ບັນດາພີ່ນ້ອງທີ່ມີຄວາມໂກດແຄ້ນ ຂອງພວກທະຫານອີຣັກທີ່
ຖືກພວກຫົວຮຸນແຮງ ລັດອິສລາມ ຈັບໄປໃນເດືອນມິຖຸນານັ້ນ
ໄດ້ພາກັນບຸກເຂົ້າໄປ ໃນຕຶກສະພາແຫ່ງຊາດຂອງປະເທດ
ໃນວັນອັງຄານມື້ນີ້ ແລະບໍ່ຍອມໜີອອກໄປ. ເຈົ້າໜ້າທີ່ກ່າວວ່າ
ຕຳຫລວດກຳລັງພະຍາຍາມເອົາເຂົາເຈົ້າອອກໄປຢູ່.
ກ່ອນໜ້ານັ້ນ ໃນມື້ນີ້ເຊັ່ນກັນ ອົງການນິລະໂທດກຳສາກົນກ່າວ
ວ່າ ພວກຫົວຮຸນແຮງລັດອິສລາມ ຢູ່ພາກເໜືອອີຣັກ ໄດ້ທຳການ
“ຂ້າລ້າງເຜົ່າພັນຢ່າງຮ້າຍແຮງ ເປັນປະຫວັດການ” ເພື່ອກວດ
ລ້າງຜູ້ທີ່ບໍ່ແມ່ນຊາວອາຣັບ ແລະບໍ່ແມ່ນຊາວມຸສລິມ ນິກາຍຊຸນນີ່.
ລາຍງານໃໝ່ສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນອັງຄານມື້ນີ້ກ່າວວ່າ ການຂ້າລ້າງເຜົ່າ
ພັນຢ່າງເປັນລະບົບດັ່ງກ່າວ ແມ່ນຮວມທັງການສັງຫານໜູ່ ແລະການລັກພາໂຕທີ່ສ້າງ
ຄວາມຢ້ານກົວໃຫ້ແກ່ທຸກໆຄົນຢູ່ໃນພາກເໜືອຂອງອີຣັກແລະ ກຳລັງກະຕຸກຊຸກຍູ້ໃຫ້ເກີດເຄັ່ງຕືງທາງດ້ານສາສະໜາຢູ່ ໃນຂົງເຂດດັ່ງກ່າວ.
ລາຍງານດັ່ງກ່າວມີຂຶ້ນນຶ່ງມື້ ຫລັງຈາກສະຫະປະຊາຊາດ ໄດ້ອອກຄຳເຕືອນທີ່ຄ້າຍຄືກັນ
ກ່ຽວກັບການປະຫັດປະຫານພວກຊົນກຸ່ມນ້ອຍ ໂດຍກຸ່ມລັດອິສລາມ. ສະພາສິດທິມະ
ນຸດສະຫະປະຊາຊາດ ຍັງໄດ້ຕັດສິນໃຈ ທີ່ຈະສົ່ງໜ່ວຍປະຕິບັດງານໄປຍັງອີຣັກ ເພື່ອ
ສືບສວນກ່ຽວກັບການລ່ວງລະເມີດດັ່ງກ່າວ.
ທະຫານອີຣັກທີ່ໜູນຫລັງໂດຍພວກນັກລົບຊາວເຄີດແລະທະຫານບ້ານ Shi’ite ໄດ້ເຂົ້າ
ຍືດເອົາເມືອງ Sulaiman Bek ຄືນມາທີ່ຢູ່ທາງໃຕ້ຂອງເມືອງ Kirkuk ໃນວັນຈັນວານນີ້
ຊຶ່ງເປັນເມືອງທີສອງທີ່ຖືກປົດປ່ອຍ ຈາກພວກນັກລົບລັດອິສ ລາມ ໃນລະຍະສອງມື້
ຜ່ານມານີ້.
ເມຶຶອງ Sulaiman Bek ໄດ້ຕົກຢູ່ພາຍໃຕ້ການຄວບຄຸມຂອງພວກຫົວຮຸນແຮງມາແຕ່
ເດືອນມິຖຸນາ.
ໃນວັນອາທິດທີ່ຜ່ານມາ ກຳລັງທະຫານອີຣັກໄດ້ບຸກເຂົ້າໄປເມືອງ Emerli ເຮັດໃຫ້ການ
ເປັນລ້ອມ ເປັນເວລາສອງເດືອນ ໂດຍກະບົດລັດອິສລາມ ສິ້ນສຸດລົງ.
ນາຍົກລັດຖະມົນຕີທີ່ພວມຈະພົ້ນຈາກຕຳແໜ່ງ ທ່ານ Nouri al-Maliki ໄດ້ໄປຢ້ຽມຢາມ
ເມືອງ Amerli ໃນວັນຈັນວານນີ້ ບ່ອນທີ່ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າ ອີຣັກຈະເປັນ
“ຂຸມຝັງສົບ” ສຳຫລັບກຸ່ມຫົວຮຸນແຮງ.