ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນທະມິດ ສຫລ ກ່າວວ່າ ກຸ່ມລັດອິສລາມ ຖືກຂັບໄລ່ ຈາກ ເມືອງຣັກກາ ແລ້ວ


Syria's Raqqa All But Cleared From IS Militants
please wait

No media source currently available

0:00 0:01:42 0:00

ກຳລັງແນວໂຮມພາຍໃຕ້ການນຳພາຂອງສະຫະລັດ ທີ່ພວມສູ້ລົບກັບກຸ່ມລັດອິສລາມ ໃນຊີເຣຍແລະອີຣັກກ່າວວ່າ ເມືອງ Raqqa 95 ເປີເຊັນແມ່ນຢູ່ພາຍໃຕ້ການຄວບຄຸມ
ຂອງຕົນແລ້ວ ນຶ່ງມື້ຫຼັງຈາກກຳລັງປະຊາທິປະໄຕ ໃນຊີເຣຍ ຫລື SDF ທີ່ໄດ້ຮັບການ
ໜຸນຫລັງຈາກສະຫະລັດ ປະກາດໄຊຊະນະ ລຸນຫລັງທີ່ໄດ້ມີການສູ້ລົບກັນເປັນເວລາ
ຫຼາຍໆເດືອນ.

ພັນເອກ Ryan Dillon ໂຄສົກຂອງກຳລັງແນວໂຮມກ່າວວ່າ ການປະຕິບັດງານກວດ
ລ້າງ ພວມດຳເນີນຕໍ່ໄປ ຕາມຄຸ້ມຕ່າງໆຈຸສຸດທ້າຍຂອງເມືອງດັ່ງກ່າວ.

ໂຄສົກ ຂອງກຸ່ມ SDF ຊຶ່ງປະກອບດ້ວຍ ກຳລັງທະຫານບ້ານ ຊາວເຄີດ ແລະອາຣັບ ກ່າວໃນວັນອັງຄານວານນີ້ວ່າ ການສູ້ລົບກັນ ຢູ່ໃນເມືອງ Raqqa ໄດ້ສິ້ນສຸດລົງແລ້ວ
ແລະກຳລັງ SDF ພວມທຳການກວດລ້າງຕາມລ່າຫາພວກນັກລົບກຸ່ມລັດອິສລາມ ທີ່ ອາດຫຼົບລີ້ຢູ່ແລະຊອກຫາລະເບີດຝັງດິນທີ່ຫ້າງໄວ້. ເປັນທີ່ຄາດກັນວ່າ ການປະກາດ
ໄຊຊະນະຢ່າງເປັນທາງຈະມີຂຶ້ນ ຫລັງຈາກຂັ້ນຕອນການກວດລ້າງສິ້ນສຸດລົງ.

ເມືອງ Raqqa ຊຶ່ງເປັນເມືອງຫລວງ ຂອງກຸ່ມລັດອິສລາມ ທີ່ໄດ້ປະກາດສ້າງຕັ້ງເປັນ
caliphate ຫຼືລັດອິສລາມ ທີ່ກວມເອົາດິນແດນຂະໜາດໃຫຍ່ ຢູ່ໃນຊີເຣຍແລະອີຣັກ ທີ່ກຸ່ມດັ່ງກ່າວຍຶດຄອງຢູ່ໃນປີ 2014.

ການບຸກໂຈມຕີເພື່ອຂັບໄລ່ກຸ່ມຫົວຮຸນແຮງລັດອິສລາມອອກຈາກຫົວເມືອງແຫ່ງນີ້ໄດ້
ເລີ້ມຂຶ້ນ ໃນເດືອນມິຖຸນາຜ່ານມາ ໂດຍໄດ້ຮັບການໜຸນຫຼັງ ຈາກການໂຈມຕີທາງອາ ກາດຂອງພວກແນວໂຮມ.

ກຸ່ມລັດອິສລາມຍັງສືບຕໍ່ຄວບຄຸມບໍລິເວນອ້ອມແອ້ມແຂວງ Deir el-Zour ໃນພາກ
ຕາເວັນອອກຂອງຊີເຣຍ ແລະເຂດທີ່ຢູ່ໃຕ້ລົງມາ ຕາມຮ່ອມພູຂອງແມ່ນ້ຳຢູເຟຣຕິສ.

ເຖິງແມ່ນວ່າກຳລັງ SDF ໄດ້ເຂົ້າຍຶດເອົາເມືອງ Raqqa ຈາກກຸ່ມລັດອິສລາມແລ້ວກໍ
ຕາມ ແຕ່ວິກິດການທາງດ້ານມະນຸດສະທຳ ໃນເຂດດັ່ງກ່າວ ຍັງສືບຕໍ່ຊຸດໂຊມລົງ ອີງ
ຕາມອົງການຊອ່ຍເຫຼືອເດັກນ້ອຍ Save the Children.

ທ່ານນາງ Sonia Khush ຜູ້ອຳນວຍການຂອງກຸ່ມກ່າວຢູ່ໃນຖະແຫຼງການສະບັບນຶ່ງ
ວ່າ “ວິກິດການດ້ານມະນຸດສະທຳ ແມ່ນຮ້າຍແຮງກວ່າໃນເວລາໃດໆທັງໝົດ.”

ກຸ່ມດັ່ງກ່າວເວົ້າວ່າ ປະມານ 270,000 ຄົນ ທີ່ພາກັນຫຼົບໜີ ຈາກເມືອງ Raqqa ຍັງ
ຕ້ອງການຄວາມຊ່ອຍເຫຼືອຕາມສູນຕ່າງໆ ໄດ້ສະແດງໃຫ້ເຫັນແລ້ວ.ອົງການການກຸ
ສົນນີ້ຍັງກ່າວຕື່ມວ່າພວກອົບພະຍົບຫຼົບໄພສ່ວນໃຫຍ່ມີທ່າທາງວ່າຍັງຈະຢູ່ຕາມສູນ ຕ່າງໆຕື່ມອີກຫຼາຍໆເດືອນຖ້າບໍ່ແມ່ນອີກຫຼາຍໆປີບ່ອນທີ່ສະພາບການແມ່ນລຳບາກ
ຍາກແຄ້ນ ແລະຄອບຄົວຕ່າງໆ ບໍ່ມີອາຫານການກິນ ນ້ຳສະອາດ ຫຼື ຢາປົວພະຍາດ
ພຽງພໍ.

ໃນການໃຫ້ສຳພາດ ແກ່ວິໂອເອ ພະແນກພາສາເຄີດນັ້ນ ໂຄສົກກຳລັງ SDF ທ່ານ
Mustafa Bali ຮຽກຮ້ອງໃຫ້ ກຸ່ມບັນເທົາທຸກຕ່າງໆ ຂອງໂລກ ສະໜອງການຊ່ອຍ ເຫຼືອແກ່ພວກອົບພະຍົບຫລົບໄພ ຈາກເມືອງ Raqqa.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG