ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ນຳ ລັດອິສລາມ ຄົນສຳຄັນ ຖືກສັງຫານ ຢູ່ ພາກໃຕ້ຟິລິບປີນ


ພວກທະຫານຢູ່ເທິ່ງລົດບັນທຸກ ກຳລັງແລ່ນຜ່ານບ້ານເຮືອນ ທີ່ເພພັງ ຫລັງຈາກກຳລັງຖະຫານ ກວດລ້າງເຂດ ທີ່ໃຫ້ການສະໜັບສະໜູນ ພວກຫົວຮຸນແຮງ ລັດອິສລາມ.
ພວກທະຫານຢູ່ເທິ່ງລົດບັນທຸກ ກຳລັງແລ່ນຜ່ານບ້ານເຮືອນ ທີ່ເພພັງ ຫລັງຈາກກຳລັງຖະຫານ ກວດລ້າງເຂດ ທີ່ໃຫ້ການສະໜັບສະໜູນ ພວກຫົວຮຸນແຮງ ລັດອິສລາມ.

ບັນດາ​ເຈົ້າ​ໜ້າ​ທີ່​ກອງທັບ​ຟິລິບ​ປິນກ່າວ​ວ່າ ຜູ້ນຳ​ສູງ​ສຸດຂອງກຸ່ມຫົວຮຸນແຮງ​ອິສລາມ
ເຊື່ອກັນ​ວ່າ ​ໄດ້​ຖືກ​ຂ້າ​ຕາຍ​ ໂດຍ​ກຳລັງ​ລັດຖະບານ ​ທີ່ປົດ​ປ່ອຍ ເມືອງ Marawi ໃນ
ພາກໃຕ້ຂອງປະເທດ ​ໃນ​ຕົ້ນ​ອາທິດ​ນີ້.

ທ້າວ Mahmud Ahmad ​ເກີດ​ຢູ່​ມາ​ເລ​ເຊຍ ​ແມ່ນຮວມ​ຢູ່​ໃນ​ພວກ​ຫົວ​ຮຸນ​ແຮງ 20 ຄົນ
ທີ່​ຖືກ​ຂ້າ​ຕາຍ​ ໃນ​ການຍິງ​ຕໍ່​ສູ້​ເມື່ອ​ຕອນ​ເຊົ້າ​ວັນ​ຈັນ​ທີ່​ຜ່ານ​ມາ. ​ໂຄສົກ​ກອງທັບ​ກ່າວ​ວ່າ
ຕົນ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ທ້າວ Ahmad ​ໄດ້​ຖືກ​ຂ້າ​ຕາຍ ​ອີງ​ຕາມ​ລາຍ​ຂໍ້ມູນ ​ທີ່​ແຈ້ງໃຫ້
ຊາບ ​ໂດຍ​ໂຕ​ປະກັນ​ສອງ​ຄົນ ​ທີ່​ຖືກຊ່ວຍ​ອອກ​ມາ ຫລັງ​ຈາກ​ການ​ສູ້​ລົບກັນແລ້ວ. ການ
​ຕາຍ​ຂອງ​ຜູ້ກ່ຽວຈະ​ບໍ່​ໄດ້ຮັບການຢືນຢັນ​ຈົນ​ກວ່າຈະມີການກູ້ເອົາສົບ ​ແລະກວດເບິ່ງ
DNA ​ເສຍກ່ອນ.

ທ້າວ Ahmad ​ເປັນ​ເພື່ອນຮ່ວມງານທີ່​ໃກ້ຊິດ​ກັບ ທ້າວ Isnilon Hapilon ຜູ້​ທີ່​ເປັນ​ຜູ້
ນຳກຸ່ມ​ລັດ​ອິສລາມ ​ໃນເຂດ​ເອ​ເຊຍ​ອາຄະ​ເນ ຈົນ​ເທົ່າອາທິດ​ນີ້ ​ເວລາຜູ້ ກ່ຽວ ແລະ​ຜູ້
ນຳທີ່​ສຳ​ຄັນ​ອີກຄົນນຶ່ງຂອງກຸ່ມລັດອິສລາມ ທ້າວ Omarkhayam Maute ​ໄດ້​ຖືກ
​ຂ້າ​ຕາຍ ຢູ່​ໃນ​ເປົ້າ​ໝາຍ​ການ​ປະຕິບັດ​ງານ​ຂອງ​ກອງ​ທັບ. ທ້າວ​ Ahmad ​ເປັນ​ທີ່​ເຊື່ອ
ກັນວ່າ​ ໄດ້​ສົ່ງ​ເງິນແລະພວກ​ນັກ​ລົບ ໄປສະໜັບສະໜຸນ​ກຸ່ມທີ່​ຍຶດ​ເອົາ​ເມືອງ Marawi
ທີ່ມີປະຊາຊົນອາໄສຢູ່ 200,000 ຄົນ ຢູ່ທີ່ເກາະ​ Mindanao ທາງພາກໃຕ້ ຂອງປະ
ເທດທີ່ຄອບງຳໂດຍຊາວມຸສລິມນັ້ນ.

ບັນດາ​ຜູ້​ຊ່ຽວຊານ​ກ່າວ​ວ່າ ທ້າວ Ahmad ມີທ່າທາງວ່າ ຈະເຂົ້າກຳຕຳ​ແໜ່​ງແທນ
ທ້າວ Hapilon ​ໃນ​ຖານະ​ຜູ້ນຳ​ສຳຄັນສຸດ​ຂອງ​ລັດ​ອິສລາມ​ຢູ່​ໃນ​ຂົງ​ເຂດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG