ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການຖິ້ມລະເບີດ ນຳພາໂດຍ ສຫລ ໄດ້ບີບຄັ້ນ ໃຫ້​ພວກ IS ສູນເສຍເນື້ອທີ່ ຫຼາຍຂຶ້ນ

ກອງກຳລັງຮັກສາຄວາມປອດໄພ ຂອງອີຣັກ ສະຫຼອງໃນ ຂະນະທີ່ພວກເຂົາເຈົ້າ ຖືທຸງຂອງກຸ່ມລັດອິສລາມ ທີ່ຍຶດໄດ້ ໃນເມືອງ Ramadi, ຫ່າງຈາກ ນະຄອນ Baghdad 70 ໄມ ຫຼື (115 ກິໂລແມັດ) ທາງກ້ຳຕາເວັນຕົກ ຂອງອີຣັກ, ວັນທີ 19 ມັງກອນ 2016.

ຄວາມພະຍາຍາມ ​ເພື່ອບີບຄັ້ນ ​ພວກລັດອິສລາມ ຫຼື IS ຢູ່ໃນອີຣັກ ແລະ ຊີເຣຍ ໄດ້ເຮັດ ໃຫ້ກຸ່ມທີ່ໄດ້ປະກາດຕົນ​ເອງ​ວ່າ ​ເປັນ ລັດອິສລາມ ມີຖານະທີ່ສັ່ນຄອນ ແລະ ເຮັດໃຫ້ກຸ່ມ ກໍ່ການຮ້າຍດັ່ງກ່າວນີ້ ຕົກຢູ່ໃນສະພາບທີ່ສ່ຽງທີ່ສຸດ ນັບຕັ້ງແຕ່ໄດ້ເລີ້ມ ມີ​ການຖິ້ມລະເບີດ ທີ່ນຳພາໂດຍສະຫະລັດ ອີງຕາມບັນດາເຈົ້າໜ້າທີ່ສະຫະລັດ.

ຫຼາຍເດືອນຜ່ານມາ ບັນດາເຈົ້າໜ້າທີ່ທະຫານສະຫະລັດກ່າວ​ວ່າ ພວກ ໄອແອັສ ໄດ້ສູນ ເສຍດິນ​ແດນໄປ ຫຼາຍເຖິງ 40 ເປີເຊັນຂອງ​ເຂດແດນທີ່ກຸ່ມດັ່ງກ່າວ ເຄີຍໄດ້ຄຸ້ມຄອງມາ ໃນເມື່ອກ່ອນ ຢູ່ໃນອີຣັກ ແລະ ຫຼາຍກວ່າ 10 ເປີເຊັນຂອງເນື້ອທີ່ ທີ່ຕົນໄດ້ປົກຄອງ ຢູ່ໃນ ຊີເຣຍ.

ນັກລົບຫົວຮຸນແຮງ ໃຊ້ໂທລະສັບມືຖື ບັນທຶກພາບ ຂອງພວກເພື່ອນນັກລົບ ເຂົ້າຮ່ວມ ໃນການເດີນສວນສະໜາມ ຢູ່ຕາມທ້ອງຖະໜົນ ຂອງແຂວງ Raqqa ທາງພາກເໜືອຂອງຊີເຣຍ, ວັນທີ 30 ມິຖຸນາ 2014.
ນັກລົບຫົວຮຸນແຮງ ໃຊ້ໂທລະສັບມືຖື ບັນທຶກພາບ ຂອງພວກເພື່ອນນັກລົບ ເຂົ້າຮ່ວມ ໃນການເດີນສວນສະໜາມ ຢູ່ຕາມທ້ອງຖະໜົນ ຂອງແຂວງ Raqqa ທາງພາກເໜືອຂອງຊີເຣຍ, ວັນທີ 30 ມິຖຸນາ 2014.

ແຕ່ດຽວນີ້ ບັນດາເຈົ້າໜ້າທີ່ທະຫານ ແລະ ເຈົ້າໜ້າທີ່ສືບລັບ ກ່າວວ່າ ການ​ໂຈມ​ຕີຖິ້ມ ລະເບີດ ພ້ອມກັນກັບ ການກົດດັນທາງພາກພື້ນດິນ ຈາກບັນດາພັນທະມິດ ຂອງ ສະຫະລັດ ແມ່ນກຳລັງທຳລາຍ ຄວາມອາດສາມາດ ເພື່ອທີ່ຈະສົ່ງພວກນັກລົບ ຂອງ ໄອແອັສ ໄປທຳ​ການຕໍ່ສູ້.

ເຈົ້າໜ້າທີ່ສືບລັບສະຫະລັດທ່ານໜຶ່ງ ໄດ້ກ່າວຕໍ່ວີໂອເອ ​ໂດຍບໍ່ປະສົງອອກຊື່ ​ແລະໃຊ້ ຄຳຫຍໍ້ ສຳລັບກຸ່ມກໍ່ການຮ້າຍນີ້ວ່າ “ISIL ແມ່ນຢູ່ໃນຈຸດທີ່ອ່ອນແອທີ່ສຸດ ນັບຕັ້ງແຕ່ ກຸ່ມດັ່ງກ່າວ ໄດ້ຂະຫຍາຍເຂດແດນ ອອກໄປຢ່າງວ່ອງໄວ ໃນປີ 2014 ເປັນຕົ້ນມາ.”

ທ່ານກ່າວອີກວ່າ “ການຫຼັ່ງໄຫລ ເຂົ້າໄປຍັງຊີເຣຍ ແລະ ອີຣັກ ຂອງພວກນັກລົບກໍ່ ການຮ້າຍ ຈາກຕ່າງຊາດ ແມ່ນໄດ້ຫລຸດລົງ. ເພາະສະນັ້ນແລ້ວ ພວກ ISIL ບໍ່ສາມາດ ທີ່ຈະເສີມກຳລັງໃນຖັນແຖວຂອງຕົນ ໃນອັດຕາທີ່ພວກນັກລົບຂອງຕົນ ຖືກຂ້າຕາຍ ໃນສະໜາມລົບ ໄດ້ອີກຕໍ່ໄປ.”

ພວກປະຊາຊົນ ອອກມາເຕົ້າໂຮມກັນ ຫຼັງຈາກມີການໂຈມຕີດ້ວຍ ລະເບີດ ຫຼາຍບັ້ນ ໃນບໍລິເວນ Sayyida Zeinab, ຊຶ່ງຕັ້ງຢູ່ຫ່າງຈາກ ນະຄອນ Damascus 10 ກິໂລແມັດທາງກ້ຳໃຕ້ ຂອງຊີເຣຍ, ວັນທີ 21 ກຸມພາ 2016.
ພວກປະຊາຊົນ ອອກມາເຕົ້າໂຮມກັນ ຫຼັງຈາກມີການໂຈມຕີດ້ວຍ ລະເບີດ ຫຼາຍບັ້ນ ໃນບໍລິເວນ Sayyida Zeinab, ຊຶ່ງຕັ້ງຢູ່ຫ່າງຈາກ ນະຄອນ Damascus 10 ກິໂລແມັດທາງກ້ຳໃຕ້ ຂອງຊີເຣຍ, ວັນທີ 21 ກຸມພາ 2016.

ພຽງປີດຽວທີ່ຜ່ານມາ ບັນດາເຈົ້າໜ້າທີ່ທະຫານອາວຸໂສ ໄດ້ກ່າວວ່າ ພວກລັດອິສລາມ ໄດ້ນຳເອົາພວກນັກລົບຕ່າງຊາດເຂົ້າ​ໄປ ໃນຈຳນວນຫຼາຍເຖິງ 1,000 ຄົນ ຕໍ່ເດືອນ. ດັ່ງທີ່ເຈົ້າໜ້າທີ່ ທ່ານໜຶ່ງ ໃນເວລານັ້ນ ໄດ້ກ່າວຕໍ່ວີໂອເອ ວ່າ “ພວກເຂົາເຈົ້າ ໄດ້ມີ ຄວາມສາມາດ ທີ່ຈະເກນເອົາພວກນັກລົບ ໃນອັດຕາ ທີ່ພວກເຮົາຂ້າພວກເຂົາ.”

ພົນຕີ Peter Gersten ຮອງຜູ້ບັນຊາການ ຮັກສາການດ້ານ​ການ​ປະຕິ​ບັດ​ງານ ແລະ ສືບລັບ ​ໃນ​ບັ້ນລົບການແກ້ໄຂແບບຖາວອນ ຫລື Inherent Resolve ໄດ້ກ່າວຕໍ່ບັນດາ ນັກຂ່າວຂອງທຳນຽບຫ້າແຈ ໃນລະຫວ່າງ ການບັນລະຍາຍ​ໂດຍ​ທາງວີດີໂອ ໃນວັນ ອັງຄານ ຜ່ານມານີ້ ວ່າ “ຕົວເລກດັ່ງກ່າວນັ້ນ ມັນໄດ້ລົດລົງຢ່າງໃຫຍ່ ແລະການກະ ປະມານ ຂອງພວກເຮົາ ແມ່ນລົດລົງເຫຼືອຢູ່ປະມານ 200 ຄົນຕໍ່ເດືອນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG