ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອິສຕານບູລ ຈັດກອງປະຊຸມ ສຸດຍອດ ຕໍ່ຕ້ານ ການຮັບຮູ້ນະຄອນ ເຈຣູຊາແລັມ ຂອງທ່ານ ທຣຳ


ປະທານາທິບໍດີ ປາແລັສໄຕນ໌ ທ່ານ ມາກມູດ ອັບບາສ ກ່າວຄຳປາໄສໃນກອງປະຊຸມສຸດຍອດພິເສດຂອງອົງການ ການຮ່ວມມືສາສະໜາອິສລາມ ໃນນະຄອນ ອິສຕານບູລ. 13 ທັນວາ, 2017.
ປະທານາທິບໍດີ ປາແລັສໄຕນ໌ ທ່ານ ມາກມູດ ອັບບາສ ກ່າວຄຳປາໄສໃນກອງປະຊຸມສຸດຍອດພິເສດຂອງອົງການ ການຮ່ວມມືສາສະໜາອິສລາມ ໃນນະຄອນ ອິສຕານບູລ. 13 ທັນວາ, 2017.

ບັນດາຜູ້ນຳ 22 ທ່ານໃນໂລກອິສລາມ ແມ່ນມີກຳນົດທີ່ຈະເຕົ້າໂຮມກັນ ໃນນະຄອນ
ອິສຕານບູລ ໃນວັນພຸດມື້ນີ້ ເພື່ອຕອບໂຕ້ ຕໍ່ການຕັດສິນໃຈຂອງປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ທີ່ໄດ້ຮັບຮູ້ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງ
ຂອງປະເທດ ອິສຣາແອລ. ກອງປະຊຸມດັ່ງກ່າວໄດ້ມີຂຶ້ນ ໃນຂະນະທີ່ຄວາມວຸ້ນວາຍ
ໃນພາກຕາເວັນອອກກາງຍັງດຳເນີນຢູ່ຕໍ່ມາ, ພ້ອມກັບການວິພາກວິຈານທີ່ເພີ່ມຂຶ້ນ
ກ່ຽວກັບ ການເຄື່ອນໄຫວເລື່ອງນະຄອນ ເຈຣູຊາແລັມ.

ການເຕົ້າໂຮມກັນແມ່ນໄດ້ຮັບການສະໜັບສະໜູນໂດຍ 57 ປະເທດໃນອົງການການ
ຮ່ວມມືສາສະໜາອິສລາມ, ຫຼື OIC. ປັດຈຸບັນນີ້ ເທີກີ ແມ່ນຜູ້ນຳໜ້າອົງການ OIC
ແລະ ກອງປະຊຸມສຸກເສີນ ໄດ້ຮຽກໃຫ້ມີຂຶ້ນ ໂດຍປະທານາທິບໍດີ ເທີກີ ທ່ານ ຣີເຊັບ
ຕາຢິບ ເອີດູອານ. ທ່ານ ເອີດູອານ ໄດ້ກ່າວໃນວັນຈັນທີ່ຜ່ານມາວ່າ “ໃນຖານະເປັນ
ປະທານຂອງອົງການ OIC, ພວກເຮົາຈະຈັດກອງປະຊຸມສຸດຍອດໃນນະຄອນ
ອິສຕານບູລ ແລະ ພວກເຮົາໄດ້ເຊື້ອເຊີນບັນດາຜູ້ນຳທັງຫຼາຍເຂົ້າຮ່ວມ ໂດຍຫວັງວ່າ
ພວກເຮົາຈະສາມາດບັນລຸຂໍ້ຕົກລົງ ທີ່ເຂັ້ມແຂງ ຈາກທີ່ນັ້ນ.”

ທ່ານ ເອີດູອານ ໄດ້ກ່າວຕໍ່ບັນດາຜູ້ນຳ ໃນຕອນເລີ່ມກອງປະຊຸມ ໃນວັນພຸດມື້ນີ້ວ່າ
“ຂ້າພະເຈົ້າໄດ້ເຊີນປະເທດຕ່າງໆ ຜູ້ທີ່ເຄົາລົບກົດໝາຍສາກົນ ແລະ ຄວາມຍຸຕິທຳ
ໃຫ້ຮັບຮູ້ນະຄອນ ເຈຣູຊາແລັມ ທີ່ຖືກຍຶດ ນັ້ນເປັນເມືອງຫຼວງຂອງ ປາແລັສໄຕນ໌.”

ປະທານາທິບໍດີ ປາແລັສໄຕນ໌ ທ່ານ ມາກມູດ ອັບບາສ, ກະສັດ ອັບດຸນລາ ສອງ ແຫ່ງ
ປະເທດ ຈໍແດັນ, ປະທານາທິບໍດີ ອາເຊີໄບຈານ ທ່ານ ອິລາມ ອາລີເຢຟ໌, ປະທານາ
ທິບໍດີ ບັງກລາແດັສ ທ່ານ ອັບດູລ ຮາມິດ ແລະ ປະທານາທິບໍດີ ອີຣ່ານ ທ່ານ ຮາຊານ
ຣູຮານີ ແມ່ນລວມຢູ່ໃນບັນດາປະມຸກລັດ 22 ທ່ານ ແລະ ລັດຖະບານທີ່ມີກຳນົດເຂົ້າ
ຮ່ວມກອງປະຊຸມ. ອີຈິບ ແລະ ຊາອຸດີ ອາຣາເບຍ, ພ້ອມກັບອີກ 23 ປະເທດ ຈະສົ່ງ
ຜູ້ແທນລະດັບລັດຖະມົນຕີການຕ່າງປະ ເທດເຂົ້າຮ່ວມ.

ໃນຂະນະທີ່ມີການວິພາກວິຈານຢ່າງກວ້າງຂວາງ ກ່ຽວກັບ ການຕັດ ສິນໃຈຂອງທ່ານ
ທຣຳ ກ່ຽວກັບນະຄອນ ເຈຣູຊາແລັມ ນັ້ນ, ຄຳຖາມຍັງມີຢູ່ວ່າ ຄວາມໂມໂຫ ກ່ຽວກັບ
ການເຄື່ອນໄຫວດັ່ງກ່າວ ຈະສາມາດເອົາຊະນະການແບ່ງແຍກທາງການເມືອງ ພາຍ
ໃນໂລກອິສລາມ, ໂດຍສະເພາະ ໃນບັນດາຜູ້ນຳປະເທດ ອາຣັບ ໄດ້ຫຼືບໍ່.

ນັກຂຽນ ທ່ານ ບາຊິນ ຢີນັງ ໄດ້ຂຽນໃນໜັງສືພິມ ຮູຣີແຢັດ ເດລີ ໃນວັນອັງຄານວານ
ນີ້ວ່າ “ໂລກ ອາຣັບ ບໍ່ສາມາດຮັບເອົາການຢືນຢັດຮ່ວມກັນໄດ້ ໂດຍປາສະຈາກການ
ເຫັນພ້ອມ ຂອງປະເທດ ຊາອຸດີ ອາຣາເບຍ ຫຼື ອີຈິບ.” ທ່ານ ຢີນັງ ໄດ້ກ່າວວ່າ “ກະ
ສັດແຫ່ງ ຊາອຸ, ພ້ອມກັບຜູ້ນຳທະຫານທີ່ປົກຄອງ ອີຈິບ ໃນປັດຈຸບັນ ທ່ານ ອັບແດລ
ຟັດທາ ແອລ-ຊິສຊີ, ຕ່າງກໍຕ້ອງການໆສະໜັບສະໜູນຈາກ ສະຫະລັດ ເພື່ອຮັກສາ
ອຳນາດ ແລະ ຂັດຂວາງປະເທດ ອີຣ່ານ, ເຊິ່ງເຂົາ ເຈົ້າເຫັນວ່າ ໄດ້ຮັບອິດທິພົນດ້ວຍ
ການບຸກເຂົ້າໄປໃນ ອີຣັກ ແລະ ຊີເຣຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG