ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກລັດອິສລາມ ຂົ່ມຂູ່ຈະຂ້າ ໂຕປະກັນຊາວ ໂຄຣເອເຊຍ ໃນ ອີຢິບ.


ພາບນີ້ໄດ້ມາຈາກວິດີໂອຂອງພວກຫົວຮຸນແຮງທີ່ໄດ້ເອົາອອກໃນເວັບໄຊທ໌ສື່ສັງຄົມ ວັນທີ 5 ສິງຫາ 2015, ສະໃຫ້ເຫັນ ພວກຫົວຮຸນແຮງຄົນໜຶ່ງ ຢືນຢູ່ທາງຂ້າງຊາຍຄົນໜຶ່ງ ເຊິ່ງລະບຸຕົນວ່າເປັນທ້າວ Tomislav Salopek ອາຍຸ 30 ປິ.
ພາບນີ້ໄດ້ມາຈາກວິດີໂອຂອງພວກຫົວຮຸນແຮງທີ່ໄດ້ເອົາອອກໃນເວັບໄຊທ໌ສື່ສັງຄົມ ວັນທີ 5 ສິງຫາ 2015, ສະໃຫ້ເຫັນ ພວກຫົວຮຸນແຮງຄົນໜຶ່ງ ຢືນຢູ່ທາງຂ້າງຊາຍຄົນໜຶ່ງ ເຊິ່ງລະບຸຕົນວ່າເປັນທ້າວ Tomislav Salopek ອາຍຸ 30 ປິ.

ກຸ່ມໜຶ່ງທີ່​ອ້າງ​ຕົນວ່າ​ເປັນ​ພວກ​ຫົວ​ຮຸນ​ແຮງ​ ລັດອິສລາມ ຫລື IS ​ໄດ້​ເປີດ​ເຜີ​ຍວິ​ດີ​ໂອ​ເຊິ່ງພວກ​ເຂົາ​ຂົ່ມຂູ່​ວ່າ​ຈະ​ຕັດ​ຫົວໂຕ​ປະກັນ​ຊາວ ​ໂຄ​ຣ​ເອ​ເຊຍຄົນ​ໜຶ່ງ ​ຖ້າ​ລັດຖະບານ ​ອີ​ຢິບ ບໍ່​ປ່ອຍ​ໂຕ​ພວກແມ່ຍິງ​ມຸສລິ​ມ ອອກ​ຈາກ​ຄຸກ.

ວິ​ດີ​ໂອ​ດັ່ງກ່າວ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຊາຍ​ຄົນ​ໜຶ່ງ​ນຸ່ງ​ຊຸດ​ສີ​ເຫຼືອງ​ຄຸ​ເຂົ່າ​ຢູ່​ຕໍ່ໜ້າ​ພວກ​ຫົວ​ຮຸນ​ແຮງ​ໃສ່​ໜ້າ​ກາກ​ຢືນ​ຈັບ​ມີດ​ຢູ່, ທີ່​ເຊື່ອ​ວ່າ​ ມາ​ຈາກ​ກຸ່ມ​ ​ຫົວ​ຮຸນແຮງ​ ທີ່​ເປັນເຄືອຂ່າຍຂອງກຸ່ມລັດ​ອິສລາມອີຈິບໃນ​ແຫຼມຊີ​ນາຍ.

ຊາຍ​ຄົນ​ນັ້ນ​ອ່ານ​ຂໍ້ຄວາມ​ອອກ​ເປັນສຽງດັງ, ​ເຊິ່ງຖືກລະບຸ​ວ່າ​ເ​ປັນ​ທ້າວ Tomislav Salopek ອາຍຸ 30 ປີ. ລາວ​ກ່າວ​ວ່າ ພວກ IS ​ໄດ້​ຈັບ​ກຸມ​ລາວ​ໃນ​ວັນ​ທີ 22 ກໍ​ລະ​ກົດ.

ລາວ​ກ່າວ​ວ່າ ລາວ​ຈະ​ຖືກ​ຂ້າ​ຖ້າ​ເຈົ້າ​ໜ້າ​ທີ່ ​ອີຢິບ ບໍ່ຍອມ​ເຮັດ​ຕາມ​ຄຳ​ສັ່ງພາຍ​ໃນ 48 ຊົ່ວ​ໂມງ, ​ເຖິງ​ແມ່ນ​ວ່າ​ມັນ​ຍັງ​ບໍ່​ທັນ​ມີ​ຄວາມ​ກະຈ່າງ​ແຈ້ງວ່າ ​ກຸ່ມ​ດັ່ງກ່າວ​ຢາກ​ໃຫ້​ມີ​ການ​ປ່ອຍ​ໂຕ​ອອກ​ຈາກ​ຄຸກ​ນັ້ນແມ່ນໃຜ.

ກະຊວງຕ່າງປະ​ເທດ ​ໂຄ​ຣ​ເອ​ເຊຍ ​ໄດ້​ຢືນຢັນ​ວ່າ​ປະຊາຊົນ​ຂອງ​ຕົນ​ຄົນ​ໜຶ່ງ​ໄດ້​ຖືກ​ລັກພາ​ໂຕ​ໃນ​ນະຄອນຫຼວງ ​ໄຄ​ໂຣ ເມື່ອເດືອນ​ແລ້ວນີ້.

ກ່າວກັນວ່າ ທ້າວ Salopek ໄດ້​ເຮັດ​ວຽກ​ໃຫ້​ກັບບໍລິສັດ CGG Ardiseis, ​ເຊິ່ງ​ເປັນ​ບໍລິສັດ ນ້ຳ​ມັນ ​ແລະ ​ແກ​ສ ຂອງຝຣັ່ງ ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ໃນ​ນະຄອນຫຼວງ ໄຄໂຣ.

Islamist State Hostage
please wait

No media source currently available

0:00 0:00:48 0:00

XS
SM
MD
LG