ກຸ່ມກໍ່ການຮ້າຍລັດອິສລາມໂຄຣາຊານ ໄດ້ອອກຖະແຫຼງການສະບັບນຶ່ງ ໃນພາສາ ພາສໂຕ (Pashto) ເມື່ອວັນຈັນວານນີ້ ໂດຍຍົກຍ້ອງຕໍ່ການໂຈມຕີໃສ່ງານຄອນເສີດຢູ່ນະຄອນຫຼວງມົສກູ ໃນວັນສຸກທີ່ຜ່ານມາ ແລະໄດ້ຕໍາໜິຕໍ່ກຸ່ມຕາລີບານອັຟການິສຖານ ທີ່ກຳລັງປົກຄອງປະເທດວ່າ ພະຍາຍາມສ້າງຄວາມສຳພັນກັບ ສະຫະລັດ, ຣັດເຊຍ, ຈີນ ແລະບັນດາປະເທດຕ່າງໆ.
ຖະແຫຼງການ 30 ໜ້າ ໄດ້ຖືກເຜີຍແຜ່ໃນສື່ສັງຄົມ ແລະສົ່ງໃຫ້ແກ່ບັນດານັກຂ່າວໃນວັນຈັນວານນີ້, ແຕ່ພວກເຂົາບໍ່ໄດ້ສະແດງຄວາມຮັບຜິດຊອບຕໍ່ການໂຈມຕີໃນນະຄອນຫຼວງມົສກູ. ກົງກັນຂ້າມ, ພວກເຂົາແນເປົ້າໝາຍໃສ່ການຕໍາໜິວິຈານ ແລະສະແດງການເຍາະເຢີ້ຍຕໍ່ກຸ່ມຕາລິບານ ໃນອັຟການິສຖານ, ເຊິ່ງເປັນສັດຕູຂອງກຸ່ມ IS-K ມາເປັນເວລາຍາວນານ.
ກຸ່ມລັດອິດສະລາມໂຄຣາຊານ, ເຊິ່ງບາງຄັ້ງຮ້ອງວ່າ ກຸ່ມໄອເອສ-ໂຄຣາຊານ (IS-Khorasan) ຫຼື ISKP ເປັນເຄືອຂ່າຍຂອງກຸ່ມຫົວຮຸນແຮງລັດອິດສະລາມທີ່ໃຫຍ່ກວ່າ, ເຊິ່ງໄດ້ອ້າງເອົາຜົນງານຂອງການໂຈມຕີ ໃນວັນສຸກແລ້ວນີ້ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຮອດ 137 ຄົນ.
ຖະແຫຼງການໃນວັນຈັນວານນີ້ ທີ່ມີຫົວຂໍ້ວ່າ “ລຸນຫຼັງການໂຈມຕີຂອງມົສກູຄື: ຄວາມໂສກເສົ້າ ແລະຄວາມຢ້ານກົວຂອງພວກທະຫານບ້ານ.” ປາກົດວ່າ “ພວກທະຫານບ້ານ” ໝາຍເຖິງ ກຸ່ມຕາລີບານອັຟການິສຖານ.
ຢູ່ໃນຂໍ້ຄວາມຂອງຖະແຫຼງການ ແມ່ນການໂຕ້ແຍ້ງທີ່ຮຸນແຮງຕໍ່ກຸ່ມຕາລີບັນອັຟການິສຖານ. ນອກຈາກນີ້ ພວກເຂົາຍັງໄດ້ຕັ້ງຊື່ໃຫ້ກຸ່ມຕາລິບານວ່າ ເປັນພັນທະມິດຂອງ ສະຫະລັດ, ຣັດເຊຍ, ຈີນ, ປາກີສະຖານ ແລະ ຕາຈິກກິສຖານ. ກຸ່ມຕາລິບານ ໄດ້ປະນາມຕໍ່ການໂຈມຕີດັ່ງກ່າວ ພຽງບໍ່ເທົ່າໃດຊົ່ວໂມງລຸນຫລັງເຫດການທີ່ເກີດຂຶ້ນໃນວັນສຸກແລ້ວນີ້ ໂດຍຮ້ອງການກະທໍາດັ່ງກ່າວວ່າ ເປັນການໂຈມຕີກໍ່ການຮ້າຍ ແລະລະເມີດມາດຕະຖານຂອງມວນມະນຸດ.
ຖະແຫຼງການຂອງກຸ່ມ IS-K ໄດ້ກ່າວຫາກຸ່ມຕາລິບານວ່າ ຮັບເອົາຄຸນຄ່າຂອງບັນດາປະເທດທີ່ຮ້ອງວ່າ “ນອກສາສະໜາ.”
ຟໍຣັມສະແດງຄວາມຄິດເຫັນ