ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກຫົວຮຸນແຮງ ລັດອິສລາມ ສັງຫານ 270 ຄົນ ຢູ່ທີ່ ບໍ່​ແກັ​ສ ຊີເຣຍ


ແຜນທີ່ ຊີເຣຍ
ແຜນທີ່ ຊີເຣຍ

ກຸ່ມສິ້ງຊອມສິດທິມະນຸດກຸ່ມນຶ່ງ ກ່າວໃນວັນເສົາມື້ນີ້ວ່າ ພວກຫົວ
ຮຸນແຮງຈາກກຸ່ມທີ່ເອີ້ນຕົນເອງວ່າ ລັດອິສລາມໄດ້ສັງຫານ 270
ຄົນ ເວລາພວກເຂົາ ເຂົ້າຍຶດເອົາບໍ່ແກັສແຫ່ງນຶ່ງ ຂອງຊີເຣຍ ໃນ
ວັນພະຫັດຜ່ານມານີ້.

ກຸ່ມສິ້ງຊອມສິດທິມະນຸດໃນຊີເຣຍທີ່ຕໍ່ຕ້ານທ່ານ Assad ຊຶ່ງເປັນ
ຜູ້ຕິດຕາມເບິ່ງຄວາມຮຸນແຮງຢູ່ໃນປະເທດດັ່ງກ່າວເວົ້າວ່າ ພວກ
ຫົວຮຸນແຮງ ໄດ້ຂ້າ ແລະ ປະຫານຊີວິດພວກທະຫານ ຍາມ ແລະ ພະນັກງານຂອງບໍ່ແກັສໃນລະຫວ່າງການບຸກໂຈມຕີ.

ລາຍງານ ແຈ້ງໃຫ້ຊາບຕື່ມວ່າ ມີພວກຫົວຮຸນແຮງບໍ່ຕ່ຳກວ່າ 40
|ຄົນ ໄດ້ຖືກຂ້າຕາຍ ແລະປະມານ 30 ຄົນສາມາດຫລົບໜີ ໄປຍັງບໍ່ແກັສອີກແຫ່ງນຶ່ງທີ່ຢູ່ ໃກ້ຄຽງ ໃນເຂດພາກກາງຂອງຊີເຣຍ. ໃນເວລານີ້ ຍັງບໍ່ສາມາດທີ່ຈະກວດສອບໄດ້ ກ່ຽວ ກັບລາຍງານດັ່ງກ່າວ.

ກຸ່ມສິ້ງຊອມສິດທິມະນຸດທີ່ມີສຳນັກງານຢູນະຄອນຫຼວງເບຣຸດຂອງເລບານອນ ໄດ້ບັນລະ ລາຍກ່ຽວກັບເຫດຮ້າຍ ໃນຄັ້ງນີ້ວ່າ ເປັນການປະຕິບັດງານ ຕໍ່ຕ້ານລັດຖະບານຊີເຣຍ ທີ່ ໃຫຍ່ທີ່ສຸດ ນັບຕັ້ງແຕ່ກຸ່ມຫົວຮຸນແຮງ ລັດອິສລາມໄດ້ໂຜ່ຕົວຂຶ້ນມາ ຢູ່ໃນບັນຫາຂັດແຍ້ງ ຊີເຣຍ ເມື່ອປີກາຍນີ້.

ກຸ່ມດັ່ງກ່າວ ຊຶ່ງໃນເມື່ອກ່ອນເອີ້ນຕົນເອງວ່າລັດອິສລາມໃນອີຣັກແລະ Levant ຫຼື ISIL ນັ້ນໄດ້ປະກາດຕົນວ່າ ເປັນກາລິບຫຼືປະມຸກສາສະໜາອິສລາມຢູ່ໃນເຂດທີ່ພວກເຂົາຄວບ ຄຸມຢູ່ໃນຊີເຣຍແລະອີຣັກເວລານີ້.

A monitoring group said Saturday militants with the group calling itself Islamic State killed 270 people when they captured a Syrian gas field Thursday.

The anti-Assad Syrian Observatory for Human Rights, which monitors violence in the country, says the militants had killed and executed 270 soldiers, guards and staff during the assault.

The report added that at least 40 militants had been killed and around 30 people managed to escape to a nearby gas field in central Syria. It has not been possible to immediately verify the report.

The monitoring group describes the deadly incident as the biggest anti-Syrian government operation since the Islamic State militant group emerged in Syria's conflict last year.

The group, previously calling itself the Islamic State in Iraq and the Levant, has declared itself a "caliphate" in areas it now controls in Syria and Iraq.

XS
SM
MD
LG