ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກລັດອິສລາມ ຂົ່ມຂູ່ວ່າຈະ ທຳການໂຈມຕີ ໃນປະເທດ ອີຣ່ານ ຕື່ມ


ສະມາຊິກຂອງກອງກຳລັງ ອີຣ່ານຫາບ່ອນຄຸ້ມກັນໃນລະຫວ່າງ
ການໂຈມຕີສະພາແຫ່ງຊາດ ອີຣ່ານ ໃນໃຈກາງນະຄອນຫຼວງ ເຕຮະຣ່ານ, ປະເທດ ອີຣ່ານ. 7 ມິຖຸນາ, 2017.
ສະມາຊິກຂອງກອງກຳລັງ ອີຣ່ານຫາບ່ອນຄຸ້ມກັນໃນລະຫວ່າງ ການໂຈມຕີສະພາແຫ່ງຊາດ ອີຣ່ານ ໃນໃຈກາງນະຄອນຫຼວງ ເຕຮະຣ່ານ, ປະເທດ ອີຣ່ານ. 7 ມິຖຸນາ, 2017.

ການໂຈມຕີກໍ່ການຮ້າຍທີ່ໄດ້ເກີດຂຶ້ນເກືອບພ້ອມກັນ ໃນສະພາແຫ່ງຊາດຂອງ ອີຣ່ານ
ແລະ ສຸສານຂອງອະດີດຜູ້ນຳປະເທດ ທ່ານ Ayatollah Ruhollah Khomeini ໄດ້ກໍ່
ໃຫ້ເກີດສະພາວະປໍຣະປັກກັນຄັ້ງໃໝ່ຂຶ້ນ ໃນເຂດຕາເວັນອອກກາງທີ່ມີຄວາມເຄັ່ງຕຶງ
ຢູ່ແລ້ວ.

ມີປະຊາຊົນຢ່າງໜ້ອຍ 12 ຄົນເສຍຊີວິດ ແລະ ຄົົນອື່ນໆອີກ 42 ຄົນໄດ້ຮັບບາດເຈັບ ໃນການໂຈມຕີທີ່ຮ້າຍແຮງດ້ວຍປືນກົນ ຂອງພວກຄົນຮ້າຍ ແລະ ມືລະເບີດສະຫຼະຊີບ
ສອງຄົນໃນວັນພຸດວານນີ້, ເຊິ່ງພວກ IS ໄດ້ອ້າງເອົາຄວາມຮັບຜິດຊອບເກືອບໃນທັນ
ທີທັນໃດ ຫຼັງຈາກການໂຈມຕີ.

ໃນການເຄື່ອນໄຫວຄັ້ງໃໝ່, ອົງການຂ່າວ Amaq ຂອງກຸ່ມກໍ່ການຮ້າຍກໍໄດ້ເຜີຍແຜ່ວິດີ
ໂອຢ່າງວ່ອງໄວ ຂອງການໂຈມຕີທີ່ມີຄວາມຍາວ 24 ວິນາທີ, ສະແດງໃຫ້ເຫັນສົບຄົນ
ຕາຍ ນອງເລືອດຢູ່ພາຍໃນອາຄານສະພາແຫ່ງຊາດ, ແລະ ໄດ້ຂົ່ມຂູ່ວ່າ ຈະໂຈມຕີອີກ.

ບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພ ອີຣ່ານ ໄດ້ຢືນຢັນ ເຖິງການມີສ່ວນຮ່ວມຂອງ
ພວກ IS ໃນຕອນຄໍ່າຂອງວັນພຸດວານນີ້, ໂດຍກ່າວວ່າ ພວກໂຈມຕີ, ຫຼາຍຄົນໄດ້ປອມ
ຕົວເປັນແມ່ຍິງ, ແມ່ນຄົນ ອີຣ່ານ ທີ່ໄດ້ເຂົ້າຮ່ວມກຸ່ມກໍ່ການຮ້າຍ.

ພວກເຂົາເຈົ້າກ່າວວ່າ ພວກໂຈມຕີ 6 ຄົນໄດ້ຖືກຂ້າຕາຍໂດຍກອງກຳລັງ ອີຣ່ານ. ຜູ້ຕ້ອງ
ສົງໄສອີກຫ້າຄົນໄດ້ຖືກຈັບກຸມ ແລະ ບັນດາເຈົ້າໜ້າທີ່ ໄດ້ສະເໜີວ່າ ການໂຈມຕີຄັ້ງທີ
ສາມ ແມ່ນໄດ້ຖືກຂັດຂວາງໄວ້.

ທ່ານ Ayatollah Ali Khamenei ຜູ້ນຳສູງສຸດຂອງປະເທດ ໄດ້ກ່າວຕໍ່ໂທລະພາບລັດ
ຖະບານວ່າ “ການໂຈມຕີພວກນີ້ ບໍ່ໄດ້ມີຜົນກະທົບຫຍັງຕໍ່ ອີຣ່ານ. ແລະ ໄດ້ປະຕິ
ຍານວ່າ ພວກກໍ່ການຮ້າຍ ຈະຖືກກວາດລ້າງໝົດໃນໄວໆນີ້.”

ພວກລັດອິສລາມ ກັບ ອີຣ່ານ ໄດ້ຕໍ່ສູ້ກັນມາ ເປັນເວລາດົນນານ, ໂດຍພວກນັກຮົບ IS ໄດ້ປະເຊີນໜ້າ ກັບກຸ່ມຕົວແທນຂອງ ອີຣ່ານ ແລະ ກອງກຳລັງນຳໜ້າໂດຍ ອີຣ່ານ ໃນ
ຊີເຣຍ ແລະ ອີຣັກ. ແຕ່ການໂຈມຕີໃນວັນພຸດວານນີ້ ໄດ້ເປັນຂີດໝາຍຂອງການໂຈມ
ຕີຄັ້ງທຳອິດຂອງກຸ່ມກໍ່ການຮ້າຍນິກາຍ ຊຸນນີ ໃນປະເທດທີ່ມີຊາວມຸສລິມນິກາຍ ຊີີໄອ ອາໄສຢູ່ເປັນສ່ວນໃຫຍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG