ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມລັດ​ອິສລາມ ພາກັນທ້ອນໂຮມຄືນໃໝ່ ໃນເຂດອີຣັກ ເຄີດ ໃນຂົງເຂດ ທີ່ມີການ ຄັດແຍ້ງກັນນັ້ນ


Los escombros quedaron en el piso después de que partidarios del presidente Donald Trump ocuparon el edificio del Capitolio de Estados Unidos en Washington.
Los escombros quedaron en el piso después de que partidarios del presidente Donald Trump ocuparon el edificio del Capitolio de Estados Unidos en Washington.

ການ​ສວຍ​ໃຊ້ໃນ​ອັນ​ທີ່ ການ​ແຂ່ງຂັນ​ລະຫວ່າງ ລັດຖະບານ​ກາງ​ກັບ​ລັດຖະບານຂົງ​ເຂດ​
ເຄີ​ດ​, ກຸ່ມ​ລັດ​ອິສລາມ​ແມ່ນ​ກຳລັງ​ຮວມຕົວ​ກັນ ​ແລະ​ເພີ່ມການ​ໂຈມ​ຕີ​ຮ້າຍ​ແຮງ​ໃນ​ເຂດ
​ທີ່​ໂຕ້​ຖຽງ​ກັນ ກ່ຽວ​ກັບ​ເຂດ​ນ້ຳ​ແດນ​ດິນ ​ໃນ​ທົ່ວ​ພາກ​ເໜືອ​ຂອງ​ອີຣັກ, ຊາວ​ເຄີ​ດ ​ແລະ​ເຈົ້າ
​ໜ້າ​ທີ່​ອີຣັກ ໄດ້ເຕືອນ​ໄວ້.

ລັດຖະບານ​ອີຣັກ ​ໄດ້​ປະກາດ​ເຖິງໄຊຊະນະ​ບັ້ນ​ສຸດ​ທ້າຍ ທີ່​ເອົາ​ຊະນະ​ກຸ່ມ​ລັດ​ອິສລາມ ​
ໃນ​ເດືອນ​ທັນວາ ປີ​ກາຍ​ນີ້ ຫຼັງ​ຈາກ​ກອງ​ກຳລັງ​ອີຣັກ ​ໄດ້​ຂັບ​ໄລ່​ພວກ​ເຂົາ​ອອກ ​ຢູ່​ທີ່​ເຂດ
​ທີ່ໝັ້ນສຸດ​ທ້າຍຂອງ​ປະ​ເທດ.

IS ຫຼືພວກ​ຫົວ​ແຮງກຸ່ມລັດ​ອິສລາມ ນັບ​ຕັ້ງ​ແຕ່​ນັ້ນ​ມາ ​ແມ່ນ​ໄດ້​ຫັນປ່ຽນ​ການ​ຕໍ່ສູ້​ແບບ​
ເປັນ​ກອງ​ໂຈນ ​ໂດຍ​ສະ​ເພາະ​ໃນ​ເຂດ​ເຄີ​ຣກຄຸກ ທາງ​ພາກ​ເໜືອ​ຂອງ​ຊາ​ລາ​ດິນ ​
ແລະ​ພາກຕາ​ເວັນ​ອອກ​ຂອງ​ດີ​ຢາ​ລາ, ບອນ​ທີ່​ທັງ​ ລັດຖະບານ​ກາງ​ອີຣັກ ​ແລະລັດຖະບານ
ຂົງ​ເຂດ​ເຄີ​ດ ໄດ້​ອ້າງ​ວ່າ​ພວກ​ຕົນ ​ໄດ້​ຄວບ​ຄຸມນັ້ນ.

ທ່ານ ອາລີ ​ແອ​ລ-ຮູ​ໄຊ​ນີ (Ali al-Husaini) ​ໂຄສົກ​ຂອງ​ກອງ​ກຳລັງ​ນິຍົມ​ເເບ​ບ​ເຄື່ອນ​ທີ່​
ຂອງ​ຊາວ​ຊີ​ໄອ​ດ໌ ຫຼື (PMF) ​ໃນ​ພາກ​ເໜືອ​ຂອງ​ອີຣັກ ໄດ້​ກ່າວ​ຫາກຸ່ມ​ລັດ​ອິສລາມ ​
ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຕ່າວປີ້ນ​ເຂດ​ທີ່​ໝັ້ນ​ທີ່​ເປັນ​ສະຖານ​ທີ່​ຟົດ​ເດືອດ ​ໂດຍ​ຄວາມ​ຕຶງ
​ຄຽດ​ລະຫ່ວາງ​ຊາວ​ເຄີ​ດ, ອາຣັບ ​ແລະ​ຊາດ​ເທີ​ກີ.

​ເຂດ​ດັ່ງກ່າວ​ອຸດົມສົມບູນ​ດ້ວຍ​ແຫຼ່ງສັບພະ​ຍາກ​ອນທຳ​ມະ​ຊາດ ການ​ອ້າງ​ເອົາ​ເຂດ​ນ້ຳ
​ແດນ​ດິນໃນຫຼາຍໆ​ເຂດ​ທີ່​ວ່າ​ນີ້ ​ແມ່ນ​ໄດ້​ມີ​ຂຶ້ນ ປະມານ​ນຶ່ງ​ທົດ​ສວັດ​ແລ້ວ ກ່ຽວ​ກັບ​ກັບ​ວິ​ກິດ
​ການ​ຮ້າຍ​ແຮງລະຫວ່າງລັດຖະບານ​ອີຣັກ ​ແລະ​ຊາວ​ເຄີ​ດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG