ກຸ່ມກໍ່ການຮ້າຍລັດອິສລາມ ໄດ້ສູນເສຍການຄວບຄຸມຫຼາຍພາກສ່ວນ ໃນປະເທດ
ອັຟການິສຖານ, ເປັນການຍອມຈຳນົນຕໍ່ຄວາມກົດດັນຈາກ ກອງກຳລັງ ສະຫະລັດ
ແລະ ອັຟການິສຖານ ຢ່າງຊ້າໆ, ອີງຕາມ ການກ່າວຂອງຜູ້ບັນຊາການກອງກຳລັງ
ສະຫະລັດ ປະຈຳ ອັຟການິສ ຖານ ທີ່ໃກ້ຈະພົ້ນຈາກການດຳລົງຕຳແໜ່ງເມື່ອວັນ
ເສົາວານນີ້.
ນາຍພົນ ຈອນ ນິໂຄລສັນ ໄດ້ປະຕິເສດບໍ່ຍອມຮັບຄວາມເຂົ້າໃຈທີ່ວ່າ ພວກ IS ໂຄຣາ
ຊານ, ຫຼື ISIS-K ນັ້ນ, ມີຄວາມສາມາດທີ່ຈະຂະຫຍາຍ ການມີໜ້າຂອງພວກເຂົາ ໃນ
ບໍລິເວນຢ່າງກວ້າງຂວາງ ລຸນຫຼັງຄວາມພະຍາຍາມຮ່ວມກັນ ທີ່ຈະລົບລ້າງພວກເຂົາ
ອອກໄປ ເຊິ່ງລວມມີລະເບີດ ທີ່ບໍ່ແມ່ນນິວເຄລຍລູກທີ່ໃຫຍ່ທີ່ສຸດໃນການຍິງໂຈມຕີ
ຂອງ ສະຫະລັດ ທີ່ເລີ່ມຂຶ້ນເມື່ອປີກາຍນີ້.
ທ່ານ ນິໂຄລສັນ ຜູ້ທີ່ໄດ້ມອບການບັນຊາຂອງກອງກຳລັງ ສະຫະລັດ ໃນ ອັຟການິສ
ຖານ ໃຫ້ພົນໂທ ອອສຕິນ ມິລເລີ ໄດ້ກ່າວວ່າ “ພວກ ISIS-K ບໍ່ໄດ້ຂະຫຍາຍຕົວ.”
ທ່ານໄດ້ກ່າວເພີ່ມເຕີມ ໃນຖະແຫຼງການທີ່ໄດ້ສົ່ງໃຫ້ວີໂອເອທາງອີເມລວ່າ “ພວກເຂົາ
ສາມາດທີ່ຈະເສີມກຳລັງສ່ວນນຶ່ງ ທີ່ສູນເສຍໄປຂອງພວກເຂົາ ດ້ວຍການເກນເອົາອົງ
ການຫົວຮຸນແຮງອື່ນໆເຂົ້າມາຮ່ວມ. ເຖິງ ແມ່ນຈະມີການເກນຄົນດັ່ງກ່າວນີ້ກໍຕາມ,
ແຕ່ພວກເຂົາແມ່ນກຳລັງສູນເສຍ ນັກຮົບ ແລະ ສູນເສຍຖານທີ່ໝັ້ນໄປ.”
ການຄາດໝາຍເມື່ອບໍ່ດົນມານີ້ ຈາກບັນດາເຈົ້າໜ້າທີ່ປາບປາມລັດທິກໍ່ ການຮ້າຍ ໄດ້
ຕັ້ງຈຳນວນນັກຮົບຂອງພວກ IS ໂຄຣາຊານ ວ່າມີຫຼາຍ ກວ່າ 1,000 ຄົນ, ແມ່ນກະ
ທັ້ງພວກ IS-K ຈະຜ່າຍແພ້ການຕໍ່ສູ້ ໃນ ພາກເໜືອຂອງແຂວງ ໂຈຊານ (Jozjan) ກໍ
ຕາມ, ເຊິ່ງພວກນັກຮົບ 250 ຄົນ ພ້ອມກັບຜູ້ບັນຊາການຂອງພວກເຂົາ ກໍໄດ້ພາກັນ
ຍອມຈຳນົນແລ້ວ ໃນເດືອນທີ່ຜ່ານມາ.
ເມື່ອບໍ່ດົນມານີ້, ໃນວັນທີ 26 ສິງຫາ, ລັດຖະບານ ອັຟການິສຖານ ໄດ້ປະກາດການ
ຕາຍຂອງຫົວໜ້າກຸ່ມ IS ໂຄຣາຊານ, ທ້າວ ອັບດູ ຊາອາດ ເອີຮາປີ, ພ້ອມກັບຜູ້ບັນຊາ
ການຂອງລາວ 9 ຄົນໃນການ ໂຈມຕີທາງອາກາດຂອງ ສະຫະລັດ ທີ່ເອີ້ນວ່າ “ການສູນ
ເສຍຄັ້ງ ໃຫຍ່” ຂອງກຸ່ມກໍ່ການຮ້າຍນັ້ນ.
ແຕ່ບັນດາເຈົ້າໜ້າທີ່ປ້ອງກັນປະເທດ ແລະ ສືບລັບ ສະຫະລັດ ກໍໄດ້ ມີຄວາມລະມັດ
ລະວັງ ໃນການຄາດເດົາການຍົກຍ້າຍທີ່ໝັ້ນຂອງ ກຸ່ມດັ່ງກ່າວ, ເຊິ່ງກ່າວເນັ້ນວ່າ ພວກ
IS ໂຄຣາຊານ, ຄືພວກ IS ໃນປະເທດ ອີຣັກ ແລະ ຊີເຣຍ ນັ້ນ, ແມ່ນມີຄວາມສູ້ທົນ.