ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກຸ່ມ​ຕາ​ລີ​ບານ ປະ​ຫານ​ນັກ​ໂທດ​ຄາດ​ຕະ​ກຳ ຕໍ່​ສາ​ທາ​ລະ​ນະ​ໃນ ອັ​ຟ​ກາ​ນິ​ສ​ຖານ


ນັກ​ລົບ​ຕາ​ລີ​ບານ​ລາດ​ຕະ​ເວນ​ໃນ​ແຂວງ ຟາ​ຣາ, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 11 ສິງ​ຫາ 2021.
ນັກ​ລົບ​ຕາ​ລີ​ບານ​ລາດ​ຕະ​ເວນ​ໃນ​ແຂວງ ຟາ​ຣາ, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 11 ສິງ​ຫາ 2021.

ກຸ່ມ​ຕາ​ລີ​ບານ​ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ ໃນ​ວັນ​ພຸດ​ວານນີ້​ໄດ້​ດຳ​ເນີນ​ການ​ປະ​ຫານ​ຊີ​ວິດ​ໃນທີ່​ສາ​ທາ​ລະ​ນະ​ຄັ້ງ​ທຳ​ອິດ​ຕໍ່​ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ຄາດ​ຕະ​ກຳນັບ​ຕັ້ງ​ແຕ່​ໄດ້​ກັບ​ເຂົ້າ​ກຳ​ອຳ​ນາດ, ໂດຍ​ໃຊ້​ກົດ​ໝາຍ​ອິ​ສ​ລາມ ຫຼື ຊາ​ເຣຍ ​ທີ່​ຖືກ​ຕີ​ຄວາມ​ໝາຍ​ຢ່າງ​ເຄັ່ງ​ຄັດ​ຂອງ​ພວກເຂົາ, ເພື່ອ​ລົ​ງ​ໂທດ​ທາງ​ອາ​ຍາ.

ໂຄ​ສົກ​ລັດ​ຖະ​ບານ ຕາ​ລີ​ບານ ທ່ານ ຊາ​ບີ​ຮຸ​ລ​ລາ ມູ​ຈາ​ຮິດ ໄດ້​ກ່າວ​ວ່າ​ການ​ປະ​ຫານ​ຊີ​ວິດ​ໃນ​ຕອນ​ເຊົ້າ​ໄດ້​ດຳ​ເນີນ​ຂຶ້ນ​ໃນ​ສະ​ໜາມ​ກິ​ລາ​ແຫ່ງ​ນຶ່ງ​ໃນ​ແຂວງ ຟາ​ຣາ ທາງ​ພາກ​ຕ​າ​ເວັນ​ຕົກ, ດ້ວຍ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ, ລວມ​ທັງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ປະ​ເທດ, ແລະ ຜູ້​ຊົມຫຼາຍ​ຮ້ອຍ​ຄົນ.

ທ່ານ ມູ​ຈາ​ຮິດ ໄດ້​ອະ​ທິ​ບາຍ​ວ່າ ຄົນ​ຜູ້​ທີ່​ຖືກ​ປະ​ຫານ ​ໄດ້​ຖືກ​ດຳ​ເນີນ​ຄະ​ດີ​ໃນ​ສານ​ສູນ​ສຸດ​ຂອງ ຕາ​ລີ​ບານ ແລະ ສານ​ອຸ​ທອນ​ໃນ​ເວ​ລາ​ຕໍ່​ມາ ບ່ອນ​ທີ່​ລາວ “ໄດ້​ສາ​ລະ​ພາບ​ຕໍ່​ການ​ແທງ​ຜູ້​ທີ່​ອາ​ໄສ​ຢູ່​ແຂວງ ຟາ​ຣາ ເສຍ​ຊີ​ວິດ” ແລະ ໄດ້​ລັກ​ເອົາ​ຊັບ​ສິນຂອງລາວ, ລວມ​ທັງ​ລົດ​ຈັກ.

ທ່ານ​ໄດ້​ກ່າວ​, ໂດຍ​ຢ້ຳ​ການ​ປະ​ຫານ​ຊີ​ວິດ​ນັ້ນ ​ແມ່ນ​ສອດ​ຄ່ອງ​ກັບ​ກົດ​ໝາຍ “ກີ​ຊາ​ສ”, ເຊິ່ງ​ກຳ​ນົດ​ການ​ລົງ​ໂທດ ​ໃນ​ວິ​ທີ​ດຽວ​ກັບ​ຜູ້​ເຄາະ​ຮ້າຍ​ຖືກ​ຄາດ​ຕະ​ກຳ​ວ່າ “ລາວ​ຖືກ​ພົບ​ວ່າ​ມີ​ຄວາມ​ຜິດ, ແລະ ການ​ຕັດ​ສິນ ກ່ຽວ​ກັບ ກຳ​ຕາມ​ສະ​ໜອງ​ໄດ້​ຖືກ​ບັງ​ຄັບ​ໃຊ້​ຕໍ່​ຄາດ​ຕະ​ກອນ.”

ໂຄ​ສົກ​ຄົນ​ນັ້ນ​ໄດ້​ອ້າງວ່າ “ຄາດ​ຕະ​ກອນ​ໄດ້​ຖືກ​ຍິງ​ສາມ​ຄັ້ງ​ ໂດຍ​ພໍ່​ຂອງ​ຜູ້​ທີ່​ເສຍຊີ​ວິດ​ດ້ວຍ​ປືນ​ຍາວ.”

ທ່ານ ມູ​ຈາ​ຮິດ ໄດ້​ໂຕ້​ແຍ້ງວ່າ​ການ​ຕັດ​ສິນ​ໃຈ​ເພື່ອ​ບັງ​ຄັບ​ໃຊ້​ການ​ລົງ​ໂທດ​ຂອງ​ກົດ​ໝາຍ ຊາ​ເຣຍ ແມ່ນຖືກ “ພິ​ຈາ​ລະ​ນາ​ຢ່າງ​ລະ​ມັດ​ລະ​ວັງ” ແລະ ໃນ​ທີ່​ສຸດ​ກໍ​ຖືກ​ອະ​ນຸ​ມັດ​ໂດຍ​ຜູ້​ນຳ​ສູງ​ສຸດ​ຕາ​ລີ​ບານ ມູ​ລ​ລາ ຮິ​ບາ​ຕຸ​ລ​ລາ ອາ​ຄຸນ​ຊາ​ດາ.

ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ໄດ້​ກ່າວ​ປະ​ນາມ​ການ​ປະ​ຫານ​ຊີ​ວິດ​ໃນ​ທີ່ສາ​ທາ​ລະ​ນະ​ວ່າ ເປັນ “ການ​ດູ​ໝິ່ນ​ກຽດ​ສັກ​ສີ​ຂອງ​ມະ​ນຸດຢ່າງ​ໃຫຍ່ຫຼວງ” ແ​ລະ ເປັນ “ການ​ກ້າວ​ກັບຫຼັງ​ຄັ້ງ​ໃຫຍ່” ໂດຍ​ກຸ່ມ​ຕາ​ລີ​ບານ ສຳ​ລັບ​ສິດ​ທິ​ມະ​ນຸດ.

ທ່ານນາງ ດີ​ນູ​ຊີ​ກາ ດິ​ສ​ຊາ​ນາ​ຢາ​ເກ, ຮອງ​ຜູ້​ອຳ​ນວຍ​ການ ​ສຳ​ລັບ​ພາ​ກ​ພື້ນ​ເອ​ເຊຍ​ໃຕ້​ຂອງ​ກຸ່ມ​ສິ້ງ​ຊອມສິດ​ທິ​ມະ​ນຸດ​ນັ້ນ​ໄດ້​ກ່າວ​ວ່າ “ການ​ກັບ​ຄືນ​ມາ​ຂອງກ​ານ​ປະ​ຫານ​ຊີ​ວິດ​ ໃນທີ່​ສາ​ທາ​ລະ​ນະ​ທີ່​ໜ້າ​ເວດ​ທະ​ນາ​ໃນ ອັ​ຟ​ກາ​ນິ​ສ​ຖານ ແມ່ນຂັ້ນ​ຕອນຫຼ້າ​ສຸດ​ໃນ​ການ​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ທີ່​ໜ້າ​ເປັນ​ຫ່ວງ​ຂອງ​ກຸ່ມ ຕາ​ລີ​ບານ ໃນ​ປະ​ເທດ​ດັ່ງ​ກ່າວ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG