ດົນກວ່ານຶ່ງອາທິດຫຼັງຈາກປະກາດໄຊຊະນະ ໃນເຂດທີ່ຖືກປະກາດຂຶ້ນເປັນລັດອິສ
ລາມນັ້ນ, ກອງກຳລັງທີ່ໄດ້ຮັບການໜູນຫຼັງໂດຍ ສະຫະລັດ ແມ່ນຍັງພະຍາຍາມທີ່ຈະ
ກວາດລ້າງ ຖານທີ່ໝັ້ນແຫ່ງສຸດທ້າຍຂອງພວກນັກຮົບກຸ່ມກໍ່ການຮ້າຍດັ່ງກ່າວ.
ໂຄສົກຄົນນຶ່ງຂອງກອງກຳລັງປະຊາທິປະໄຕ ຊີເຣຍ ຫຼື SDF ໄດ້ຂຽນຂໍ້ຄວາມໃນ
ທວິດເຕີ ເມື່ອວັນອັງຄານວານນີ້ວ່າ ການປະຕິບັດການກວາດລ້າງ ໃນເມືອງ ບາກຸສ
ທາງພາກຕາເວັນອອກສຽງເໜືອຂອງ ຊີເຣຍ ນັ້ນ ລວມມີການສືບຕໍ່ຕາມລ່າຫາພວກ
ສະມາຊິກຂອງກຸ່ມ IS ຜູ້ທີ່ຍັງບໍ່ໄດ້ຍອມແພ້ການຕໍ່ສູ້ເທື່ອ.
ໂຄສົກທ່ານ ມຸສຕາຟາ ບາລີ ໄດ້ກ່າວວ່າ “ກອງກຳລັງ SDF ກຳລັງສະສາງພື້ນທີ່ໃນ
ເມືອງ ບາກຸສ ແລະ ບໍລິເວນໃກ້ຄຽງຂອງມັນ. ມັນຍັງມີພວກກໍ່ການຮ້າຍບາງຄົນທີ່ຍັງ
ລີ້ຢູ່ໃນຖ້ຳ ຢູ່ບໍລິເວນອ້ອມພູ ບາກຸສ.”
ນອກຈາກນັ້ນ, ອົງການສິ້ງຊອມສິດທິມະນຸດຊີເຣຍ ທີ່ມີຫ້ອງການ ຕັ້ງຢູ່ນະຄອນຫຼວງ
ລອນດອນ ປະເທດ ອັງກິດ ໄດ້ກ່າວວ່າ ເຈົ້າໜ້າທີ່ຂອງເຂົາເຈົ້າ ໃນ ຊີເຣຍ ຄາດວ່າ
ມັນອາດມີນັກຮົບ ແລະ ໜ່ວຍປະຕິບັດການ IS ຫຼາຍເຖິງ 4,000 ຫາ 5,000 ຄົນຢູ່
ໃນຂົງເຂດທີ່ກອງກຳລັງ SDF ຄວບຄຸມນັ້ນ.
ບັນດາເຈົ້າໜ້າທີ່ SDF ໄດ້ປະກາດໄຊຊະນະໃນເມືອງຫຼວງຂອງພວກ IS ໃນວັນທີ
23 ມີນາທີ່ຜ່ານມາ ລຸນຫຼັງການໂຈມຕີທາງອາກາດຢ່າງໜັກຫຼາຍຄືນ ຕໍ່ພວກນັກຮົບ
ຫຼາຍຮ້ອຍຄົນໃນເມືອງ ບາກຸສ, ຜູ້ທີ່ໄດ້ປະຕິເສດທີ່ຈະຍອມຈຳນົນລຸນຫຼັງການຍຶດ
ຄອງທີ່ຍືດເຍື້ອ.
ແຕ່ເກືອບວ່າໃນທັນທີທັນໃດນັ້ນ, ກອງກຳລັງ SDF ກໍໄດ້ປ່ຽນໄປປະຕິບັດການກວາດ
ລ້າງ, ເຊິ່ງແມ່ນຂະບວນການທີ່ໂຄສົກພັນທະມິດ ນາຍພົນ, ຊອນ ຣາຍອັນ ໄດ້ອະທິ
ບາຍວ່າ “ເຮັດໂດຍເຈຕະນາ ແລະ ຮອບຄອບ.”
ບັນດາເຈົ້າໜ້າທີ່ລະດັບສູງຂອງ ສະຫະລັດ ຍັງໄດ້ເຕືອນ ກ່ຽວກັບ ການລົ້ມສະຫຼາຍ
ຂອງລັດອິສລາມວ່າ ມັນຈະບໍ່ໝາຍເຖິງການສິ້ນສຸດໃນການຕໍ່ສູ້, ໂດຍເນັ້ນວ່າ ການ
ຄາດໝາຍຂອງອົງການສືບລັບ ສະຫະລັດ ໄດ້ສະເໜີວ່າ, ຢ່າງໜ້ອຍ, ມັນຍັງມີພວກ
ນັກຮົບ IS “ຫຼາຍສິບພັນຄົນ” ທີ່ຢູ່ກະຈັດກະຈາຍ ໃນທົ່ວປະເທດ ຊີເຣຍ ແລະ ອີຣັກ.