ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວ​ໜ້າ​ກຸ່ມ​ລັດ​ອິ​ສ​ລາມ ​ຢູ່​ເບື້ອງ​ຫຼັງ​ການ​ໂຈມ​ຕີ​ຮ້າຍ​ແຮງ​ຢູ່​ກາ​ບູ​ລ ຖືກ​ຂ້າ​ຕາຍ​ແລ້ວ


ແຟ້ມ - ທະ​ຫານ​ມາ​ຣີນ​ສະ​ຫະ​ລັດ ທີ່​ປະ​ຕູ Abbey Gate ກ່ອນ​ການ​ໂຈມ​ຕີ​ສະ​ຫຼະ​ຊີບ ທີ່​ສະ​ໜາມ​ບິນ​ສາ​ກົນ​ຮາ​ມິດ​ ກາ​ຊາຍ ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 26 ສິງ​ຫາ 2021 ຢູ່​ໃນ​ວີ​ດີ​ໂອ​ ທີ່​ຫາ​ກໍ​ນຳ​ອອກ​ເຜີຍ​ແຜ່​ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.
ແຟ້ມ - ທະ​ຫານ​ມາ​ຣີນ​ສະ​ຫະ​ລັດ ທີ່​ປະ​ຕູ Abbey Gate ກ່ອນ​ການ​ໂຈມ​ຕີ​ສະ​ຫຼະ​ຊີບ ທີ່​ສະ​ໜາມ​ບິນ​ສາ​ກົນ​ຮາ​ມິດ​ ກາ​ຊາຍ ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລ ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 26 ສິງ​ຫາ 2021 ຢູ່​ໃນ​ວີ​ດີ​ໂອ​ ທີ່​ຫາ​ກໍ​ນຳ​ອອກ​ເຜີຍ​ແຜ່​ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ.

ຫົວ​ໜ້າ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ທີ່​ໄດ້​ທຳ​ການ​ໂຈມ​ຕີວາງ​ລະ​ເບີດ ​ເມື່ອ​ເດືອນ​ສິງ​ຫາ​ປີ 2021 ​ຊຶ່ງ​ໄດ້​ສັງ​ຫານ​ທະ​ຫານ​ອາ​ເມ​ຣິ​ກັນ 13 ຄົນ ແລະພົນ​ລະ​ເຮືອນ ຊາວອັ​ຟ​ກາ​ນິ​ສ​ຖານ​ອີກ 170 ຄົນ​ນັ້ນ ໄດ້ຖືກ​ຂ້າ​ຕາຍ​ແລ້ວ ໃນການປະ​ທະ​ກັນ ​ເມື່ອ​ໄວໆ​ມານີ້ ກັບ​ກຸ່ມ​ຕາ​ລີ​ບານ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ຊຶ່ງ​ໃນ​ຂັ້ນ​ຕົ້ນ​ ໄດ້​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ດັ່ງກ່າວ​ຕໍ່​ວີ​ໂອ​ເອໂດຍ​ຂໍ​ສະ​ຫງວນ​ຊື່ ຍ້ອນ​ໄດ້​ໂອ້​ລົມ​ກ່ຽວ​ກັບ​ເລື້ອງ​ຂ່າວ​ກອງ ແລະ​ກໍບໍ່​ຍອມບອກ​ຊື່​ຫົວ​ໜ້າ​ກຸ່ມ​ລັດ​ອິ​ສ​ລາມ​ຄົນ​ນັ້ນ ຫຼືເວົ້າ​ວ່າ ​ລາວ​ເສຍ​ຊີ​ວິດ​ໃນ​ເວ​ລາ​ໃດ ແລະ​ຢູ່​ບ່ອນ​ໃດ​ແທ້.

ນອກນັ້ນ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ບຸກ​ຄົນ​ຜູ້ນັ້ນ​ແມ່ນ​ເປົ້າ​ໝາຍ​ຂອງ​ກຸ່ມ​ຕາ​ລີ​ບານ​ຫຼືບໍ່ ຫຼື​ວ່າ​ຜູ້​ກ່ຽວໄດ້​ຖືກ​ຂ້າ​ຕາຍ​ອັນ​ເປັນ​ຜົນ​ທີ່​ເນື່ອງ​ມາ​ຈາກ​ການ​ສູ້​ລົບ​ກັນທີ່​ຍັງ​ດຳ​ເນີນ​ຢູ່​ລະ​ຫວ່າງ​ທັງ​ສອງ​ກຸ່ມ.

ທ່ານ​ຈອນ ເຄີ​ບີ ຜູ້​ປະ​ສານ​ງານ​ຍຸດ​ທະ​ສາດ​ດ້ານ​ການ​ສື່​ສານ​ຂອງ​ສະ​ພ​າ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ຕາຍ​ຂອງ​ຫົວ​ໜ້າ​ກຸ່ມ​ລັດ​ອິ​ສ​ລາມ​ຄົນ​ນັ້ນ ຢູ່​ໃນ​ອີ​ແມ​ລ ​ທີ່​ສົ່ງ​ເຖິງວິ​ໂອ​ເອ ໂດຍ​ເອິ້ີ້ນ​ວ່າ “ເປັນ​ອີກ​ນຶ່ງ​ໃນເຫດ​ການ​ທີ່​ມີ​ມາ​ເປັນ​ລຳ​ດັບ ຂອງ​ການ​ສູນ​ເສຍ​ຜູ້​ນຳ​ໃນ​ລະ​ດັບ​ສູງ” ທີ່​ກຸ່ມ​ດັ່ງ​ກ່າວ ​ໄດ້​ປະ​ສົບ​ພາຍ​ໃນ​ປີນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG