ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ກຳລັງ ສະຫະລັດ ສັງຫານ ລັດຖະມົນຕີການເງິນ ຂອງກຸ່ມ ລັດອິສລາມ


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Ash Carter ແລະປະທານເສນາທິການຮ່ວມ ນາຍພົນ Joseph Dunford ປະກາດ ກ່ຽວກັບການສັງຫານ ເຈົ້າໜ້າທີ່ ອະວຸໂສ ຂອງກຸ່ມລັດອິສລາມ. (25 ມີນາ 2016)

ລັດຖະມົນຕີ​ກະຊວງ​ການ​ເງິນ​ຂອງ​ກຸ່ມ​ລັດ​ອິສລາມຫຼື ISIL ພ້ອມ
​ທັງ​ເປັນ​ຜູ້​ຮັບຜິດຊອບ ກ່ຽວ​ກັບ​ກິດຈະ​ການ​ພາຍ​ນອກຂອງ​ກຸ່ມ​ກໍ່
​ການ​ຮ້າຍ​ດັ່ງກ່າວ ອີງ​ຕາມ​ຄຳ​ຖະ​ແຫລງຂອງທ່ານ Ash Carter
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ​ ໃນວັນ​ສຸກ​ວານ​ນີ້.

ທ່ານ Carter ກ່າວ​ວ່າ ພວກ​ເຮົາ​ໄດ້​ກຳຈັດ​ ຄະນະ​ລັດຖະບານ
ຂອງ​ກຸ່ມ ISIL ຢ່າງ​ເປັນ​ລະບົບ.

ທ່ານ Carter ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ທ້າວ Qaduli ຊຶ່ງ​ຮູ້​ກັນ​ໃນ
​ອີກ​ຊື່​ນຶ່ງ​ວ່າ Hajji Iman ​ໄດ້​ຖືກ​ຂ້າ​ຕາຍ ​ຢູ່​ໃນ​ອີຣັກຫຼືຊີ​ເຣຍຫຼື​
ວ່າ​ຜູ້ນຳ​ຂອງ​ກຸ່ມ​ລັດ​ອິສລາມຄົນ​ນີ້ ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ບຸກ
​ໂຈມ​ຕີ​ຫຼືການ​ໂຈມ​ຕີ​ທາງ​ອາກາດ​ກັນ​ແທ້.

Defense Secretary Carter: US Forces Kill IS Finance Minister
please wait

No media source currently available

0:00 0:04:44 0:00

ອີງ​ຕາມ​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດແລ້ວ​ທ້າວ Qaduli ​ເປັນ​ຜູ້​ວາງ
​ແຜນ​ຄົນສຳຄັນ ​ໃນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່​ໃນ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ.

​ເຈົ້າໜ້າ​ທີ່​ເວົ້າວ່າ ທາງ​ກອງທັບ​ສະຫະລັດ ​ເຊື່ອ​ວ່າ ທ້າວ Qaduli ​ເປັນ​ຜູ້​ໃຫ້ການ​ສະໜັບ
ສະໜຸນ​ດ້ານ​ການ​ເງິນ​ແກ່​ພວກ​ນັກ​ລົບ​ຕ່າງປະ​ເທດ​ທີ່​ພວມພະຍາຍາມ​ແລະ​ທຳ​ການ​ໂຈມ​
ຕີຄ້າຍຄື​ກັບ​ການ​ໂຈມ​ຕີ​ທີ່​ນະຄອນ Brussels ​ໃນ​ອາທິດ​ນີ້.

ຮູບທ້າວ Abd ar-Rahman Mustafa al-Qaduli ຜູ້ນຳໝາຍເລກສອງ ຂອງກຸ່ມລັດອິສລາມ
ຮູບທ້າວ Abd ar-Rahman Mustafa al-Qaduli ຜູ້ນຳໝາຍເລກສອງ ຂອງກຸ່ມລັດອິສລາມ

ທ້າວ Qaduli ຖືກ​ປ່ອຍ​ຈາກ​ຄຸກ​ອີຣັກ​ໃນຕົ້ນປີ 2012 ​ແລະ​ໄດ້​ມີ​ການ​ຕັ້ງລາງວັນ 7 ລ້ານ​
ໂດ​ລາ​ເປັນ​ຄ່າ​ຫົວ​ໃນ​ການ​ຈັບ​ໂຕ​ຜູ້ກ່ຽວ.

ນອກ​ນັ້ນ​ແລ້ວ ທ່ານ Carter ຍັງໄດ້​ປະກາດ​ວ່າ ທ້າວ Abu Sara ຜູ້ນຳ​ຂອງ​ກຸ່ມ​ລັດ​ອິສ
ລາມ ຮັບຜິດຊອບ​ກ່ຽວ​ກັບ​ການ​ຈ້າງ​ພວກ​ນັກ​ລົບ ​ໃນ​ອີຣັກ ກໍ​ເປັນ​ເປົ້າໝາຍ​ຂອງ​ກຳລັງ​
ສະຫະລັດ​ໃນ​ອາທິດ​ແລ້ວນີ້.

​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ແຈ້ງ​ໃຫ້​ວີ​ໂອ​ເອຊາບ​ວ່າ ທ້າວ Sara ​ໄດ້​
ຖືກ​ສັງຫານ ​ໃນ​ການ​ໂຈມ​ຕີ​ໂດຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ຢູ່​ໃນ​ອີຣັກ.

ທ້າວ Omar al-Shishani ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ Omar The Chechen ກໍ​ໄດ້​ຖືກ​ຂ້າ​
ຕາຍ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດໃນ​ເດືອນ​ມີນາ​ນີ້ ​ແລະ​ທ້າວ Abu Malik
ຜູ້​ຊ່ຽວຊານ​ດ້ານ​ອາວຸດ​ເຄມີ ​ຂອງ​ກຸ່ມ​ລັດ​ອິສລາມ ​ກໍ​ໄດ້​ຖືກສັງຫານ​ ໃນ​ການ​ໂຈມ​ຕີ​ ເມື່ອ​
ທ້າຍ​ເດືອນ​ມັງກອນ​ຜ່ານ​ມາ.

ທ່ານ Carter ກ່າວ​ວ່າ ການ​ກຳຈັດ​ພວກ​ຜູ້ນຳ​ເຫຼົ່ານີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ ​ແຕ່​ກໍຍັງ​ບໍ່​ທັນ​
ເປັນ​ທີ່​ພຽງພໍ​ເທື່ອ.

eff Seldin contributed to this report.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG