ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ ໂດຍຍິງຈະຫຼວດ ​ໃສ່ອຸສເບັກກິສຖານ


ຮູບພາບດັ່ງກ່າວທີ່ຖ່າຍເມື່ອວັນທີ 15 ສິງຫາ 2021 ໄດ້ສະແດງໃຫ້ເຫັນຮົ້ວໜາມໝາກຈັບ ຢູ່ໃນດ່ານກວດກາຂອງຕໍາຫຼວດ, ຫ່າງຈາກ “ຂົວມິດຕະພາບ” 2 ກິໂລແມັດ ທີ່ຢູ່ເທິງແມ່ນໍ້າ ອາມູ ດາຣ໌ຢາ (Amu Darya), ເຊິ່ງປະເທດອຸສເບັກກິສຖານ ແລະອັຟການິສຖານ ໃກ້ກັບເມືອງ ເຕີເມສ.
ຮູບພາບດັ່ງກ່າວທີ່ຖ່າຍເມື່ອວັນທີ 15 ສິງຫາ 2021 ໄດ້ສະແດງໃຫ້ເຫັນຮົ້ວໜາມໝາກຈັບ ຢູ່ໃນດ່ານກວດກາຂອງຕໍາຫຼວດ, ຫ່າງຈາກ “ຂົວມິດຕະພາບ” 2 ກິໂລແມັດ ທີ່ຢູ່ເທິງແມ່ນໍ້າ ອາມູ ດາຣ໌ຢາ (Amu Darya), ເຊິ່ງປະເທດອຸສເບັກກິສຖານ ແລະອັຟການິສຖານ ໃກ້ກັບເມືອງ ເຕີເມສ.

ກຸ່ມເຄືອ​ຂ່າຍລັດອິສລາມໃນພູມິພາກ ໄດ້ກ່າວໃນມື້ວັນຈັນວານນີ້ວ່າ ພວກເຂົາເປັນ​ຜູ້​ທຳການໂຈມຕີດ້ວຍຈະຫຼວດ ໃສ່ອຸສເບັກກິສຖານ ຈາກປະເທດເພື່ອນບ້ານອັຟການິສຖານ, ເຊິ່ງເປັນການໂຈມຕີຕໍ່ປະເທດໃນຂົງເຂດເອເຊຍກາງຄັ້ງ ທໍາອິດໂດຍກຸ່ມກໍ່ການຮ້າຍດັ່ງ​ກ່າວ.

ກຸ່ມລັດອິສລາມ​ໃນ​ແຂວງໂຄຣາຊານ ໄດ້ຍິງລູກຈະຫຼວດ 10 ລູກໃສ່ຖານທັບ ຂອງອຸສເບັກກິສຖານ ທີ່ເມືອງ​ຊາຍ​ແດນເຕີເມສ (Termez), ກຸ່ມດັ່ງກ່າວໄດ້ເວົ້າຢູ່ໃນຖະແຫຼງການ ທີ່ນຳ​ອອກເຜີຍແຜ່ອອກມາໃນມື້ວັນຈັນວານນີ້ ອີງຕາມລາຍງານ ຂອງໜ່ວຍຂ່າວສືບລັບ ເຊິ່ງຕິດຕາມການໂຄສະນາຊວນເຊື່ອຂອງພວກກໍ່ການຮ້າຍ.

ເຈົ້າໜ້າທີ່ຂອງອຸກເບັກກິສຖານບໍ່ໄດ້ໃຫ້ຄໍາເຫັນໃດໆ ຕໍ່ການກ່າວອ້າງຂອງກຸ່ມ ລັດອິສລາມ​ໃນ​ແຂວງໂຄຣາຊານ ໃນທັນທີ.

ຖານຍິງຈະຫຼວດດັ່ງກ່າວແມ່ນໄດ້ລະບຸວ່າຢູ່ໃນເມືອງຮາຍຣາຕານ (Hairatan), ຊຶ່ງ​ເປັນເມືອງຊາຍແດນ ໃນແຂວງບອຣ໌ກ (Balkh) ເຊິ່ງຢູ່ທາງພາກເໜືອຂອງປະເທດອັຟການິສຖານ. ກຸ່ມພວກກໍ່ການຮ້າຍນີ້ ຍັງໄດ້ເປີດເຜີຍຮູບພາບ ແລະວີດີໂອຂອງລູກສອນໄຟ ເພື່ອສະໜັບສະໜຸນຕໍ່ການກ່າວອ້າງຂອງພວກເຂົາ.

ກຸ່ມລັດອິສລາມ​ໃນ​ແຂວງໂຄຣາຊານ ໄດ້ເພີ້ມການໂຈມຕີທັງພາຍໃນແລະອ້ອມ ແອ້ມປະເທດອັຟການິສຖານ ລຸນຫຼັງທີ່ກອງກໍາລັງຕ່າງຊາດ ເຊິ່ງນໍາໂດຍສະຫະ ລັດ ໄດ້ຖອນອອກຈາກປະເທດດັ່ງກ່າວໃນເດືອນສິງຫາຫຼັງຈາກໄດ້ປະຕິບັດໜ້າທີ່ຢູ່ທີ່ນັ້ນ ມາເປັນເວລາ 20 ປີ.

ກຸ່ມດັ່ງກ່າວ ໄດ້ທຳການໂຈມຕີຫຼາຍຄັ້ງຕໍ່​ປາ​ກິ​ສ​ຖານ ຊຶ່ງ​ເປັນປະເທດເພື່ອນບ້ານ, ໂດຍລວມເຖິງການວາງລະເບີດສະຫຼະຊີບທີ່ວັດມຸສລິມຊີໄອ (Siite) ຢູ່ເມືອງເພຊາວາ (Peshawar) ທາງທິດຕາເວັນຕົກສຽງເໜືອຂອງປະເທດ ໃນເດືອນແລ້ວນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG