ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມລັດ​ອິສລາມ ​ລາຍ​ງານ​ວ່າ ລູກ​ຊາຍ ​ຂອງ​ຜູ້​ນໍາ​ ກຸ່ມ​​ດັ່ງກ່າວ ເສຍ​ຊີວິດ​ ​ຢູ່ໃນ​ຊີ​ເຣຍ


ພາບທີ່ເຜີຍແຜ່ອອກທາງວີດິໂອ ໃນເດືອນກໍລະກົດ ໄດ້
ສະແດງໃຫ້ເຫັນວ່າ ທ້າວ ອາ​ບູ ບາ​ເຄີ ອາລ-​ແບັກ​ດາ​ດີ ຜູ້​ນໍາ​ຂອງ​ກຸ່ມລັດ​ອິສລາມ ຫລື IS ກໍາລັງເທດສະໜາຢູ່ ໃນຕອນ
ແລງ ຂອງ ວັນທີ 5 ກໍລະກົດ 2014 ຢູ່ອີຣັກ
ພາບທີ່ເຜີຍແຜ່ອອກທາງວີດິໂອ ໃນເດືອນກໍລະກົດ ໄດ້ ສະແດງໃຫ້ເຫັນວ່າ ທ້າວ ອາ​ບູ ບາ​ເຄີ ອາລ-​ແບັກ​ດາ​ດີ ຜູ້​ນໍາ​ຂອງ​ກຸ່ມລັດ​ອິສລາມ ຫລື IS ກໍາລັງເທດສະໜາຢູ່ ໃນຕອນ ແລງ ຂອງ ວັນທີ 5 ກໍລະກົດ 2014 ຢູ່ອີຣັກ

ລູກ​ຊາຍ​ຂອງ​ຜູ້​ນໍາ​ຂອງ​ກຸ່ມລັດ​ອິສລາມ ຫລື IS ທ້າວ ອາ​ບູ ບາ​ເຄີ ອາລ-​ແບັກ​ດາ​ດີ
(Abu Bakir al-Baghdadi) ຖືກ​ລາຍ​ງານ​ມາ​ວ່າ ​ໄດ້​ເສຍ​ຊີວິດ​ ຢູ່​ໃນ​ການ ​ປະຕິບັດ
​ການໂຈມ​ຕີ​ສະລະ​ຊີບ ຢູ່​ເມືອງ​ອອມສ ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຊີ​ເຣຍ.

ອົງການ​ຂ່າວ​ຂອງ​ໄອ​ແອັສ (IS) ອາລ ນາ​ເຊີ (al-Nashir) ​ໄດ້​ເອົາ​ຮູບຂອງ​ເດັກ​ຊາຍ
​ນ້ອຍ ຊຶ່ງແມ່ນ​ທ້າວຮູດເທ​ຟາອາລ-​ແບັກ​ບາ​ດຣີ (Hudhayfah al-Badri) ເປັນ​ລູກ
​ຊາຍ​ຂອງທ້າວອາລ-​ແບັກ​ດາ​ດີ ​ແລະ​ເວົ້າວ່າ ລາວ​ໄດ້​ເສຍ​ຊີວິດ​ໄປ​ໃນ​ການ​ປະຕິບັດ
​ງານຕ້ານ​ກັບ​ກໍາລັງ​ທະຫານ​ຂອງຣັດ​ເຊຍ ຢູ່​ໃນ​ເມືອງ​ອອມສ໌ ​ແລະ​ກໍາລັງ​ທະຫານ​ຂອງ​ລັດຖະບານ​ຊີ​ເຣຍ ທີ່​ພວກໄອ​ແອັສ (IS) ​ເອີ້ນວ່າ ນູ​ເຊຣີຢາ (Nusayriyyah).

ອົງການ​ຂ່າວ​ລາຍ​ງານ​ວ່າ "​(ຂໍ​ໃຫ້​ພະ​ເຈົ້າອາລາຮັບ​ເອົາ) ທ້າວຮູດເທ​ຟາອາລ-ບາ
​ດຣີ (Hudhayfah al-Badri) ລູກ​ຊາຍ​ຂອງຫົວໜ້າຄາ​ລິ​ຟ (Caliph) (ຂໍ​ໃຫ້​ພະ​ເຈົ້າ
ອາລາ​ປົກ​ປ້ອງ​ເອົາ​ລາວ) ​ແດ່ທ້ອນ, ລາວ​ຖືກ​ຂ້າ​ຕາຍ​ຢູ່​ໃນ​ການ​ປະຕິບັດ​ງານອິນ​ກີ​ມາ
​ຊີ (inghimasi) [ສະລະ​ຊີບ] ​ເພື່ອ​ຕໍ່ຕ້ານ​ກັບພວກນູ​ເຊຣີຢາ (Nusayriyyah) ​ແລະ
​ພວກຣັດ​ເຊຍ ຢູ່​ສະຖານີປັ່ນ​ໄຟຟ້າ​ດ້ວຍ​ຄວາມ​ຮ້ອນ ຢູ່​ເມືອງ​ໂຮມ​ສ໌ ວີ​ລາ​ຢາ (Homs Willayah)."

ອິນ​ກີ​ມາ​ຊີ (inghimasi) ໝາຍ​ເຖິງ​ການ​ປະຕິບັດ​ງາ​ນສະລະ​ຊີບ​ທີ່​ພວກນັກຕໍ່ສູ້ນຸ່ງ​ເຄື່ອງ
​ທີ່​ມີລະ​ເບີດ​ເປັນ​ຮວດ​ມັດ​ໃສ່​ແອວ ​ແລະ​ມີ​ອາວຸດ​ທໍາ​ມະ​ດາ​ຢູ່​ນໍາ ​ແລ້ວ​ໄປ​ໂຈມ​ຕີບ່ອນຢູ່​
ຂອງ​ສັດຕູ ກ່ອນ​ຈະ​ແກະ​ຄະ​ນວນ​ລະ​ເບີດໃສ່​ຕົນ​ເອງ​ ເພື່ອ​ກໍ່​ໃຫ້​ເກີດ​ການ​ເສຍ​ຫາຍ​ແກ່
​ຝ່າຍ​ສັດຕູ​ໃຫ້​ຫລາຍ​ເທົ່າ​ນທີ່​ຈະ​ຫລາຍ​ໄດ້.

ກອງທັບ​ສະຫະລັດ​ເວົ້າວ່າ ຕົນ​ໄດ້​ເຫັນ​ບົດ​ລາຍ​ງານ​ກ່ຽວກັບ​ການ​ຕາຍ​ຂອງອາລ-​ແບັກ
​ດາ​ດີ (al-Baghdadi) ​ແຕ່​ກໍ​ບໍ່​ໄດ້​ໃຫ້ການ​ຢືນຢັນ​ໃດໆ.

ກອງ​ບັນຊາ​ການ​ສູນ​ກາງຂອງ​ສະຫະລັດ​ກ່າວ​ຕໍ່ ວີ​ໂອ​ເອວ່າ "ມັນ​ບໍ່​ເປັນ​ການ​ເໝາະສົມ
ທີ່​ພວກ​ເຮົາ​ຈະ​ໃຫ້​ຄໍາ​ເຫັນ​ ກ່ຽວກັບ​ການ​ໂຈມ​ຕີ​ຕໍ່ກໍາລັງ​ທະຫານທີ່ຢູ່ນອກ ກຸ່ມ​ທະຫານ
​ແນວ​ໂຮມ. ພວກ​ເຮົາ​ບໍ່ມີ​ຫຍັງ​ທີ່​ຈະ​ຕ້ອງ​ພິສູດອີກ​ຕໍ່​ໄປ​ແລ້ວ.”

ທ້າວອາລ-​ແບັກ​ດາ​ດີທີ່​ເປັນສັນຊາດ​ອີຣັກ ​ແລະ​ມີ​ຊື່​ແທ້​ວ່າອາບຣາຮິມ ອາວາດ ອາລ-
​ແບັກບາ​ດຣີ (Ibrahim Awad al-Badri) ​ໄດ້​ປະກາດການ​ສ້າງຕັ້ງກຸ່ມລັດ​ອິສລາ​ມ ຢູ່
​ເມືອງ​ໂມ​ຊຸລ (Mosul) ​ໃນ​ເດືອນ​ມິຖຸນາ 2014 ​ແລະ​ຕັ້ງ​ໃຫ້​ຕົນ​ເອງ​ເປັນ​ຜູ້ນໍາຂອງ​ກຸ່ມ
​ນັ້ນ. ຜູ້​ນໍາຄົນ​ນັ້ນ ນັບແຕ່​ນັ້ນມາ ​ໄດ້​ກາຍ​ເປັນ​ຄົນ​ທີ່​ໂລກ​ຕ້ອງການ​ຢາກ​ເອົາ​ຊີວິດ​ຫລາຍ
​ທີ່​ສຸດ ​ໂດຍ​ຄາດ​ຄ່າ​ຫົວ​ຂອງ​ຜູ້ກ່ຽວ​ໄວ້ 25 ລ້ານ​ໂດ​ລາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG