ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ IS ໂຈມຕີ ສະໜາມບິນ ຂອງ ລີເບຍ


ແຜນທີ່ສະແດງໃຫ້ເຫັນທີ່ຕັ້ງຂອງນະຄອນຫຼວງ Tripoli ປະເທດ ລີເບຍ
ແຜນທີ່ສະແດງໃຫ້ເຫັນທີ່ຕັ້ງຂອງນະຄອນຫຼວງ Tripoli ປະເທດ ລີເບຍ

ພວກ​ຫົວ​ຮຸນ​ແຮງ​ທີ່​ຈົງ​ຮັກ​ພັກດີຕໍ່​ ໄອ​ຊີ​ສ ຫຼື ລັດ​ອິສລາມ ສາມາດແຊກ​ຊຶມເຂົ້າ​ໄປ​ໃນ​ຖານ​ທັບ​ອາກາດ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ຢູ່​ເຂດ​ນອກ​ນະຄອນຫຼວງ Tripoli ​ເຊິ່ງ​ປະຕິບັດ​ໜ້າ​ທີ່ເປັນ​ສະໜາມ​ບິນ​ພຽງ​ແຫ່ງ​ດຽວຂອງ​ນະ​ຄອນ​ຫຼວງ​ຂອງ ລີ​ເບ​ຍ ​ແລະ ​ໄດ້​ດຳ​ເນີນການ​ໂຈມ​ຕີ​ໃສ່​ສຳນັກງານ​ໃຫຍ່​ຂອງ​ພວກ​ທະຫານ​ບ້ານ ອິສລາມ ທີ່​ຕໍ່ຕ້ານ​ກັບ​ພວກ​ເຂົານັ້ນ.

ການ​ໂຈມ​ຕີ​ໂດຍ​ໜ່ວຍ​ສະຫຼະ​ຊີບ ​ປະກອບ​ມີ​ພວກ​ຫົວ​ຮຸນ​ແຮງ​ຢ່າງ​ໜ້ອຍ 4 ຄົນ ​ແມ່​ນໜຶ່ງ​ໃນ​ການໂຈມ​ຕີ​ທີ່​ຮຸນ​ແຮ​ງທີ່​ສຸດ​ໃນ​ ນະຄອນ ຫຼວງ​ຂອງ ລີ​ເບຍ ໂດຍ​ພວກ​ ລັດ​ອິສລາມ. ຜູ້​ເຂົ້າ​ໂຈມ​ຕີທັງ​ໝົດ 4 ຄົນໄດ້​ເສຍ​ຊີວິດ, ອີງ​ຕາມໂຄສົກ​ຂອງ​ລັດຖະບາ​ນ​ອິສລາມໃນ​ນະຄອນຫຼວງ Tripoli ​ເຊິ່ງ​ເປັນ​ຄູ່ແຂ່ງ​ກັບ​ລັດ​ຖະບານ​ທີ່​ຮັບ​ຮູ້​ໂດຍ​ສາກົນເຊິ່ງ ຕອນ​ນີ້​ຖືກ​ຂັບ​ໄລ່​ອອກ​ໄປ​ຢູ່​ເມືອງ Tokruk ​ແລະ Beida ທາງ​ພາກ​ຕາ​ເວັນ​ອອກ​ຂອງ
ລີ​ເບ​ຍ.

​ມີ​ຢ່າງ​ໜ້ອຍ​ 3 ຄົນ​ຂອງ​ກອງ​ກຳ​ລັງ​ຍັບ​ຢັ້ງ​ພິ​ເສດ, ​ເຊິ່ງແມ່ນ​ສະມາຊິກ​ຂອງ​ທະຫານ​ບ້ານ 700 ຄົນທີ່​ຊື່ສັດ​ຕໍ່​ລັດຖະບານ Tripoli ​ໄດ້​ຖືກ​ຂ້າ​ຕາຍ ​ໃນ​ການ​ຂັດຂວາງການ​ບຸກ​ໂຈ​ມຕີ ດັ່ງກ່າວ. ລັດຖະບານ Tripoli ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ຄອບຄົວ​ຂອງ​ທ​ະຫານກອງ​ກຳລັງ​ຍັບ​ຢັ້ງ​ພິ​ເສດ​ທີ່​ໄດ້​ຖືກຂ້າ​ຕາຍນັ້ນ ​ແລະ ​ໄດ້​ເນັ້ນ​ຢ້ຳ ຄວາມ​ຕັ້ງ​ໃຈ​ຂອງ​ພວກ​ເຂົາ​ເຈົ້າ “​ເພື່ອຕໍ່​ສູ້ ​ແລະ ກຳຈັດ​ລັດທິ​ກໍ່​ການ​ຮ້າຍ.”

ການ​ໂຈມ​ຕີ​ນີ້ໄດ້​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ທູດ​ພິ​ເສດ​ຂອງ ສະຫະ​ປະ​ຊາ​ຊາດ ປະຈຳ ລີເບ​ຍ ທູດ​ຈາກ​ປະ​ເທດ ສະ​ເປ​ນ ທ່ານ Bernardino Leon ​ໄດ້ຄົ້ນ​ຫາ​ວິທີ​ການ​ທັບ​ມ້າງ​ຂໍ້​ຕົກລົງ​ການ​ກຳ​ອຳນາດ​ຮ່ວມ ​ເພື່​ອກຳຈັດ ລັດຖະບານ​ຂູ່ແຂ່ງລີ​ເບຍ​ອອກ​. ພາຍ​ໃຕ້​ຂໍ້​ຕົກລົງຂອງ Leon ນັ້ນ ບັນດາ​ກຸ່ມ​ຍ່ອຍ​ໃນ​ພັກ​ການ​ເມືອງ​ຈະ​ກໍ່​ຕັ້ງ​ລັດຖະບານ​ແຫ່ງ​ໄມຕີ​ຈິດ​ແຫ່ງ​ຊາດ ຂຶ້ນ​ມາ, ​ແຕ່​ວ່າການ​ເຈລະຈາແມ່ນ​ຍັງບໍ່​ໄປໃສມາ​ໃສ​ກ່ອນມາ​ເຖິງ​ກຳນົດ​ເສັ້ນ​ຕາ​ຍວັນ​ທີ 20 ກັນຍາ ມື້​ນີ້.

XS
SM
MD
LG