ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ລັດອິສລາມ ຕັດຫົວນັກຂ່າວ ອາເມຣິກັນ ຄົນທີສອງ (ສະໄລດ໌/ວີດີໂອ)


Terrorist Video Claims Beheading of 2nd US Journalist
please wait

No media source currently available

0:00 0:03:01 0:00

ພວກຫົວ​ຮຸນ​ແຮງ ລັດ​ອິສລາມ ​ໄດ້​ນຳອອກເຜີ​ຍແຜ່ ວີ​ດີ​ໂອ ທີ່
​ປາ​ກົດ​ສະ​ແດງ​ໃຫ້​ເຫັນ​ການ​ຕັດ​ຫົວ​ຂອງ​ໂຕປະກັນອາ​ເມຣິກັນ
ຄົນ​ທີ​ສອງ ຄືນັກຂ່າວ Steven Sotloff.

​ໂຄສົກ​ຍິງກະຊວງ​ຕ່າງປະ​ເທດສະຫະລັດທ່ານ​ນາງ Jen Psaki
ກ່າວ​ວ່າ ເຈົ້າໜ້າທີ່​ກຳລັງ​ກວດ​ສອບ​ເບິ່ງຄວາມ​ແນ່ນ​ອນ​ຂອງວີດີ
​ໂອ. ທ່ານ​ນາງກ່າວ​ວ່າ ຖ້າ​ມັນ​ແມ່ນ​ແທ້​ແລ້ວ “ພວກ​ເຮົາ​ມີ​ຄວາມ
ເສົ້າສະຫລົດ​ໃຈ​ທີ່​ສຸດ.”

ຢູ່​ໃນວີ​ດີ​ໂອນັ້ນ ຜູ້​ຊາຍຫົວ​ຮຸນ​ແຮງ ທີ່ໃສ່​ໜ້າກາກ​ດຳ ມີ​ສຳນຽງ
ອັງກິດ ກ່າວ​ໂດຍ​ກົງ​ຕໍ່ປະທານາທິບໍດີສະຫະລັດ ທ່ານ Barack
Obama ໂດຍເອີ້ນການ​ຕາຍຂອງ ​ທ່ານSotloff ​ວ່າ ເປັນ​ການ​ຕອບ​ໂຕ້ຕໍ່ການໂຈມຕີ​ທາງ​ອາກາດຂອງສະຫະລັດໃສ່ພວກລັດ​ອິສລາມ ​ໃນ​ອີຣັກ.

ຜູ້ຊາຍຄົນນີ້ ຍັງກ່າວວ່າ ໃນຂະນະທີ່ລູກສອນໄຟຂອງພວກເຈົ້າ ສືບຕໍ່ໂຈມຕີ ປະຊາຊົນ
ຂອງພວກເຮົາ ມີດຂອງພວກເຮົາກໍຈະສືບຕໍ່ປາດຄໍປະຊາຊົນຂອງ ພວກເຈົ້າ.

ນອກນັ້ນ ຊາຍຄົນນີ້ ຍັງ​ໄດ້​ຂົ່ມຂູ່​ຈະເອົາ​ຊີວິດໂຕປະກັນຊາວ​ອັງກິດ ທ່ານ David
Cawthorne Haines.

ນາ​ຍົກ​ລັດຖະມົນຕີ​ອັງກິດ ທ່ານ David Cameron ຮ້ອງ​ການ​ສັງຫານ ທ່ານ Sotloff
ວ່າ “ປ່າ​ເຖຶ່ອນ​ ​ແລະ​ຊົ່ວ​ຊ້າ.”

ພວກຫົວຮຸນແຮງລັດ​ອິສລາມ ​ໄດ້​ຕັດຫົວ​ນັກ​ຂ່າວ ອາ​ເມຣິກັນ ອີກ​ຄົນ​ນຶ່ງ ​ເມື່ອ​ເດືອນ
​ແລ້ວ​ນີ້ ທ່ານ James Foley ​ແລະ​ໄດ້ນຳເຜີຍແຜ່ຮູບ​ພາບການສັງຫານ ທີ່​ໜ້າ​ຢ້ານ​ກົວ
ດັ່ງກ່າວທາງອິນ​ເຕີ​ແນັດ.

​ໂຄສົກຄົນ​ນຶ່ງ​ຂອງຄອບຄົວ Sotloff ກ່າວ​ວ່າ ທາງຄອບຄົວ​ຮັບ​ຊາບ​ກ່ຽວກັບ ວີ​ດີ​ໂອ ​ແລະ​ກຳລັງ​ໂສກ​ເສົ້າ​ເສຍ​ໃຈ​ເປັນການ​ສ່ວນໂຕ."

ຫລັງ​ຈາກ​ການ​ສັງຫານ ທ່ານ Foley ແລ້ວ ​ແມ່​ຂອງ​ທ່ານ Steven Sotloff ທ່ານ​ນາງ
Shirley ​ກໍໄດ້​ຂໍ​ຮ້ອງ​ໂດຍ​ກົງ ​ຕໍ່ຜູ້ນຳລັດ​ອິສລາມ ທ້າວ Abu Bark al-Baghdadi
​ໃຫ້ປ່ອຍ​ໂຕ​ລູກ​ຊາຍ​ຂອງ​ນາງ ແລະນາງກ່າວ​ວ່າ ລາວ​ບໍ່​ສົມ​ຄວນ​ທີ່​ຈະມາຮັບໂທດ ຍ້ອນ
ນະ​ໂຍບາຍສະຫະລັດ ຢູ່​ໃນອີຣັກ.

ISLAMIC STATE SOTLOFF CNPK 1ST UPD
please wait

No media source currently available

0:00 0:02:53 0:00

XS
SM
MD
LG