ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຸ່ມກໍ່ການຮ້າຍລັດອິສລາມ ຈະພິສູດໃຫ້ເຫັນວ່າ ກຸ່ມນີ້ ແມ່ນສຳຄັນກວ່າຜູ້ນຳຂອງຕົນ


ເສັ້ນເທັບສີແດງປິດລອມສະຖານທີ່ ແລະມີສິ່ງຂອງຖືກເຜົາໄຟ ຢູ່ອ້ອມເຮືອນຫຼັງນຶ່ງ ເຊິ່ງຜູ້ນຳກຸ່ມລັດອິສລາມ ອາເມຍ ໂມຮຳເມັດ ຊາອິດ ອັບດີ ຣາ-ຮາມານ ອາ-ມໍລາ ໄດ້ເສຍຊີວິດ ໃນລະຫວ່າງການບຸກໂຈມຕີຂ້າມຄືນໂດຍກອງກຳລັງພິເສດ ສະຫະລັດ.
ເສັ້ນເທັບສີແດງປິດລອມສະຖານທີ່ ແລະມີສິ່ງຂອງຖືກເຜົາໄຟ ຢູ່ອ້ອມເຮືອນຫຼັງນຶ່ງ ເຊິ່ງຜູ້ນຳກຸ່ມລັດອິສລາມ ອາເມຍ ໂມຮຳເມັດ ຊາອິດ ອັບດີ ຣາ-ຮາມານ ອາ-ມໍລາ ໄດ້ເສຍຊີວິດ ໃນລະຫວ່າງການບຸກໂຈມຕີຂ້າມຄືນໂດຍກອງກຳລັງພິເສດ ສະຫະລັດ.

ກຸ່ມຫົວຮຸນແຮງລັດອິສລາມ ມາເຖິງເວລານີ້ ພວມສະແດງໃຫ້ເຫັນສັນຍານຂອງການສູນເສຍກຳລັງ ພຽງບໍ່ເທົ່າໃດວັນ ຫຼັງຈາກປະຕິບັດການຂອງກອງກຳລັງພິ ເສດສະຫະລັດ ທີ່ໄດ້ລົງໄປໃນພາກຕາເວັນຕົກສຽງເໜືອຂອງຊີເຣຍ ແລະໄດ້ປິດລ້ອມຜູ້ນຳຂອງກຸ່ມກໍ່ການຮ້າຍດັ່ງກ່າວ ຜູ້ທີ່ພວກເຂົາກ່າວວ່າ ຕໍ່ຈາກນັ້ນ ຜູ້ກ່ຽວໄດ້ລະເບີດຕົນເອງ ໂດຍບໍ່ໄດ້ຕໍ່ສູ້ເລີຍ.

ອົງການສືບລັບຕ່າງໆ ແລະບັນດານັກວິເຄາະທີ່ເປັນອິດສະຫລະ ຕິດຕາມກຸ່ມລັດອິສລາມ ຫຼື IS ຢູ່ໃນສື່ສັງຄົມ ກໍຍັງບໍ່ໄດ້ພົບເຫັນວ່າ ມີການຍອມຮັບການຕາຍຂອງທ້າວອາເມຍ ມູຮຳມັດ ຊາ’ອີດ ອັບດາລ-ຣາມານ ອາລ-ມາວລາ ຫຼື ເວົ້າເຖິງການປ່ຽນຜູ້ນຳຄົນໃໝ່.

ຫາກແຕ່ພວກເຂົາ ກ່າວວ່າ ພວກຜູ້ຕາງໜ້າໃນສື່ສັງຄົມຂອງກຸ່ມ IS ແລະພວກທີ່ຕິດຕາມທັງຫຼາຍ ໂດຍສ່ວນໃຫຍ່ແລ້ວໄດ້ປະຕິບັດ ຄືກັນກັບວ່າ ການສູນເສຍຜູ້ນຳຄົນທີສອງ ຂອງກຸ່ມກໍ່ການຮ້າຍ ພາຍໃນບໍ່ເຖິງສາມປີນັ້ນ ແມ່ນບໍ່ມີສາລະສຳຄັນເລີຍ.

“ມັນເປັນທຸລະກິດປົກກະຕິ ໂດຍຍັງສືບຕໍ່ອ້າງເອົາການໂຈມຕີ ຢູ່ໃນອາຟຣິກາ ອັຟການິສຖານ ຊີເຣຍ” ອີງຕາມ ທ່ານຣາແຟລ ກລຸກຄ໌ (Raphael Gluck) ຜູ້ຮ່ວມກໍ່ຕັ້ງ Jihadoscope ອັນເປັນບໍລິສັດທີ່ຕິດຕາມເບິ່ງ ການເຄື່ອນໄຫວທາງອອນໄລນ໌ ຂອງພວກຫົວຮຸນແຮງອິສລາມ.

ທ່ານກລຸກຄ໌ ໄດ້ກ່າວຕື່ມ ໂດຍໃຊ້ຄຳຫຍໍ້ອີກອັນນຶ່ງສຳລັບກຸ່ມກໍ່ການຮ້າຍ ວ່າ “ມັນໄດ້ພິສູດໃຫ້ເຫັນຈຸດຢືນຂອງພວກເຂົາ ທີ່ວ່າ ຄວາມຝັນຂອງ ກຸ່ມ ISIS ບໍ່ໄດ້ຕາຍໄປກັບການຕາຍຂອງຜູ້ນຳຂອງພວກເຂົາ.”

ໃນວີດີໂອອັນນຶ່ງ ຈາກອົງການຂ່າວອາມັກ ທີ່ດຳເນີນການໂດຍ IS ແລະໄດ້ຖືກນຳລົງໂດຍອົງການ SITE ສະແດງໃຫ້ເຫັນຊາກຫັກພັງຂອງລົດຄັນນຶ່ງທີ່ທຳລາຍດ້ວຍລະເບີດໂດຍພວກນັກລົບ ຂອງກຸ່ມ ISWAP ຢູ່ໃກ້ໆກັບເມືອງ ມາຣເຕ (Marte) ຂອງປະ​ເທດນິແຊຣ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG