ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການ​ປະຕິບັດ​ງານ​ຕ້ານ ກຸ່ມລັດ​ອິສລາມ ກຳລັງ​ໄດ້ຜົນ ແຕ່​ຈະ​ໃຊ້​ເວລາ.


ຜູ້​ບັນຊາ​ການ​ສູງສຸດ ຂອງ​ກອງ​ກຳລັງສະຫະລັດ ​ໃນ​ພາກ​ຕາ​
ເວັນ​ອອກ​ກາງ ກ່າວ​ວ່າ ການ​ປະຕິບັດ​ງານ​ຕ້ານພວກ​ຫົວ​ຮຸນ
​ແຮງ ລັດ​ອິສລາມ ​ໃນອີຣັກແລະ ຊີ​ເຣຍ ນັ້ນ “ກຳລັງ​ໄດ້ຜົນ
ຕາມ​ຄວາມ​ປະສົງ” ​ແຕ່​ວ່າ ຈະ​ໃຊ້​ເວລາ.

ນາຍ​ພົນ Lloyd Austin ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ທີ່ກະ​ຊວງ
ປ້ອງ​ກັນ​ປະ​ເທດ ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ​ຈຸດ​ເພັ່ງ​ເລັງ​ອັນ​ສຳ​ຄັນ
ຂອງກອງທັບສະຫະລັດ ກໍ​ຄື​ຊ່ວຍ ໃຫ້ກຳລັງທະຫານອີຣັກ
ມີຄວາມ​ສາມາດ​ຕໍ່​ສູ້ ກັບພວກ​ຫົວ​ຮຸນ​ແຮງ​ໄດ້.

ນາຍ​ພົນ Austin ກ່າວ​ວ່າ :

“ພວກ​ເຮົາ ສັງ​ເກດ​ເຫັນການ​ປ່ຽນ​ແປງ​ ໃນຄວາມ​ປະ​ພຶດ​ແລະ​ວິທີ​ການຂອງ​ສັດຕູ ​
ທີ່ສະທ້ອ​ນ​ເຖິງຄວາມສາມາດ​ທີ່​ຫລຸດ​ນ້ອຍ​ລົງ​ຂອງ​ພວກ​ເຂົາ ແລະການ ​ເຄື່ອນ
ຍ້າຍໄປ​ມາ ​ໄດ້​ເຖືກ​ຈຳກັດ​ຮັດ​ແຄບ​ລົງ. ດັ່ງ​ໂຕ​ຢ່າງ ພວກ​ເຮົາ​ບໍ່​ເຫັນ​ພວກເຂົາ​
ເຄື່ອນ​ຍ້າຍໄປມາ ຢູ່​ໃນທົ່ວປະ​ເທດ​ ເປັນ​ຂະ​ບວນ​ໃຫຍ່ໆ. ບັດ​ນີ້ ​ພວກເຂົາພາກັນ
​ເດີນ​ທາງ ​ດ້ວຍ​ລົດຂອງພົນລະ​ເຮືອນ ​ແລະ​ໃນ​ຈຳນວນນ້ອຍໆ ຊຶ່ງ​ມັນເປັນ​ການ​
ຂັດຂວາງ​ຕໍ່ຄວາມ​ສາມາດ​ຂອງ​ເຂົາ​ເຈົ້າ ​ໃນ​ການ​ລະດົມ​ພົນ ​ແລະເຄື່ອນ​ຍ້າຍ
ພະລັງ​ການ​ສູ້​ລົບ.”

ສະຫະລັດ ​ໄດ້​ເພີ້​ມການໂຈມ​ຕີ​ທາງ​ອາ​ກາດ ​ໃນອາທິດ​ນີ້ ​ຢູ່ໃນ​ເຂດເມື​ອງ Kobani ​ໃນ​
ບໍລິ​ເວນຊາຍ​ແດນຂອງ​ຊີ​ເຣຍ ບ່ອນ​ທີ່​ກຳລັງ​ຊາວເຄີ​ດ ​ໄດ້​ພະຍາ ຍາມຂັດຂວາງ​ ມາ​
ເປັນ​ເວລານຶ່ງ​ເດືອນ​ແລ້ວ ບໍ່​ໃຫ້ກຸ່ມລັດ​ອິສລາມ ​ເຂົ້າ​ຄວບ​ຄຸມ ເມືອງ.

ກຸ່ມ​ສີ້​ງຊອມ​ສິດທິ​ມະນຸດຊີ​ເຣຍ ​ໃນ​ອັງກິດ ກ່າວ​ວ່າ ຫລາຍ​ກວ່າ 660 ຄົນ​ໄດ້​ເສຍ​ຊີວິດ
ນັບ​ແຕ່ ກຸ່ມລັດ​ອິສລາມ ​ໄດ້​ເລີ້ມ​ທຳ​ການ​ບຸກ​ໂຈມ​ຕີ ​ເອົາ​ເມືອງ Kobani.

ISLAMIC STATE CNPK
please wait
Embed

No media source currently available

0:00 0:01:26 0:00

XS
SM
MD
LG