ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວໜ້າກຸ່ມ IS ຖືກຂ້າຕາຍໃນ ອັຟການິສຖານ


ກອງກຳລັງ ທະຫານ ສະຫະລັດ ຢືນຢູ່ທາງຂ້າງເຮືອບິນ
ໂຈມຕີພື້ນດິນ A-10C Thunderbolt II ຢູ່ສະໜາມບິນ ຄັນດາຊາ, ປະເທດ ອັຟການິສຖານ. 23 ມັງກອນ, 2018.
ກອງກຳລັງ ທະຫານ ສະຫະລັດ ຢືນຢູ່ທາງຂ້າງເຮືອບິນ ໂຈມຕີພື້ນດິນ A-10C Thunderbolt II ຢູ່ສະໜາມບິນ ຄັນດາຊາ, ປະເທດ ອັຟການິສຖານ. 23 ມັງກອນ, 2018.

ທາງການທະຫານຂອງ ສະຫະລັດ ພວມເສີມກຳລັງຂອງຕົນຕື່ມຂຶ້ນເພື່ອຕໍ່ສູ້ໃນ ອັຟກາ
ນິສຖານ ຕ້ານພວກກໍ່ການຮ້າຍ ໄອຊິສ ຢູ່ທາງພາກເໜືອ ແລະ ພວກ ຕາລີບານ ຢູ່ທາງ
ພາກໃຕ້ແລະພາກຕາເວັນຕົກ.

ແຮງພັກດັນດັ່ງກ່າວແມ່ນພາກສ່ວນນຶ່ງ ຂອງຄວາມພະຍາຍາມເສີມກຳລັງ ຕໍ່ຕ້ານທັງ
ສອງກຸ່ມດັ່ງກ່າວ ໃນຂະນະທີ່ ອັຟການິສຖານ ພວມຊອກຫາຊ່ອງທາງ ທີ່ຈະລົບລ້າງ
ໃຫ້ລາບຄາບພວກ ໄອຊີສ ແລະສ້າງຄວາມໝັ້ນໃຈ ໃຫ້ແກ່ພວກ ຕາລີບານ ໃຫ້ຍຸຕິ
ຄວາມເປັນປໍລະປັກຂອງເຂົາ ແລະ ຫັນມານັ່ງໂຕະເຈລະຈານຳກັນ.

ພວກເຈົ້າໜ້າທີ່ກ່າວວ່າ ປາກົດວ່າ ຄວາມພະຍາຍາມທັງສອງຢ່າງນີ້ໄດ້ຮັບໝາກຜົນດີ
ໂດຍສະເພາະຢູ່ທາງພາກເໜືອ ບ່ອນທີ່ໃນວັນສຸກຜ່ານມາ ປາກົດວ່າ ໄດ້ສັງຫານຜູ້
ບັນຊາການທະຫານ ຢູ່ລັດພາກເໜືອຂອງ ອັຟການິສຖານ.

ພວກເຈົ້າໜ້າທີ່ ອັຟການິສຖານ ໄດ້ເນັ້ນຢໍ້າໃນວັນເສົາວານນີ້ ເຖິງການຕາຍຂອງຫົວ
ໜ້າກຸ່ມ ໄອຊີສ ໂຄຣາຊານ ທ້າວ ກາຣີ ເຣັກມາຕຸລລາ ຢູ່ໃນການບຸກໂຈມຕີ ຢູ່ໃນເມືອງ
ດາກຊັບ ໃນແຂວງ ໂຈສຊານ ຊຶ່ງເປັນເຂດ ທີ່ຄວບຄຸມຢ່າງເຄັ່ງຄັດໂດຍພວກ ໄອຊີສ.
ທ່ານ ເຈົ້າແຂວງ ມາອຸນວີ ລາຕີຟຸລລາ ໄດ້ບອກ ວີໂອເອ ວ່າ ຜູ້ຊ່ອຍທີ່ໄກ້ຊິດ ຂອງ
ທ້າວ ເຮັກມາຕຸລລາ ກໍໄດ້ຖືກຂ້າເຊັ່ນກັນ ຢູ່ໃນການບຸກໂຈມຕີດັ່ງກ່າວ. ທ່ານເວົ້າວ່າ
ທັງສອງໄດ້ຖືກຝັງໃນຕອນກາງຄືນ ຢູ່ໃນບ້ານແຫ່ງນຶ່ງ ຢູ່ໄກ້ໆນັ້ນ ແລະສະມາຊິກ ສອງ
ສາມຄົນ ຂອງເຂົາ ໄດ້ເຂົ້າຮ່ວມໃນການສົ່ງສະການດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG