ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຮຽກຮ້ອງໃຫ້ ກຸ່ມລັດອິສລາມ ປ່ອຍພວກຕົວປະກັນ


ຊາຍຄົນນຶ່ງ ເບິ່ງພາບວີດີໂອ ຕົວປະກັນ ທີ່ຖືກຈັບຮຽກຄ່າໄຖ່
ຊາຍຄົນນຶ່ງ ເບິ່ງພາບວີດີໂອ ຕົວປະກັນ ທີ່ຖືກຈັບຮຽກຄ່າໄຖ່

ນາຍົກລັດຖະມົນຕີ​ຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ຮຽກຮ້ອງ​ໃຫ້
​ກຸ່ມລັດ​ອີສລາມ ​ປ່ອຍ​ຕົວປະກັນ 2 ຄົນໃນທັນທີ ທີ່​ໄດ້​ອອກໃນ
​ພາບ​ວີ​ດີ​ໂອ ໂດຍ​ຂົ່ມຂູ່ວ່າຈະ​ສັງຫານພວກເຂົາ ຖ້າວ່າຍີ່​ປຸ່​ນບໍ່
​ຍອມຈ່າຍ​ເງິນ ຈຳນວນ 200 ລ້ານ​ໂດ​ລ່າ ​ເປັນ​ຄ່າ​ໄຖ່.

ທ່ານ Abe ​ໄດ້​ສະ​ແດງ​ເຖິງ​ຄວາ​ມບໍ່ພໍ​ໃຈ ​ໃນ​ວັນ​ອັງຄານ​ມື້​ນີ້
ຫຼາຍ​ຊົ່ວ​ໂມງ ຫຼັງຈາກ​ທີ່​ພວກຫົວ​ ຮຸນແຮງ ​ໄດ້​ນຳ​ອອກ​ເຜີຍ
ແຜ່​ພາບ​ວີ​ດີ​ໂອຂອງ​ຜູ້ຊາຍ ທີ່​ປາກ​ພາ​ສັງ​ອັງກິດ ທີ່​ປິດ​ໜ້າ
​ດ້ວຍ​ຜ້າ​ດຳ ຖື​ມີດ ຢືນ​ຢູ່​ລະຫວ່າງ​ຊາຍ​ຊາວ​ຍີ່ປຸ່ນ 2 ຄົນ ທີ່​ຄຸກ
​ເຂົ່າ​ໃ​ສ່ຊຸດ​ສີ​ໝາກກ້ຽງ ຢູ່​ຂ້າງໆ​ນັ້ນ.

ພວກ​ຫົວຮຸນແຮງ ລະບຸໂຕ​ຊາຍ​ສອງ​ຄົນວ່າ ​ແມ່ນທ້າວ Kenji Goto ​ແລະ​ທ້າວ Haruna Yakawa ເປັນ​ຊາວ​ຍີ່ປຸ່ນ ​ແລະ​ໄດ້​ຕຳ​ນິຕິ​ຕຽນຍີ່ປຸ່ນ​ທີ່​ໄດ້​ສະໜັບສະໜຸນ​ແບບ​ໂງ່ໆ​ຕໍ່ການດຳເນີນຄວາມພະຍາຍາມ​ທາງ​ທະຫານຂອງປະເທດຕາ​ເວັນ​ຕົກ ເພື່ອ​ຕໍ່ສູ້​ກັບ​ກຸ່ມ​ລັດ​ອີສລາມ.

ກອງ​ກຳລັງ​ຍີ່ປຸ່ນ ​ບໍ່​ແມ່ນ​ພາກສ່ວນ​ນຶ່ງ​ຂອງ​ກຳລັງແນວໂຮມພາຍໃຕ້ການ​ນຳພາ​ຂອງສະ​ຫະ
ລັດ ທີ່​ໄດ້​ປະຕິບັດ​ງານໂຈມ​ຕີທາງ​ອາກາດ ຫຼາຍກວ່າ 1 ພັນ 700 ຖ້ຽວ ​ຕໍ່ເປົ້າໝາຍຂອງກຸ່ມ​ລັດ​ອີສລາມ ​ໃນ​ອີຣັກ ​ແລະ​ຊີ​ເຣຍ ນັບ​ຕັ້ງ​ແຕ່​ເດືອນສິງ​ຫາເປັນຕົ້ນມາ. ທ່ານ Abe ​ໄດ້ປະຕິ
ຍານໃນ​ວັນ​ເສົາ​ຜ່ານ​ມາ​ນີ້ວ່າ ຈະ​ມອບ​ເງິນ 200 ລ້ານ​ໂດ​ລ່າ ທີ່​ບໍ່​ແມ່ນ​ທາງ​ທະຫານ ຕໍ່​ບັນດາ​ປະ​ເທ​ດທັງຫຼາຍ ​ໃນ​ການ​ຕໍ່ສູ້​ກັບ​ກຸ່ມ​ຫົວ​ຮຸນ​ແຮງຊາວຊຸນນີ ນັ້ນ.

ຫົວໜ້າກອງເລຂາຂອງລັດຖະບານຍີ່ປຸ່ນ ທ່ານ Yoshihide Suga ກ່າວຕໍ່ພວກນັກ ຂ່າວ
ທີ່ນະຄອນໂຕກຽວວ່າ ການຈັບໂຕປະກັນແມ່ນໃຫ້ອະໄພບໍ່ໄດ້. ທ່ານກ່າວວ່າ ລັດຖະບານ
ພວມກວດ ສອບເບິ່ງວ່າວີດີໂອນີ້ເປັນຂອງຈິງຫລືບໍ່ ແລະຈະດຳເນີນການເປັນຢ່າງດີທີ່ສຸດ ເພື່ອໃຫ້ມີການ ປ່ອຍໂຕປະກັນ ໂດຍໄວເທົ່າທີ່ຈະໄວໄດ້.

XS
SM
MD
LG