ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຫົວຮຸນແຮງລັດອິສລາມ ຊັກທຸງດຳຂຶ້ນ ທີ່ເມືອງຣາມາດີ


Iraq Ramadi
please wait
Embed

No media source currently available

0:00 0:00:44 0:00

ພວກຫົວຮຸນແຮງລັດອິສລາມ ໄດ້ເຂົ້າຢຶດເອົາຕຶກໂຮງການລັດ
ຖະບານທ້ອງຖິ່ນທີ່ເມືອງ Ramadi ຂອງອີຣັກ ໃນວັນສຸກວານ
ນີ້ ແລະກໍຊັກທຸງສີດຳຂຶ້ນຢູ່ທີ່ເມືອງເອກຂອງແຂວງ Anbar.

ສະມາຊິກສະພາແຫ່ງຊາດຄົນນຶ່ງຂອງອີຣັກ ກ່າວຕໍ່ວີໂອເອ ພະ
ແນກພາສາເຄີດວ່າ ພວກລັດອິສລາມ ແນວໃດກໍຕາມຍັງບໍ່ສາ
ມາດຄວບຄຸມເມືອງ Ramadi ໄດ້ທັງໝົດເທື່ອ. ເປັນທີ່ເຊື່ອກັນ
ວ່າ ກຳລັງລັດຖະບານຍັງຄວບຄຸມກອງບັນຊາການທະຫານໃນ
ເຂດກ້ຳຕາເວັນຕົກຂອງເມືອງ Ramadi ຢູ່.

ພວກນັກລົບຂອງກຸ່ມລັດອິສລາມໄດ້ໃຊ້ລະເບີດບຸກໂຈມຕີເຂົ້າໄປໃນເຂດໃຈກາງເມືອງ ເມື່ອຄືນແລ້ວນີ້.

ນາຍພົນຈັດຕະວາທະຫານມາຣີນ Thomas D. Weidley ຊຶ່ງເປັນຫົວໜ້າເສນາທິການ ຂອງກຳລັງສະຫະລັດ ໃນການປາບປາມກຸ່ມລັດອິສລາມກ່າວຕໍ່ພວກນັກຂ່າວໃນວັນສຸກ ວານນີ້ວ່າ ກຳລັງອີຣັກ ສາມາດຂັບໄລ່ການໂຈມຕີສ່ວນໃຫຍ່ໃຫ້ແຕກຖອຍໄປ ແຕ່ພວກ ນັກລົບຂອງກຸ່ມລັດອິສລາມ ກໍຍັງສາມາດບຸກຄືບໜ້າ ຢູ່ໃນຫຼາຍໆເຂດ ທີ່ຍັງມີການຕໍ່ສູ້
ກັນຢູ່.

ທ່ານກ່າວຕື່ມວ່າ ກອງທັບອາກາດຂອງແນວໂຮມ ໄດ້ໂຈມຕີ 12 ຄັ້ງ ຢູ່ໃນເມືອງດັ່ງກ່າວ ໃນໄລຍະ 3 ມື້ຜ່ານມານີ້.

ການບຸກໂຈມຕີທີ່ວ່ານີ້ ແມ່ນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ກຳລັງອີຣັກ ທີ່ພວມທຳການ
ສູ້ລົບໃນຫລາຍໆເຂດເພື່ອຢຶດເອົາດິນແດນຂອງຕົນຄືນຈາກພວກກະບົດແລະກ່ອນໜ້າ ນີ້ບໍ່ດົນກໍສາມາດຢຶດເອົາເມືອງ Tigrit ຄືນມາຈາກກຸ່ມຫົວຮຸນແຮງດັ່ງກ່າວ.

Kurdish Fighters Inch Forward Against Islamic State
please wait

No media source currently available

0:00 0:00:52 0:00

XS
SM
MD
LG