ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມລັດອິສລາມ ບໍ່ສາມາດ ສົ່ງກຳລັງໄປໜຸນ ທີ່ເມືອງ Mosul


ສະມາຊິກຄົນນຶ່ງຂອງອົງການຊີໄອທ໌ Badr ພວມຝຶກແອບ ເພື່ອເຂົ້າຮ່ວມການສູ້ລົບ ທີ່ເມືອງ Mosul ແຂວງ Diyala ຊຶ່ງຈະມີຂຶ້ນໃນໄວໆນີ້.
ສະມາຊິກຄົນນຶ່ງຂອງອົງການຊີໄອທ໌ Badr ພວມຝຶກແອບ ເພື່ອເຂົ້າຮ່ວມການສູ້ລົບ ທີ່ເມືອງ Mosul ແຂວງ Diyala ຊຶ່ງຈະມີຂຶ້ນໃນໄວໆນີ້.

ຂະໜາດ​ຂອງ​ກຳລັງ ​ທີ່​ປະ​ໄວ້​ສຳລັບ​ປ້​ອງກັນ ​ເມືອງ Mosul ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍຂອງ​ກຸ່ມຫົວ​ຮຸນ​ແຮງ​ລັດ​ອິສລາມ​ໃນ​ອີຣັກ ​ໄດ້​ຖືກ​ຕັດ​ລົງ​ຫຼາຍ​ເຖິງ​ສອງ​ສ່ວນ​ສາມໃນ​ຂະນະ​ ທີ່ຍັງ​ອີກ​ບໍ່​ເທົ່າ​ໃດ​ອາທິດ ກຳລັງ​ຂອງ​ອີຣັກກໍ​ຈະ​ເປີດ​ສາກ​ບຸກ​ໂຈມ​ຕີ​ຂັ້ນເດັດຂາດ​ເພື່ອ​ ຍຶດເອົາ​ເມືອງ​ດັ່ງກ່າວ​ຄືນມາ.

​ເຈົ້າໜ້າ​ທີ່ທະຫານ​ອາ​ເມຣິກັນ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ກຸ່ມ​ລັດ​ອິສລາມ​ມີ​ພວກ​ນັກ​ລົບ​ປະມານ 3,000 ຫາ 4,500 ຄົນ ​ເຫຼືອ​ໄວ້​ທີ່​ເມືອງ Mosul ​ໂດຍ ​ເວົ້າວ່າ ​ເປັນ​ກຳ​ລັງ​ປະສົມ​ລະຫວ່າງ​ພວກ​ນັກ​ລົບ​ອີຣັກ​ແລະຊາວ​ຕ່າງປະ​ເທດ.

ພັກ​ເອກ John Dorrian ​ໂຄສົກ​ຂອງ​ ປະຕິບັດ​ການ Inherent Resolve ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ທຳນຽບຫ້າ​ແຈ ​ຜ່ານທາງ​ວີ​ດີ​ໂອ ຈາກ​ນະຄອນຫຼວງ​ແບັກ​ແດດ​ວ່າ “ພວກ​ເຂົາ ​ຮູ້ດີ​ວ່າ​ພວກ​ເຂົາ​ບໍ່​ສາມາດ​ທີ່​ຈະ​ຕ້ານ​ຢັນ​ການ​ບຸກ​ໂຈມ​ຕີ​ໄດ້.”

ມາ​ຈົນ​ຮອດ​ເດືອນ​ກໍລະກົດ​ແລ້ວ ​ເປັນ​ທີ່​ເຊື່ອ​ກັນ​ວ່າກຸ່ມ​ລັດ​ອິສລາມມີ​ພວກ​ນັກລົບ​ຫຼາຍ ​ເຖິງ 10,000 ຄົນ​ທີ່​ເມືອງ Mosul. ນັບ​ແຕ່​ນັ້ນມາ ການ​ກະ​ປະມານຂອງ​ແນວ​ໂຮມ​ແມ່ນ​ສືບ​ຕໍ່ປັບປ່ຽນຕົວ​ເລກ​ຫລຸດ​ລົງ​ເລື້ອຍໆ ​ໃນ​ຂະນະ​ທີ່​ອົງການສືບ​ລັບສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຜູ້ນຳ​ຂອງ​ກຸ່ມ​ລັດ​ອິສລາມ​ຫຼາຍໆ​ຄົນ​ແລະ​ຄອບຄົວ​ຂອງ​ພວກ​ເຂົາ ​ໄດ້​ຫຼົບໜີ​ອອກ​ຈາກ​ເມືອງ Mosul ​ໄປ​ຍັງ​ເມືອງ Raqqa ​ທີ່ໝັ້ນຂອງ​ກຸ່ມ​ດັ່ງກ່າວໃນປະ​ເທດ​ຊີ​ເຣຍ.

ພວກ​ຜູ້ນຳ​ຂອງ​ທະຫານ​ບ້ານ​ອີຣັກ ຍັງ​ແຈ້ງ​ໃຫ້​ວີ​ໂອ​ເອຊາບ​ວ່າ ມີ​ຫລັກ​ຖານ​ທີ່​ສະ​ແດງ ​ໃຫ້ເຫັນ​ວ່າພວກ​ນັກ​ລົບ​ຕ່າງປະ​ເທດ​ຫຼາຍໆ​ຄົນ ຊຶ່ງ​ເຄີຍ​ປະຈຳການ​ຢູ່​ທີ່ ​ເມືອງ Mosul ກໍໄດ້​ພາກັນຫລົບ​ໜີ​ໄປ​ຈາກ​ເມືອງ​ດັ່ງກ່າວຄືກັນ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ພະຍາຍາມ​ຂອງ​ກຸ່ມ​ລັດ​ອິສລາມ ​ທີ່​ຈະ​ສົ່ງ​ກຳລັງໄປ​ເສີມ ​ທີ່​ເມືອງ Mosul ​ແມ່ນ​ໄດ້​ມີ​ຂຶ້ນ​ແບບ​ຈຳກັດ ຍ້ອນ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ​ແລະ ແນວ​ໂຮມ.

ພັກ​ເອກ Dorrian ກ່າວ​ວ່າ “​ແບບ​ທີ່​ເປັນ​ຂະ​ບວນນ້ອຍໆ. ສິ່ງ​ທີ່​ທ່ານ​ເຫັນ​ແມ່ນເປັນ​ຂະ​ບວນນ້ອຍໆ ມີ​ພວກ​ນັກ​ລົບ​ບໍ່​ຮອດ​ສິບ​ຄົນ ທີ່​ມີ​ຖົງ​ເປ້​ທາງ​ຫຼັງ​ ແລະຮູບ​ແບບ​ໃນ​ທຳນອງ​ນັ້ນ.”

ທ່ານ​ກ່າວ​ວ່າ “ພວກ​ເຂົາ​ບໍ່​ສາມາດ​ເຄື່ອນ​ຍ້າຍ​ເປັນ​ຂະ​ບວນ​ໃຫຍ່ ການຈັດຕັ້ງ​ແລະ​ຂະ​ບວນລົດ.”

ອີງ​ຕາມ​ພວກ​ເຈົ້າໜ້າ​ທີ່​ແລ້ວ ພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ​ທີ່​ສາມ​າດ​ເລັດລອດ​ເຂົ້າ​ໄປ​ເຖິງ​ເມືອງ Mosul ​ໄດ້ ​ແມ່ນ​ມາ​ຈາກ​ບໍລິ​ເວນ​ທາງ​ທິດເໜືອ ​ໂດຍ​ຖອຍມາ​ຈາກ​ເມືອງ​ ແລະ​ບ້ານ​ຕ່າງໆທີ່​ແຕກ ​ຍ້ອນ​ການ​ບຸກ​ໂຈມ​ຕີ​ຂອງ​ກຳລັງພາກພື້ນດິນ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ສະຫະລັດ​ແລະ​ແນວ​ໂຮມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG