວລາໃນທ້ອງຖິ່ນ. ຫຼັງຈາກລະເບີດ ໄດ້ແຕກຂຶ້ນແລ້ວ ລົດຕູ້ອີກຄັນນຶ່ງ ທີ່ບັນທຸກພວກກໍ່ການຮ້າຍ ທີ່ໃສ່ເສື້ອລະເບີດ ຢ່າງໜ້ອຍ 6 ຄົນ ກໍໄດ້ເຂົ້າໄປໃນພື້ນທີ່ ຂອງສະຖານທີ່ດັ່ງກ່າວ.

ຫຼັງຈາກມີການຍິງຕໍ່ສູ້ກັນ ປະມານຊົ່ວໂມງນຶ່ງ ກຳລັງຮັກສາຄວາມປອດໄພ ກໍສາມາດ ຢຸດຢັ້ງພວກຫົວຮຸນແຮງໄດ້. ແຕ່ບໍ່ແມ່ນກ່ອນໜ້າພວກເຂົາ ຈະສາມາດວາງເພີງໃສ່ ສະຖານທີ່ເກັບຖັງນ້ຳມັນ 3 ແຫ່ງ ອີງຕາມໂຄສົກ ກອງບັນຊາການຂອງ Baghdad.

ອົງການຂ່າວສານ Aamaq ທີ່ເປັນເຄືອຂ່າຍຂອງກຸ່ມລັດອິສລາມ ໄດ້ລາຍງານວ່າ ກຸ່ມ “ທະຫານຂອງອິສລາມ” ແມ່ນເປັນພວກທີ່ຮັບຜິດຊອບ ສຳລັບການໂຈມຕີດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG