ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມລັດອິສລາມ ອ້າງວ່າ ວີດີໂອ ສະແດງໃຫ້ເຫັນ ຜູ້ນຳທີ່ສັນໂດດຂອງຕົນ ຮຽກຮ້ອງໃຫ້ລ້າງແຄ້ນ

ພາບນີ້ ໄດ້ມາຈາກວີດີໂອ ທີ່ໄດ້ຖືກນຳລົງ ເວັບໄຊ ຂອງພວກຫົວຮຸນແຮງ ໃນວັນທີ 5 ກໍລະກົດ 2014 ສະແດງໃຫ້ເຫັນ ຜູ້ນຳຂອງກຸ່ມລັດອິສລາມ ອາບູ ບາກຄ໌ ອາລ-ບາກແດດີ , Abu Bakr al-Baghdadi, ໃຫ້ໂອວາດຢູ່ທີ່ວັດອິສລາມ ແຫ່ງງນຶ່ງໃນອີຣັກ.

ກຸ່ມລັດອິສລາມ ໄດ້ນຳເອົາ ວີດີໂອໃໝ່ອອກເຜີຍແຜ່ ໃນວັນຈັນວານນີ້ ຊຶ່ງອ້າງວ່າ ເປັນ
ຜູ້ນຳຂອງຕົນທີ່ຢູ່ສັນໂດດ ກຳລັງກ່າວປາໄສສົ່ງຂໍ້ຄວາມເຖິງພວກສາວົກຂອງຕົນ ໂດຍ
ຮຽກຮ້ອງໃຫ້ພວກເຂົາເຈົ້າ ຈົ່ງຫາທາງລ້າງແຄ້ນ ສຳລັບການສະຫຼາຍໂຕຂອງດິນແດນ
ທີ່ຕົນໄດ້ປະກາດວ່າ ເປັນລັດອິສລາມ ຫຼື ຄາລີເຟຕຂອງຕົນນັ້ນ ຢູ່ໃນອີຣັກ ແລະຊີເຣຍ.

ວີດີໂອດັ່ງກ່າວ ທີ່ມີຄວາມຍາວຫຼາຍກວ່າ 18 ນາທີ ໄດ້ຖືກນຳລົງໃນອິນເຕີແນັດ ໂດຍ
ພະແນກສື່ມວນຊົນ ອາລ-ເຟີການ ຂອງກຸ່ມລັດອິສລາມ ຫຼື IS ຊຶ່ງວີດີໂອ ສະແດງໃຫ້
ເຫັນ ຊາຍຄົນນຶ່ງ ທີ່ປາກົດວ່າ ແມ່ນ ອາບູ ບາກຄ໌ ອາລ-ບາກແດດີ ນັ່ງຄັດຕະໝາດ
ຢູ່ຕໍ່ໜ້າຝາສີຂາວ ໂດຍມີປືນກົນກະບອກນຶ່ງ ແລະໝອນສອງໜ່ວຍຢູ່ຄຽງຂ້າງ.

ຊາຍຄົນດັ່ງກ່າວ ເຫັນໄດ້ວ່າ ກຳລັງໂອ້ລົມກັບພວກສະມາຊິກກຸ່ມ IS ຜູ້ທີ່ ໃບໜ້າຂອງ
ພວກເຂົາ ຖືກປົກປິດດ້ວຍການເຮັດໃຫ້ມົວ ຫຼື ປົກປິດດ້ວຍໜ້າກາກ ພວມຮັບຊາບເຖິງ
ການສະຫຼາຍໂຕຂອງເຂດແດນທີ່ກຸ່ມ IS ໄດ້ປົກຄອງມາ ໃນເມືອງບາກຮູດຊ໌ ຂອງຊີເຣຍ ເມື່ອບໍ່ດົນມານີ້ ແລະຍົກຍ້ອງການໂຈມຕີກໍ່ການຮ້າຍ ໃນບຸນອິສເຕີ ວັນອາທິດ ຢູ່ໃນ
ປະເທດສຣີລັງກາ ຜ່ານມາ ທີ່ໄດ້ສັງຫານປະຊາຊົນ ຫຼາຍກວ່າ 250 ຄົນ ນັ້ນ.

ພວກທຸງທີ່ເປັນສັນຍາລັກຂອງການສົ່ງສະການ ຫ້ອຍຢູ່ຖະໜົນຫົນທາງ ຕໍ່ໜ້າໂບດ St. Anthony's Shrine, ຫຼັງຈາກການໂຈມຕີດ້ວຍລະເບີດສະຫຼະຊີບຕໍ່ໂບດ ແລະໂຮງແຮມຫຼູຫຼາ ໃນທົ່ວປະເທດ ຍາມບຸນອິສເຕີ ວັນອາທິດ ໄດ້ຜ່ານມາຫຼາຍວັນ, ຢູ່ໃນນະຄອນຫຼວງ ໂຄລອມໂບ ຂອງສຣີລັງກາ, ວັນທີ 26 ເມສາ 2019.

ທ້າວບາກແດດີ ໄດ້ພັນລະນາ ເຖິງການຕໍ່ສູ້ຂອງກຸ່ມກໍ່ການຮ້າຍນີ້ວ່າ ບັດນີ້ ເປັນການ “ສູ້ລົບເພື່ອຕັດປະສິດທິພາບ” ແລະ “ຕັດກຳລັງຂອງສັດຕູ” ແລະ ໄດ້ໃຫ້ຄຳໝັ້ນສັນຍາ
ວ່າ IS ຈະຫາທາງລ້າງແຄ້ນໃຫ້ແກ່ການເຂັ່ນຂ້າ ແລະການຄຸມຂັງພວກນັກລົບຂອງຕົນ.

ຜູ້ກ່ຽວໄດ້ເຕືອນອີກວ່າ “ຈີຮາດ ຫຼື ການຕໍ່ສູ້ເພື່ອສາສະໜາ ຈະສືບຕໍ່ໄປ ຈົນກວ່າຈະ
ເຖິງວັນແຫ່ງການພິພາກສາ.”

ບັນດາເຈົ້າໜ້າທີ່ ຢູ່ທັງທຳນຽບຫ້າແຈ ແລະກະຊວງການຕ່າງປະເທດ ພ້ອມດ້ວຍອົງການ
ສືບລັບຕ່າງໆ ຂອງສະຫະລັດ ກ່າວວ່າ ພວກເຂົາເຈົ້າ ຮູ້ຈັກກ່ຽວກັບ ວີດີໂອດັ່ງກ່າວ ແຕ່
ຍັງບໍ່ທັນໄດ້ຢືນຢັນວ່າ ຊາຍຜູ້ທີ່ຢູ່ໃນວີດີໂອນັ້ນ ແມ່ນ ຜູ້ນຳກຸ່ມ IS ທີ່ແທ້ຈິງ ຫຼືບໍ່.

ໂຄສົກກະຊວງການຕ່າງປະເທດ ທ່ານໄມເກີລ ລາວາລລີ ໄດ້ກ່າວວ່າ “ພວກເຮົາຮູ້ຈັກ ກ່ຽວກັບວີດີໂອ ທີ່ໄດ້ປາກົດອອກມາໃນມື້ນີ້. ບັນດານັກວິເຄາະ ຈະກວດເບິ່ງການບັນທຶກນີ້ ແລະພວກເຮົາຈະຄອຍຖ້າໃຫ້ປະຊາຄົມສືບລັບ ຢືນຢັນວ່າ ວີດີໂອນັ້ນ ເປັນຂອງແທ້ ຫຼືບໍ່ ເສຍກ່ອນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG